ເມື່ອອະນາຄົດທີ່ສົດໃສ-ບົດປະພັນຂອງຈ້າວຈ້ຽນໂປ່ວ
2016-03-21 16:16:06  cri 
    ເດືອນມັງກອນປີ 2016, ພວກຂ້ອຍທັງ 9 ຄົນໄດ້ເດີນທາງໄປລາວຜ່ານດ່ານຊາຍແດນບໍ່ຫານຂອງຈີນແລະຢ້ຽມຢາມໂຮງຮຽນ
ປະຖົມ 5 ແຫ່ງຢູ່ເຂດພູດອຍຂອງລາວ ພຽງແຕ່ເຫັນໂຮງຮຽນເຫຼົ່ານີ້ທີ່ແອ້ມດ້ວຍແປ້ນໄມ້, ເສົາໄມ້ແລະມຸງຫຍ້າ, ໂຕະ, ຕັ່ງເກົ່າແລະ
ອື່ນໆແລ້ວ, ດອກໄຟຟ້າກໍບໍ່ມີ. ການທີ່ພວກຂ້ອຍໄປຢ້ຽມຢາມໂຮງຮຽນກໍເພື່ອຊ່ວຍເຫຼືອແປງໂຮງຮຽນເຫຼົ່ານີ້ແລະພໍແຕ່ຢ່ວງຂາເຂົ້າບໍລິ
ເວນໂຮງຮຽນ ພວກເດັກນ້ອຍຫຼຽວເຫັນຕ່າງກໍຮູ້ສຶກດີໃຈ. ເຖິງວ່າຂະເຈົ້າພົບຄວາມຫຍຸ້ງຍາກຫຼາຍປານໃດກໍຕາມ,  ແຕ່ເປັນຄົນໃຈດີ
ແລະແວວຕາແຕ່ລະຄູ່ຂອງຂະເຈົ້າເຕັມໄປດ້ວຍຄວາມເບີກບານມ່ວນຊື່ນແລະຕື່ນເຕັ້ນ.ພວກຂ້ອຍໄດ້ຢາຍອຸປະກອນການຮຽນເຊັ່ນ:
ກະເປົາ, ປື້ມຂຽນ, ສໍດຳ, ມີດແຫຼມສໍແລະອື່ນໆທີ່ເອົາມາແຕ່ຄຸນໝິງໃຫ້ທຸກໆຄົນໃນຫ້ອງຮຽນ. ແນວໃດກໍດີ, ມີອຸປະກອນບາງຢ່າງທີ່
ພວກຂ້ອຍຕ້ອງໄດ້ແນະນຳໃຫ້ອາຈານເພື່ອນຳໄປສິດສອນນັກຮຽນຂອງຕົນໃນຂັ້ນຕໍ່ໄປ.ການຢ້ຽມຢາມຄັ້ງນີ້, ພວກຂ້ອຍບໍ່ພຽງແຕ່ມາ
ມອບຂອງຂວັນໃຫ້ເທົ່ານັ້ນ, ແຕ່ຍັງໄດ້ເປັນສ່ວນໜຶ່ງຂອງການປູກຈິດສຳນຶກຂອງການຮັກຮຽນຂອງເດັກນ້ອຍ, ແລະຫວັງວ່າຂະເຈົ້າ
ຈະພະຍາຍາມຕັ້ງໃຈຮ່ຳຮຽນ, ເພື່ອອະນາຄົດທີ່ສົດໃສຂອງເຂົາເຈົ້າ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ