ງານ​ລາຕີ​ເພື່ອ​ສະ​ຫຼອງວັນຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ຂອງປະ​ຊາ​ຊົນ​ຈີນ ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂ​ອງ​ໂລກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ
2015-09-04 14:18:35  cri 

ຕອນ​ຄໍ່າ​ຂອງ​ວັນ​ທີ 3 ກັນຍາ​ນີ້, ງານ​ລາຕີ​ເພື່ອ​ສະ​ຫຼອງວັນຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ຂອງປະ​ຊາ​ຊົນ​ຈີນ ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂ​ອງ​ໂລກ​ ເຊິ່ງມີ​ຫົວ​ຂໍ້​ວ່າ ​ໄຊຊະນະ​ກັບ​ສັນຕິພາບ ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ. ຜູ້​ນໍາ​ຂອງ​ພັກ ​ແລະ​ລັດຂອງ​ຈີນ ພ້ອມ​ກັບ​ບຸກຄົນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຈໍານວນ 6.000 ຄົນ​ໄດ້​ເຂົ້າ​ຊົ​ມງານ​ລາຕີ​ໃນ​ຄັ້ງ​ນີ້ ​ເພື່ອ​ຮ່ວມ​ກັນ​ລະນຶກ​ວັນ​ສະຫງ່າ​ລາສີ​ດັ່ງກ່າວ.

ງານ​ລາຕີ​ດັ່ງກ່າວ​ໄດ້ຖືຈຸດ​ເວລາ​ທີ່​ສໍາຄັນ​ຂອງ​ປະຫວັດສາດ ​ແລະ​ເຫດ​ການ​​ແບບຢ່າງ​ຂອງ​ສົງຄາມ​ຕໍ່ຕ້ານ​ເປັນສາຍຫຼັກ, ​ເລືອກ​ເອົາ​ເພງກ່ຽວ​ກັບ​ສົງຄາມ​ຕໍ່ຕ້ານຟາ​ຊິດ, ຖື​ການ​ຮ້ອງ​ເພງ​ລວມໝູ່​ແບບ​ມີ​ທ່າ​ທາງ​ອັນ​ໃຫຍ່​ໂຕ​ມະ​​ໂຫລານນັ້ນ​ເປັນ​ຮູບ​ການສະ​ແດງ​ອັນ​ຕົ້ນຕໍ ​ໂດຍ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ດົນ​ຕີ, ການ​ຟ້ອນ, ລະຄອນ, ການ​ອ່ານ​ກະວີ ​ແລະ​ຮູບ​ການ​ສິລະ​ປະ​ອື່ນໆ ​ເຊິ່ງມີ​ຫົວ​ຂໍ້​ຫຼັກ​ອັນ​​ຈະ​ແຈ້ງ, ມີ​ສາຍ​ຫຼັກ​ອັນ​​ເດັ່ນ​ຊັດ, ມີ​ທ່າ​ທາງ​ອັນ​ໃຫຍ່​ໂຕ​ມະ​​ໂຫລານ, ມີ​ການ​ໃຫ້​ກໍາ​ລັງ​​ໃຈ ​ເຊິ່ງ​ເປັນ​ເພງ​​ໄຊ​ວິລະ​ຊົນ​ຂອງ​ສົງຄາມ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ປະຊາຊົນ​ຈີນ, ​ເປັນ​ກະວີ​ປະຫວັດສາດ​ອັນ​ຍິ່ງ​ໃຫຍ່​ກ່ຽວ​ກັບ​ຊົນຊາດ​ຈີນຮ່ວມ​ກັນ​ຕໍ່ຕ້ານການ​ຢຽບ​ຢາມຈາກ​ຕ່າງປະ​ເທດ, ສະ​ແດງໃຫ້​ເຫັນ​ເຖິງ​ບົດບາດ​ຂອງ​ພັກ​ກອມ​ມູນິດ​ຈີນທີ່​ເປັນ​ເສົາ​ຄໍ້າ​​ໃນ​ສົງ​ຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນຢ່າງ​ເດັ່ນ​ຊັດ ພ້ອມ​ທັງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ປະກອບສ່ວນ​ຂອງ​ຈີນ​ທີ່​ບໍ່​ມີ​ວັນ​ເສົ້າ​ສູນ​ໄດ້ເຂົ້າ​ໃນ​ໄຊ​ຊະນະ​​ແຫ່ງ​ສົງ​ຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​​ໂລກ​ຢູ່​ທີ່​ສະໜາມຮົບ​ພາກ​ຕາ​ເວັນ​ອອກ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ