ປະ​ເທດ​ລາວ​ຍິນ​ດີ​ໄດ້​ເຫັນ​ຈີນ​ທີ່​ມີ​ການ​ພັດທະນາ----ຄຳ​ເຫັນ​ຂອງ​ທ່ານ​ສັງຂານ ຈູມ​ຄຳ​ພັນ ຮອງ​ອຳນວຍ​ການ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽງ​ການ​ຂອງ​ລັດຖະບານ​ຈີນ
2016-03-08 14:48:13  cri 


(ທ່ານສັງຂານ ຈູມຄຳພັນ ຮອງອຳນວຍການວິທະຍຸກະຈາຍສຽງແຫ່ງຊາດລາວໃຫ້ສຳພາດຕໍ່ນັກຂ່າວ CRI)



ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 5 ມີນາ​ນີ້. ​ໃນ​ຖານະ​ເປັນ​ນັກ​ຂ່າວ​ອາ​ວູ​ໂສ​ຂອງ​ປະ​ເທດ​ລາວ, ທ່ານ​ສັງຂານ ຈູມ​ຄຳ​ພັນ ຮອງ​ອຳນວຍ​ການ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ​ແມ່ນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ຈີນ​ທີ່​ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຜ່ານ​ໃນ​ກອງ​ປະຊຸມ​ດັ່ງກ່າວ. ທ່ານ​ສັງຂານ​ກ່າວ​ວ່າ, ຈີນ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຫຼວງ​ຫຼາຍໄປ​ສູ່​ໂລກ, ປະ​ເທດ​ລາວ​ແມ່ນ​ຍິນ​ດີ​ໄດ້​ເຫັນ​ຈີນ​ທີ່​ມີ​ການ​ພັດທະນາ.

ປີ​ນີ້​ແມ່ນ​ປີ​ທຳ​ອິດ​ໃນ​ການ​ປະຕິບັດ​ຕາມ​ແຜນການ​ພັດທະນາ​ເສ​ດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ 13 ຂອງ​ຈີນ. ​ເນື້ອ​ໃນ​ຕ່າງໆ​ທີ່​ກຳນົດ​ໄວ້​ໃນ​ແຜນການ​ດັ່ງກ່າວ​ແມ່ນ​ຈຸດ​ສຸມ​ທີ່​ກອງ​ປະຊຸມ​ສອງ​ສະພາ​ນີ້​ຕ້ອງ​ໄດ້​ພິຈາລະນາ. ທ່ານ​ສັງຂານ ຈູມ​ຄຳ​ພັນ​ກ່າວ​ວ່າ, ​ເຖິງ​ວ່າ​ນີ້​ແມ່ນ​ແຜນການ​ພັດທະນາ​ພາຍ​ໃນ​ປະ​ເທດ​ຈີນ​ທໍ່​ນັ້ນ, ​ແຕ່​ທົ່ວ​ໂລກ​ກໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ:

" ນີ້ແມ່ນມີຄວາມສຳຄັນບໍ່ແມ່ນແຕ່ສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຈີນ ແຕ່ຍັງມີຄວາມສຳຄັນ ແລະທັງມີຜົນສະທ້ອນຕໍ່ທົ່ວໂລກນຳເພາະວ່າ ສປ ຈີນ ນີ້ເປັນປະເທດທີມີພົນລະເມືອງຫຼາຍທີ່ສຸດໃນໂລກ, ເປັນປະເທດທີ່ພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ເປັນປະເທດທີມີເສດຖະກິດຂະໜາດໃຫຍ່ເປັນອັນດັບສອງຂອງໂລກຮອງຈາກອາເມຣິກາ ແລະ ຖ້າ ສປ ຈີນ ມີພັດທະນາໃນຕໍ່ໜ້າໄປໄດ້ດີໃນ 5 ປີຕໍ່ໜ້ານີ້ ມັນກໍ່ຈະຊ່ວຍໂລກໃຫ້ຟື້ນ ຈາກວິກິດການເສດຖະກິດໄດ້ດີຄືກັນ ສະນັ້ນ ຖືວ່າການຄົ້ນຄວ້າພິຈາລະນາເພື່ອຮັບຮອງ ເອົາແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 13 ຂອງ ສປ ຈີນ ໃນສອງກອງປະຊຸມສະ ພາເທື່ອນີ້ ແມ່ນມີຄວາມສຳຄັນຫຼາຍຕໍ່ ສປ ຈີນ ແລະ ທັງທົ່ວໂລກ ຈຶ່ງມີການແລກປ່ຽນ."

​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ຈີນ​ປະຈຳ​ປີ 2016 ​ໄດ້​ເນັ້ນ​ໜັກ​ວ່າ​ຈະ​ຊຸກຍູ້​ການ​ສ້າງສາ "​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສັດຕະວັດ​ທີ 21" ຫຼື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຍຶດໝັ້ນ​ທິດ​ທາງ​ທີ່​ປຶກສາ​ຫາລື​ກັນ, ສ້າງສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດນຳ​ກັນ, ​ເພື່ອ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" ​ເປັນ​ຂົວ​ຕໍ່​ແຫ່ງ​ສັນຕິພາບ​ແລະ​ມິດຕະພາບ, ກາຍ​ເປັນ​ເສັ້ນທາງ​ທີ່​ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ. ທ່ານ​ສັງຂານ ຈູມ​ຄຳ​ພັນ​ມີ​ຄຳ​ເຫັນ​ດີ​ຕໍ່​ເລື່ອງ​ນີ້​ວ່າ:

"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ເປັນໂຄງການທີ່ຍິ່ງໃຫຍ່ທີ່ສຸດ, ນີ້ຖືວ່າເປັນໂຄງການທີ່ສ້າງ ເຄືອຄາຍຂອງເສັ້ນທາງຄົມມະນາຄົມຕ່າງໆ ຖືວ່າເປັນໂຄງການທີ່ໃຫຍ່ຫຼາຍ ບໍ່ແມ່ນແຕ່ຈະສ້າງ ຜົນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດຂອງຈີນເທົ່ານັ້ນ ແຕ່ຈຸດປະສົງຂອງໂຄງການ ນີ້ແລ້ວແມ່ນເພື່ອເຮັດໃຫ້ທຸກປະເທດໃນໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ໄດ້ພັດທະນາຮ່ວມກັນ ໄດ້ ຮັບຜົນປະໂຫຍດຮ່ວມກັນ. ຫຼັງຈາກທີ່ຄວາມຄິດລິເລີ່ມຂອງທ່ານ ສີຈິ້ນຜິງ ອອກມາ ຖືວ່າ ໄດ້ຮັບສຽງຕອບຮັບຈາກບັນດາປະເທດທີ່ຢູ່ຕາມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ນັ້ນດີຫຼາຍເພື່ອສ້າງ ເຄືອຄາຍການຮ່ວມມືຕ່າງໆ."

ປະ​ເທດ​ຈີນ​ກັບປະ​ເທດ​ລາວ​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ​ເຊັ່ນ​ກັນ. ທ່ານ​ສັງຂານ​ກ່າວ​ວ່າ ທ່ານ​ໄດ້​ຕິດຕາມ​ຂ່າວ​ກ່ຽວ​ກັບປະ​ເທດ​ຈີນ​ນັບ​ມື້​ນັບ​ສຸມ​ໃສ່​ການ​ປົ​ກປັກ​ຮັກສາ​ສິ່ງ​ແວດ​ລບ້ອມ, ​ແລະ​ເອົາ​ໃຈ​ໃສ່​ນຳ​ການ​ພັດທະນາ​ແບບ​ກົມກຽວ​ກັນ. ທ່ານ​ສັງຂານ​ກ່າວ​ວ່າ:

"ໄຂປະຕູສູ່ພາຍນອກມາ 30 ກວ່າປີ ຈີນມີການພັດທະນາທຽບເທົ່າກັບປະເທດຕາເວັນຕົກ ທີ່ ພັດທະນາມາເປັນຮ້ອຍ ສອງຮ້ອຍປີ ແຕ່ວ່າທົ່ວໂລກກໍ່ມີການຮັບຮູ້ດີ ແລະ ທາງຜູ້ນຳຈີນເພິ່ນ ກໍ່ຮັບຮູ້ດີເຊັ່ນກັນວ່າຖ້າຫາກວ່າຢາກມີການພັດທະນາໄວກໍ່ຕ້ອງໄດ້ມີການແລກປ່ຽນອັນໄດ້ອັນ ເສຍແຕ່ທີ່ສຳຄັນວ່າອັນໄດ້ມັນຫຼາຍກວ່າອັນເສຍນີ້ກໍ່ຈຳເປັນໄດ້ແລກໃນເມື່ອເສດຖະກິດໄປໄດ້ ດີແລ້ວ, ຄວາມຈະເລີນມາແລ້ວ, ລາຍຮັບມີແລ້ວ ລັດຖະບານມີລາຍຮັບເພີ່ມຂຶ້ນແລ້ວກໍ່ຈຶ່ງໄດ້ ມີການຟື້ນຄືນກັບສິ່ງທີ່ເຮົາແລກມາກັບສິ່ງທີ່ມັນເສຍໄປສະນັ້ນ ແລ້ວດຽວນີ້ການພັດທະນາຂອງ ຄະນະນຳຂອງຈີນບໍ່ວ່າພັກ-ລັດເພິ່ນໄດ້ມີນະໂຍບາຍການພັດທະນາການປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນຕ້ອງໄປຄຽງຄູ່ກັບການຟື້ນຟູ ແລະ ຮັກສາແວດລ້ອມທີ່ເພິ່ນເອີ້ນວ່າພັດທະນາ ສີຂຽວ."

ກ່ຽວ​ກັບໝາກຜົນ​​ໃນ​ການ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຈີນ ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ທ່ານ​ສັງຂານ ຈູມ​ຄຳ​ພັນ. ທ່ານ​ກ່າວ​ວ່າ:

"ຢູ່ໃນສອງກອງປະຊຸມສະພາເທື່ອນີ້ຖືວ່າບັນຫາຂອງການລຶບລ້າງຄວາມທຸກຍາກນີ້ກໍ່ເປັນບູລິມະສິດທີ່ຜູ້ແທນປະມານ 5 ພັນທ່ານ ເວົ້າລວມທັງສອງກອງປະຊຸມເພິ່ນໄດ້ຄົ້ນຄວ້າພິຈາລະ ນາ ຜ່ານມາ ສປ ຈີນກໍ່ເຮັດໄດ້ດີຫຼາຍ ເວົ້າເລື່ອງການລົບລ້າງຄວາມທຸກຢາກປະຊາຄົມໂລກກໍ່ ຖືວ່າມີການຍ້ອງຍໍຊົມເຊີຍ ສປ ຈີນ ເພາະວ່າພົນລະເມືອງຈີນມີຫຼາຍກວ່າ 1 ຕື້ 370 ລ້ານຄົນ ແລະ ດຽວນີ້ເຫຼື່ອພຽງແຕ່ 70 ລ້ານຄົນ ອັນນີ້ຖືວ່າເປັນສິ່ງທີປະເສີດຫຼາຍທີ່ພັກ-ລັດຖະ ບານຈີນເພິ່ນໄດ້ມີການເອົາໃຈໃສ່ແທ້ໆ ແຜນພັດທະນາເສດຖະກິດສັງຄົມເທື່ອທີ 13 ນີ້ ຈົນປະຮອດປີ 2020 ກໍ່ຖືວ່າຢູ່ ສປ ຈີນ ບໍ່ມີຄົນທຸກຍາກແລະ ສປ ຈີນ ກໍ່ເຮັດໄດ້ດີ."
ທ່ານ​ສັງຂານ​ຈູມ​ຄຳ​ພັນ ​ເຄີຍ​ເປັນ​ຜູ້​ດຳ​ເນີນ​ລາຍການວິທະຍຸ​ທີ່​ມີ​ຊື່​ສຽງ​ຂອງ​ປະ​ເທດ​ລາວ, ທ່ານ​ໄດ້​ຈັດ​ທຳລາຍ​ການ​ວິທະຍຸ​ທີ່​ມີ​ເນື້ອ​ໃນ​ກ່ຽວ​ກັບປະ​ເທດ​ຈີນເປັນ​ເວລາ​ຫຼາຍ​ປີ, ກ່ຽວ​ກັບ​ການ​ຕໍ່ຕ້ານ​ກັບ​ການ​ເສຍ​ທາດ​ຂາດ​ຄຸນ, ທ່ານ​ມີ​ຄວາມ​ເຫັນ​ວ່າ:

ບັນຫາຂອງການສໍ້ລາດບັງຫຼວງຕາມການຕິດຕາມຂ່າວທາງ ສປ ຈີນ ມາ ແລະ ຂ່າວໂລກ ໂດຍສະເພາະຄະນະນຳຊຸດໃໝ່ຂອງຈີນຂຶ້ນມາປົກຄອງປະເທດບໍ່ວ່າຈະເປັນສາຍພັກສາຍລັດ ໂດຍການນຳພາຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກຄອມມູ ນິດຈີນປະທານປະເທດຈີນ.  ແຕ່ກີ້ເພິ່ນກໍ່ເອົາຈິງເອົາຈັງ ແຕ່ມາຊຸດທ່ານ ສີຈີ້ນພິງນີ້, ແບບ ເຫັນຈະແຈ້ງກັບຫູກັບຕາເລີຍ ຄັນຜູ້ໃດຕິດຕາມຂ່າວເປັນປົກກະຕິ ຊື່ມວນຊົນຈີນບໍ່ໄດ້ປິດບັງ ບໍ່ໄດ້ອໍາໄດ໋!!! ເຂົາເຈົ້າລາຍງານຕະຫຼອດຄະດີລະດັບບິກໆ ທ່ານ ສີຈີ້ນເພິງ ເພິ່ນປະກາດຕອນ ເພິ່ນຂຶ້ນເປັນເລຂາທິການໃຫຍ່ປະກາດຕໍ່ກອງປະຊຸມໃຫຍ່ຂອງພັກວ່າ: ຈີນຈະປາບໝົດບໍ່ວ່າຈະ ເປັນເສືອຫຼືແມງວັນເສືອ, ເພິ່ນວ່າ: ບໍ່ວ່າຈະເປັນໜ້າໃດ!!! ບໍ່ວ່າຈະເປັນໃຜ!!! ບໍ່ວ່າຈະຕໍາແໜ່ງ ໃດ!!! ຖ້າວ່າຝ່າຝືນລະບຽບພັກ ຝ່າຝືນລະບຽບກົດໝາຍຂອງລັດແມ່ນຈະບໍ່ຈົ່ງໄວ້ຈະບໍ່ມີຊ່ອງ ວ່າງ. ປີຕໍ່ໄປຈະຫາກົນໄກອັນໃດທີ່ຈະມາປາບປາມພວກສໍ້ລາດບັງຫຼວງກິນສິນບົນ ເພາະຄົນ ເຮັດຜິດຕ້ອງຊອກຊ່ອງຫວ່າງຂອງກົດໝາຍແຕ່ດຽວນີ້ພັກ-ລັດຈີນກໍ່ຊອກວິທີເພື່ອອັດຊ່ອງຫວ່າງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ