(ທ່ານສີຄູນ ບຸນວິໄລ ໃຫ້ສຳພາດນັກຂ່າວ CRI ກ່ຽວກັບກອງປະຊຸມສະພາປີ 2016)
ໃນໂອກາດດຳເນີນກອງປະຊຸມຄັ້ງທີ 4 ຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນກຳລັງດຳເນີນຢູ່ທີ່ນະຄອນຫຼວງປັກກິ່ງນັ້ນ, ນອກຈາກທຸກຊັ້ນຄົນທົ່ວ ປະເທດຈີນ, ທົ່ວໂລກກໍ່ໄດ້ຫັນໜ້າແລະສົນໃຈຕໍ່ກອງປະຊຸມດັ່ງກ່າວ, ກໍ່ ເໝືອນດັ່ງທ່ານສີຄູນ ບຸນວິໄລ ເລຂາທິການສະມາຄົມມິດຕະພາບລາວ- ຈີນຂັ້ນສູນກາງ ຮອງຫົວໜ້າຫ້ອງການຄະນະກໍາມາທິການຮ່ວມມືລາວ-ຈີນກໍ່ໄດ້ໃຫ້ຄວາມສົນໃຈເຊັ່ນດຽວກັນ ທັງໄດ້ໃຫ້ສຳພາດ ນັກຂ່າວຂອງ CRI, ທ່ານກ່າວວ່າ, ປັດຈຸບັນ ບໍ່ພຽງແຕ່ປະເທດລາວທໍ່ນັ້ນ, ຫາກທົ່ວໂລກກໍ່ໄດ້ສຸມສາຍຕາໃສ່ຈີນ. ບົດຮຽນການພັດທະນາຂອງປະເທດຈີນໃນທຸກຂົງເຂດແມ່ນສິ່ງລ້ຳຄ່າໃຫ້ທົ່ວໂລກ ເຊິ່ງປະເທດລາວກໍ່ໄດ້ຖອດຖອນເອົາເປັນບົດຮຽນ.
ວັນທີ 5 ມີນານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານຂອງລັດຖະບານຈີນ ໂດຍໄດ້ເນັ້ນໜັກວ່າ, ຮອດປີ 2020, ຈີນຈະເຮັດໃຫ້ປະຊາຊົນຜູ້ທຸກຍາກຢູ່ຊົນນະບົດຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງ ສິ້ນເຊິງນັ້ນ. ທ່ານສີຄູນໄດ້ຕີລາຄາສູງຕໍ່ບັນຫານີ້ວ່າ, ນີ້ ເປັນການຢືນຢັນຂອງຄຳເວົ້າຂອງທ່ານເຕິ້ງສຽງຜິງ ທີ່ເຄີຍກ່າວໄວ້ວ່າ: ຄວາມທຸກຍາກບໍ່ແມ່ນສັງຄົມນິຍົມ:
"ສປ ຈີນ 4 -5 ປີກ່ອນຄວາມທຸກຈົນຈາກຫຼາຍຮ້ອຍລ້ານ ມາຮອດປະ ຈຸບັນບໍ່ໜ້າຈະເກີນສອງຮ້ອຍລ້ານ . ຄັນຊັ້ນ, ແຜນພັດທະນາແຕ່ລະປີຂອງ ຈີນໄດ້ເຮັດໃຫ້ປະຊາຊົນຈີນ ນັບມື້ນັບຫຼຸດພົ້ນອອກຈາກຄວາມ ທຸກຍາກ ໃຫ້ປະຊາຊົນມີຄວາມຮັ່ງມີຜາສຸກ,ມັນເປັນບົດຮຽນອັນລໍ້າຄ່າໃຫ້ແກ່ບັນດາປະ ເທດອື່ນໆນັບທັງ ສປປ ລາວ."
ການຕໍ່ຕ້ານການສໍ້ລາດບັງຫຼວງແລະເສຍທາດຂາດຄຸນ ແມ່ນສິ່ງສຳຄັນທີ່ສຸດສຳລັບການພັດທະນາປະເທດທັນສະໄໝໂດຍທ່ານນາງ ຟູອິງ ໂຄສົກຂອງກອງປະຊຸມສະພາຜູ້ແທນປະຊາຊົນເຄີຍກ່າວໄວ້ວ່າ, ການຕ້ານການເສຍທາດຂາດຄຸນ ແລະສໍ້ລາດບັງຫຼວງຂອງຈີນຈະບໍ່ມີຊ່ອງວາງ, ຜູ້ທີ່ກະທຳຜິດ ລວມທັງສະພາຜູ້ແທນປະຊາຊົນແຫ່ງຊາດ ແລະສະພາປະຊາຊົນທຸກຄົນ, ຖ້າວ່າມີຜູ້ແທນປະຊາຊົນກະທຳຜິດກົດໝາຍລະບຽບການ ກໍຈະຖືກສຳຫຼວດປະຕິບັດວິໄນແລະກົດໝາຍຢ່າງເຂັ້ມງວດ. ຕໍ່ເລື່ອງນີ້ ທ່ານສີຄຸນ ທີ່ໄດ້ຕິດຕາມການແກ້ໄຂບັນຫາການເສຍທາດຂາດຄູນຂອງຈີນຕະຫຼອດມານັ້ນກໍ່ໄດ້ກ່າວວ່າ:
"ສໍາລັບໂລກເປັນສິ່ງສໍາຄັນທີ່ສຸດປະເທດໃດມີການສໍ້ລາດບັງຫຼວງຫຼາຍປະເທດນັ້ນກໍ່ຈະມີຄວາມວຸ້ຍວາຍແຕກສະຫຼາຍສໍາລັບ ສປ ຈີນ ໂດຍສະເພາະ ການນໍາຊຸດໃໝ່ເຫັນວ່າການຕ້ານການສໍ້ລາດບັງຫຼວງໄດ້ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນຈີນ. ໂລກເຫັນວ່າເຮັດແທ້ທໍາຈິງເຫັນວ່າປາບແຕ່ເສຶືອຈົນ ຮອດແມງວັນ. ເຮົາກໍ່ຈະເຫັນຂ່າວຄາວເລື້ອຍໆຄົນຈີນທີ່ສໍ້ລາດບັງຫຼວງທີ່ໜີ ໄປຢູ່ຕ່າງປະເທດກໍ່ສາມາດນໍາເອົາມາໄດ້ ເຮັດໃຫ້ທົ່ວໂລກມີຄວາມຍໍາເກງ, ມີ ການພົວພັນແລະຈັດສົ່ງບັນດາຜູ້ຄົນທີ່ບໍ່ດີໃນການສໍ້ລາດບັງຫຼວງໄດ້ຖືກລົງ ໂທດຕາມກົດໝາຍຂອງຈີນ, ອັນນີ້ແມ່ນປະຊາຊົນເຊື່ອໝັ້ນທີ່ສຸດ. ເຮັດໃຫ້ທົ່ວ ໂລກໄດ້ນໍາເອົາບົດຮຽນ ຂອງຈີນ."
ທ່ານສີຄູນທີ່ໃຫ້ສຳພາດນັກຂ່າວຍັງຊີ້ອອກວ່າ, ຍຸດທະສາດການພັດທະນາ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ທີ່ລິເລີ່ມໂດຍທ່ານສີຈິ້ນຜິງນັ້ນໄດ້ເຮັດໃຫ້ເສັ້ນທາງສາຍໄໝຂອງຈີນທີ່ມີປະຫວັດນັບເປັນພັນປີມີພະລັງຊີວິດອັນໃໝ່. ທ່ານກ່າວວ່າ:
"ຄວາມຄິດລິເລີ່ມໃໝ່ອັນໜຶ່ງຂອງປະເທດຈີນ ແນ່ນອນແລ້ວວ່າ, ປະເທດ ທີ່ຢູ່ລຽບຕາມແລວທາງແມ່ນ ຈະໄດ້ຮັບຜົນປະໂຫຍດຫຼາຍ. ທ່ານ ຈູມມາລີ ໄຊຍະສອນ ໄດ້ປະກາດໃນກອງປະຊຸມອາເປັກປີ 2014 ທີ່ປັກກິ່ງຈະສະໜັບ ສະໜູນຢ່າງສຸດກໍາລັງ, ອັນໝໍ່ໆນີ້ພວກເຮົາກໍ່ເຫັນວ່າ, ນະໂຍບາຍອັນນີ້ກໍ່ເລີ່ີມ ປະກົດຜົນເປັນຈິງໃນການວາງສີລາເລີກທາງລົດໄຟລາວ-ຈີນຖ້າວ່າໂຄງການນີ້ ສໍາເລັດກໍ່ຈະເຮັດໃຫ້ປະເທດລາວມີໃບໜ້າໃໝ່ ຈີນກໍ່ຈະໄດ້ຜົນປະໂຫຍດ ກັບການຄ້າຂາຍກັບພູມີພາກອາຊຽນແລະໂລກ."
ຂະນະດຽວກັນ, ທ່ານສີຄູນກໍໄດ້ເຫັນການພັດທະນາຂອງຈີນດຳເນີນໄປໄດ້ດີ, ແລະຫວັງວ່າການໄປມາຫາສູ່ກັນລະຫວ່າງສອງປະເທດຈະຊຸກຍູ້ໃຫ້ລາວ-ຈີນຢູ່ຮ່ວມກັນຢ່າງມິໄມຕີຈິດມິດຕະພາບແລະໄດ້ຮັບຜົນປະໂຫຍດຮ່ວມກັນ.
ທ່ານກ່າວວ່າ:
ພວກເຮົາຈະສັງເກດເຫັນວ່າ, (ແຜນການພັດທະນາເສດຖະກິດສັງຄົມ 5 ປີ) ຄັ້ງທີ 11, 12 ຜ່ານມາໄດ້ເຮັດໃຫ້ປະເທດຈີນໄດ້ ມີການພັດທະນາຂຶ້ນ ເທື່ອລະຂັ້ນ. ປະຊາຊົນຈີນມີຊີວິດການເປັນຢູ່ດີຂຶ້ນເສດຖະກິດຂະຫຍາຍຕົວ ແຕ່ກີ້ຈະຢູ່ໃນອັນດັບ 3 ຂອງໂລກ GDP ຂອງຈີນ ແຕ່ມາໄລຍະຫຼັງແຜນພັດທະ ນາຄັ້ງ 12 ກາຍມາເປັນ ອັນດັບສອງຂອງໂລກສໍາລັບຄັ້ງທີ 13 ແຮງຈະມີການກະໂດດຂັ້ນ.ປີນີ້ແມ່ນເປັນການຄົບຮອບ 55 ປີຂອງການສ້າງການພົວພັນທາງການທູດລະຫວ່າງສອງປະເທດລາວ-ຈີນ, ຜ່ານມາຈີນໄດ້ໃຫ້ ການຊ່ວຍເຫຼືອລາວຫຼາຍຢ່າງບໍ່ມີເງື່ອນໄຂ,ການຊ່ວຍເຫຼືອນັ້ນໄດ້ເຮັດໃຫ້ການພັດທະນາເສດຖະກິດສັງຄົມລາວໄດ້ຮັບການພັດທະນາ.ແຕ່ລະປີຄົນລາວໄດ້ ໄປຮຽນຢູ່ຈີນຫຼາຍໃຫ້ນັກສຶກສາລາວ ແລະ ຄົນລາວທີ່ເຮັດວຽກກັບຈີນເອົາໃຈ ໃສ່ເປັນຂົວຕໍ່ທີ່ດີໃຫ້ແກ່ມິດຕະພາບການພົວພັນຮ່ວມມືລາວ-ຈີນໃຫ້ມີການພັດທະນາຂຶ້ນເລື້ອຍໆ.