ທ່ານ​ສີ​ປູ້​ ​ເອກອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ອາ​ຊຽນສົ່ງ​ຄວາມ​ອວຍພອນ​ຕໍ່​ງານ​ຮ້ອງ​ເພງ​ເພື່ອ​ມິດຕະພາບ​​ຈີນ-​ອາ​ຊຽນປີ2015
2015-12-16 17:43:38  cri 
ວັນ​ທີ16ທັນວາ​ນີ້, ​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ນັກຂ່າວCRIຢູ່​​ເຮືອນ​ພັກ​ເອກ​ອັກຄະ​ລັດຖະທູດ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ, ທ່ານ​ສີ​ປູ້, ​ເອກ​ອັກ​ຄະ​ລັດ​ຖະທູດ​ຈີນ​ປະຈຳ​ອາ​ຊຽນກ່າວ​ວ່າ, ຂໍ​ອວຍພອນ​ໃຫ້​ງານ​ຮ້ອງ​ເພງເພື່ອ​ມິດຕະພາບ​ຈີນ-ອາ​ຊຽນ​​ປີ2015ຈົ່ງ​ດຳ​ເນີນ​ໄປດ້ວຍ​ດີ, ​ແລະ​ຫວັງ​ວ່າການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຈະ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ຮັບ​ຮູ້​ຮ່ວມ​ໃນ​ລະຫວ່າງ​ພາກ​ພື້ນ.

ທ່ານ​ສີ​ປູ້​ກ່າວ​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພວກ​​ເຮົາພວມ​ເລັ່ງລັດ​ການ​ກໍ່ສ້າງ"​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະ​ວັດ​ທີ21", ສາຍ​ພົວພັນ​ຈີນ-​ອາ​ຊຽນມີ​ທ່າ​ອ່ຽງພັດທະນາ​ທີ່​ດີ.​ປີ2016, ປີ​ທີ່​ຈີນ​ກັບ​ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ສົນທະນາ​ຄົບຮອບ25ປີ,​ຈີນ​ຍິນ​ດີ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ເພື່ອນ​ມິດ​​ໃນປະ​ເທດ​ອາ​ຊຽນ, ສ້າງ​ອະນາຄົດ​ທີ່​ດີງາມ​ກວ່າ​ເກົ່າ​ໃຫ້​ແກ່ພາກ​ພື້ນ​ກໍ່​ຄື​ປະຊາຊົນ​ໃນ​ພາກ​ພື້ນ​ນີ້.

ທ່ານ​ກ່າວ​ຕື່ມ​ອີກ​ວ່າ, ດົນຕີ​ເປັນ​ພາສາ​ຮ່ວມ​ຂອ​ງ​ໂລກ, ​ໃນ​ຖານະ​ເປັນ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ,​ທ່ານ​ຮູ້ສຶກ​ດີ​ໃຈທີ່​ໃນ​ຕອນ​ຄ່ຳ​ມື້​ນີ້, ຈະ​ມີນັກ​ສິລະ​ປິນ​ແລະ​ນັກ​ຮ້ອງ​ຫຼາຍ​ທ່ານ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນທີ່ເປັນ​ຜູ້ຕາງໜ້າ​ໃຫ້​ແກ່​ປະ​ເທດ​ຂອງ​ຕົນມາ,​ສະ​ແດງຄວາມ​ອຸດົມ​ສົມ​ບູນ​ແລະ​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ​ຂອງ​ຈີນ​ແລະ​ວັດທະນະທຳ​ຢູ່​ເທິງ​ເວທີ​ຂອງ​ຈີນ, ນີ້​ກໍ່​ເປັນ​ໂອກາດ​ທີ່​ດີ​ສຳລັບ​ພວກ​​ເຮົາ​ໃນ​ແງ່​ການ​ຖອດ​ຖອນ​ບົດຮຽນ​ເຊິ່ງກັ​ນ​ແລະ​ກັນ​,​ຮັບ​ຮູ້​ວັດທະນະ​ນຳ​ແລະ​ວັນນະຄະດີ​ເຊິ່ງກັ​ນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ