ງານ​ລາຕີ​ຮ້ອງ​ເພງ​ລາຍການ​ໜຶ່ງ​ເຮັດ​ໃຫ້​ທ່ານ​ຟັງ​ເພງ​ອະມະຕະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃຫ້​ໝົດ ​ເວທີ​ແຫ່ງ​ການ​ເຕົ້າ​ໂຮມ​ດາລາ​ຂອງສິບ​ເອງ​ປະ​ເທດ
2015-12-11 15:28:58  cri 
ນັກ​ຮ້ອງ​ຈີນ​ ກັບ  10 ປະ​ເທດ​ອາ​ຊຽນຈະ​ຮ້ອງ​ເພງ​ມິດຕະພາບ​ຢູ່​ນະຄອນຫຼວງປັກ​ກິ່ງ    ວັນ​ທີ 16 ທັນວາ​ນີ້, ງາ​ນລາຕີ​ຮ້ອງ​ເພງ​ມິດຕະພາບ​ຈີນ-​ອາ​ຊຽນ 2015 ​ເຊິ່ງ​ເປັນ​ກິດຈະກຳ "ຮອງ​ເພງ​ມິດຕະພາບ​ຮ່ວມ" ທີ່​ຈັດ​ຂຶ້ນ​ໂດຍ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI, ພະ​ແນ​ກຖະ​ແຫຼ​ງຂ່າວສານ​ ພິມ​ຈຳໜ່າຍ ວິທະຍຸ ຮູບ​ເງົາ​ແລະ​ໂທລະພາບ​ເຂດ​ກວາງຊີ ​ແລະ ສື່​ມວນ​ຊົນຂອງ 10 ປະ​ເທດອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ. ຮອດ​ເວລາ​ນັ້ນ, ດາລານັກ​ຮ້ອງ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ​ແລະ ນັກ​ຮ້ອງ​ຈີນ​ຈະ​ຂຶ້ນ​ເວທີ​ດຽວກັນ​, ​ເພື່ອ​ຮ້ອງ​ເພງ​ມິດຕະພາບ.     ຈີນ ກັບ ບັນດາ​ປະ​ເທ​ດອາ​ຊຽນຕິດ​ຈອດ​ກັນ, ມີ​ວັດທະນະທຳ​ຄ້າຍຄື​ກັນ, ສ່ວນ​ວັດທະນະທຳ​ທີ່​ມີ​ສີສັນ​ພິ​ເສດ​ຂອງປະ​ເທດ​ຕ່າງ​ໆ​ກໍ່​ໄດ້​ຈໍ່​ຕົວ​ເປັນ​ວັດທະນະທຳ​ພາກ​ພື້ນ​ທີ່​ມີ​ຫຼາກ​ຫຼາຍ​ສີສັນ, ດົນ​ຕີ​ແມ່ນ​ຮູບ​ການ​ສິລະ​ປະ​ທີ່​ມີ​ລັກສະນະຕົວ​ແທນ​ພິ​ເສດ​ທີ່​ສຸດ​ໃນ​ນັ້ນ. ງານ​ລາຕີ​ຮ້ອງ​ເພງ​ມິດຕະພາບ​ 2015 ມີ​ຫົວ​ຂໍ້​ວ່າ "ຮ້ອງ​ເພງ​ມິດຕະພາບ​ຮ່ວມ​ກັນ" (Our Region Our Song), ​​ໂດຍ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ຈີນ ​ກັບ ບັນດາ​ປະ​ເທດ​ອາ​ຊຽນ, ​ເຮັດ​ໃຫ້​ປະຊາຊົນ​ຈີນ ​ແລະ ບັນດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້​ຊື່ນ​ຊອບ​ວັດທະນະທຳ​ຂອງ​ກັນ​ແລະ​ກັນ​ນັບ​ມື້​ນັບ​ຫຼາຍຂຶ້ນ ​ແລະ ​ເຜີຍ​ແຜ່​ສຽງ​​ເພງມິດຕະພາບ​ທີ່​ກົມກຽວ​ກັນ​ທີ່​ສຸດ​ໃນ​ພາກ​ພື້ນ.     ຝ່າຍ​ຮ່ວມ​ມື​ຂອງ​ກິດຈະກຳ​ເທື່ອ​ນີ້​ລວມທັງ: ​ວິທະ​ຍຸ​ໂທລະພາບ​ບຼູ​ໄນ, ​ໂທລະພາບ​ແຫ່ງ​ຊາດ​ກຳປູ​ເຈຍ, ​ໂທລະພາບ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ, ​ໂທລະພາບ​ແຫ່ງ​ຊາດ​ລາວ, ວິ​ທະ​ຍຸ​ໂທລະພາບ​ມະ​ເລ​ເຊຍ, ວິທະຍຸ​ໂທລະພາບ​ແຫ່ງ​ຊາດ​ມຽນມາ, ​ໂທລະພາບ​ແຫ່ງ​ຊາດ​ຟິລິບ​ປິນ, ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ແຫ່ງ​ສິງກະ​ໂປ, ​ວິທະຍຸ​ໂທລະພາບ​ແຫ່ງ​ຊາດ​ໄທ ​ແລະ ​ໂທລະພາບ​ຫວຽດນາມ​.    ກ່ອນ​ໜ້າ​ນີ້, ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ກິດຈະກຳ​ຈີນ-​ອາ​ຊຽນ "ຮ້ອງ​​ເພງມິດຕະພາບ​ຮ່ວມ​ກັນ" 2015, CRI ​ແລະ ​ໂທລະພາບ​ກວາງຊີ​​ໄດ້​ເດີນທາງ​​ໄປ 10 ປະ​ເທດ​ອາຊີ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ເພື່ອ​ສະ​ແຫວ​ງຫາ​ເພງ​ອະມະຕະ​ທີ່​ສາມາດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ, ​ເພື່ອ​ຜະລິດ​ສາລະ​ຄະດີ 10 ​ເລື່ອງທີ່​ມີ​ຊື່ວ່າ "ຟັງ​ອາຊີ​ອາຄະ​ເນ", ​ແລະ​ຮ່ວມ​ມື​ກັບ​ສື່​ມວນ​ຊົນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​​ເພື່ອ​ເລືອກນັກ​ຮ້ອງ ​ແລະ ​ເພງ​ອະມະຕະ​ທີ່​ຈະ​ສະ​ແດງ​ໃນງານ​ລາຕີຮ້ອງ​ເພງ​ມິດຕະພາບ​ຈີນ-​ອາ​ຊຽນ​​ເທື່ອ​ນີ້.ຄື,     ນາງສະລີ ນາສຣີນາ(Sri Nazrina) ນັກ​ຮ້ອງບຼູ​ໄນ​ຮ້ອງ​ເພງ "​ແກະ​ທີ່​ຫົຼງທາງ" (Anak Durhaka), ນາງ​ມາ​ຈັນ​ບັນນາ ນັກ​ຮ້ອງ​ຈາກ​ກຳປູ​ເຈຍ(Ma Chanpanha)ຮ້ອງ​ເພງ "ລະດູ​​ໃບ​ໄມ້​ຫຼົ່ນ" (Autumn), ນາງບັງ​ກາ ຊີ​ຕຼາ (Bunga Citra Lestari) ນັກ​ຮ້ອງ​ອິນ​ໂດ​ເນ​ເຊຍ​ຮ້ອງ​ເພງ "ຄວາມ​ຮັກ​ຈິງ" (True Love), ນາງ​ມະນີ​ລາ ສຸວັນ​ດວນ(Kai Overdance)ນັກ​ຮ້ອງ​ລາວ​ຮ້ອງ​ເພງ "ຈຳປາ​ເມືອງ​ລາວ", ທ.ອັສມີ​ຕາ ອາ​ຮາ​ເມດ (Asmidar Ahmad)ນັກ​ຮ້ອງ​ມະ​ເລ​ເຊຍ​ຮ້ອງ​ເພງ "ວ່າວ ດວງ​ພະຈັນ​ ​" (Wau Bulan), ທ.ອາ​ໄຊ (A Sai)ນັກ​ຮ້ອງ​ມຽນມາ​ຮ້ອງ​ເພງ "​ໄມ້​ດາ​ນາ​ກາ" (Thanakha), ທ. ອາວ​ຕຼີຈີ ດາ​ລົນ​ດີງ (Aldrich Talonding)ນັກ​ຮ້ອງ​ຟິລິບ​ປິນຮ້ອງ​ເພງ "​ເດັກນ້ອຍ" (Anak), ທ. ດາຍ​ກາ​​ເວ (Tay Kewei)ນັກ​ຮ້ອງ​ສິງກະ​ໂປ​ຮ້ອງ​ເພງ "ບ້ານ"(Home), ທ. ທະ​ນົນທ໌ ຈຳ​ເຣີນ (Thanon Jumroen)ນັກ​ຮ້ອງ​ໄທ​ຮ້ອງ​ເພງ (ຄາຖາ​ມະຫາ​ນິຍົມ)(คาถามหานิยม  Love Great charm)​ແລະ ທ. ດາ​ກວງຊາງ (Ta Quang Thang)ນັກ​ຮ້ອງ​ຫວຽດນາມ​ຮ້ອງ​ເພງ "ຫຍ້າ​ນ້ຳ​ຟູ​ເມກ​ໄຫຼ" (Water-ferns drift, clouds float).     ນັກ​ຮ້ອງ​ຈີນ​ທີ່​ຈະ​ຮ້ອງ​ເພງ​ກັບ​ນັກ​ຮ້ອງບັນດາ​ປະ​ເທດ​ອາ​ຊຽນຮ່ວມ​ກັນ​ມີ: ຈ່ຽງລີ້, ​ເປ້​ເປ, ວ່າງ​ຊູລົງ, ອີ້​ເຂີ​ເວີຍ, ມາ​ດີ໋, ສີ​ອີ້​ນ້າ, ອູ່​ດ໋າມູ້, ຊົງຣູລີ​ນ ​ແລະ ວ່າງ​ສຽວ​ໝີ​ນ.    "ຮ້ອງ​ເພງ​ມິດຕະພາບ​ຮ່ວມ​ກັນ" ​ໃນ​ຖານະ​ທີ່​ເປັນ​ກິດຈະກຳ​ສຳລັບ​ການທີ່​ແລກປ່ຽນດົນຕີ​ຂ້າມ​ຊາດ​ລາຍການ​ໜຶ່ງ, ​ໄດ້​ຈັດ​ຂຶ້ນ 5 ​ເທື່ອ​ຕິດ​ກັນແລ້ວ. ປີ 2015, ກິດຈະກຳ​ນີ້​ແມ່ນ​ຈັດ​ຂຶ້ນ​ລະຫວ່າງ​ຈີນ ກັບ 10 ປະ​ເທດ​ອາ​ຊຽນ​ເປັນ​ເທື່ອ​ທຳ​ອິດ. ຕາມ​ແຜນການ,ສາລະ​ຄະດີ​ເລື່ອງ "ຟັງ​ອາຊີ​ອາຄະ​ເນ" ​ແລະ ລາຍການ​ງານ​ລາຕີ​ຮ້ອງ​ເພງ​ມິດຕະພາບ​ຈີນ-​ອາ​ຊຽນ 2015 ຈະອອກ​ອາກາດ​ໂດຍ​ຜ່ານ​​ຊ່ອງ​ທາງ​ຫຼາຍ​ພາສາ​ຂອງ CRI, ​ໂທລະພາບ​ກວາງຊີ​ ພ້ອມ​ທັງ ສື່​ມວນ​ຊົນ​ຂອງ 10 ປະ​ເທດ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ