ສະຖານທູດ​ຈີນ​ປະຈຳ​ຍີ່ປຸ່ນ​ຈັດຕັ້ງການ​​ຊົມ​ພິທີ​ລະ​ລຶກ​ໄຊຊະນະ​ແຫ່ງສົງຄາມ​ປະຊາຊົນຈີນ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກຄົບຮອບ 70 ປີ
2015-09-03 17:42:28  cri 


ຕາມ​ຂ່າວCRI: ວັນ​ທີ 3 ກັນຍາ​ນີ້, ຢູ່​ນະຄອນຫຼວງ​ໂຕກ​ຽວຂອງ​ຍີ່ປຸ່ນ, ສະຖານທູດ​ຈີນ​ປະຈຳ​ຍີ່ປຸ່ນ​​ໄດ້ຈັດຕັ້ງການ​ຊົມ​ລາຍ​ການຖ່າຍ​ທອດ​ສົດ​ຂອງທາງ​ໂທລະພາບ​ກ່ຽວ​ກັບພິທີ​ລະ​ລຶກ​ໄຊຊະນະ​ແຫ່ງສົງຄາມ​ປະຊາຊົນ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​​ຄົບຮອບ 70 ປີ. ​ການຈັດ​ຕັ້ງ​ຊົມ​ການຖ່າຍ​ທອດ​ສົດ​ຄັ້ງ​ນີ້​ມີ​ພະນັກງານ​ຂອງ​ສະຖານທູດ, ຜູ້ຕາງໜ້າ​ອົງການ​​ທຶນ​ຈີນ​ປະຈຳ​ຍີ່ປຸ່ນ, ຊາວຈີນ​ຕ່າງ​ດ້າວຊາວ​ຍີ່ປຸ່ນ​ເຊື້ອສາຍ​ຈີນ​, ນັກ​ສຶກສາ​​ເກືອບ 200 ຄົນ​​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ