ໄຂການປະກວດຮູບຖ່າຍເພື່ອລະຫຼອງວັນສ້າງສາຍພົວພັນທາງ
ການທູດລາວ-ຈີນຄົບຮອບ 55 ປີ
2016-03-21 16:23:33  cri 
  ປີ 2016 ເປັນປີທີ່ສອງປະເທດລາວ-ຈີນສ້າງສາຍພົວພັນທາງການທູດຄົບຮອບ 55 ປີ. ເພື່ອລະນຶກປະຫວັດສາດອັນສະຫງ່າລາສີ
ຂອງການໄປມາຫາສູ່ກັນແບບມີໄມຕີຈິດມິດຕະພາບລະຫວ່າງລາວຈີນ, ການປະກວດຮູບຖ່າຍພາຍໃຕ້ຫົວຂໍ້ທີ່ວ່າ"ຮູບພາບທີ່ສ້າງຄວາມ
ຕື້ນຕັນໃຈຫຼາຍທີ່ສຸດ"ໄດ້ໄຂຂຶ້ນຢ່າງເປັນທາງການ ເຊິ່ງການປະກວດຮູບຖ່າຍຄັ້ງນີ້ແມ່ນສະຖານທູດສປ ຈີນ ປະຈໍາ ສປປ ລາວເປັນ
ເຈົ້າພາບຈັດງານ ແລະ CRI FM93 ເປັນຜູ້ປະສານງານ.

ໃນຮອບ 55 ປີທີ່ຜ່່ານມາ, ບົນເສັ້ນທາງການຮ່ວມມືທີ່ຍາວໄກລະຫວ່າງລາວຈີນໄດ້ຮັບການຂະຫຍາຍຕົວຢ່າງຍາວໄກໃນດ້ານການ
ເມືອງ, ເສດຖະກິດການຄ້າ, ວັດທະນະທໍາ ແລະຂົງເຂດອື່ນໆ, ມິດຕະພາບອັນເປັນມູນເຊື້ອລາວຈີນໄດ້ຮັບການເສີມຂະຫຍາຍແລະພັດ
ທະນາຂຶ້ນເລື້ອຍໆ, ທູດມິດຕະພາບລາວຈີນແຕ່ລະລຸ້ນໄດ້ໃຊ້ຄວາມພະຍາຍາມຂອງຕົນສ້າງມິດຕະພາບລະຫວ່າງລາວຈີນ. ຮູບຖ່າຍທີ່
ສະໝັກເຂົ້າຮ່ວມການປະກວດໃນຄັ້ງນີ້ຕ້ອງຕິດພັນກັບຫົວຂໍ້ທີ່ວ່າລາວກັບຈີນສ້າງສາຍພົວພັນທາງການທູດຄົບຮອບ 55 ປີ ພ້ອມທັງ
ສ່ອງແສງເຖິງມິດຕະພາບອັນເລິກເຊິ່ງ ແລະໝາກຜົນການຮ່ວມມືລະຫວ່າງຈີນກັບລາວໃນດ້ານການເມືອງ, ເສດຖະກິດ, ວັດທະນະ
ທໍາ,​ ການຕ່າງປະເທດແລະອື່ນໆ. ເນື້ອໃນຮູບຖ່າຍທີ່ສະໝັກເຂົ້າຮ່ວມການປະກວດ ໃນຄັ້ງນີ້ ອາດຈະເປັນການສ່ອງແສງໃຫ້ເຫັນເຖິງ
ຫົວຂໍ້ມິດຕະພາບລາວຈີນ ແລະການຮ່ວມມືແບບມີໄມຕີຈິດມິດຕະພາບລາວຈີນ, ອາດຈະເປັນເລື່ອງກ່ຽວກັບລາວທີ່ເຮັດໃຫ້ຄົນຈີນຕື້ນ
ຕັນໃຈຫຼາຍທີ່ສຸດ ຫຼືກ່ຽວກັບຈີນທີ່ເຮັດໃຫ້ຄົນລາວຕື້ນຕັນໃຈຫຼາຍທີ່ສຸດ.

ການປະກວດຖ່າຍຮູບໃນຄັ້ງນີ້ມີຫຼາຍລາງວັນ ຄື ລາງວັນທີໜຶ່ງມີ 1 ລາງວັນ ໄດ້ຮັບເງິນລາງວັນ 10 ລ້ານກີບ, ລາງວັນທີສອງມີ 2
ລາງວັນ ໄດ້ຮັບເງິນລາງວັນລະ 5 ລ້ານກີບ, ລາງວັນທີສາມມີ 3 ລາງວັນ ໄດ້ຮັບເງິນລາງວັນລະ 2 ລ້ານກີບ, ລາງວັນຊົມເຊີຍ 6
ລາງວັນ ໄດ້ຮັບເງິນລາງວັນລະ 8 ແສນກີບ, ຜົນການປະກວດຈະເຜີຍແຜ່ໃນວັນທີ 18 ເມສາປີ 2016, ຮູບຖ່າຍທີ່ໄດ້ຮັບລາງວັນ
ຈະວາງສະແດງຢູ່ໃນງານລ້ຽງຮັບຮອງຂອງສະຖານທູດຈີນປະຈໍາລາວເພື່ອສະຫຼອງວັນສ້າງສາຍພົວພັນທາງການທູດລາວ-ຈີນຄົບ
ຮອບ 55 ປີ. ຜົນການປະກວດຈະເຜີຍແຜ່ໂດຍຜ່ານສື່ຕ່າງໆຂອງ CRI FM93, ຜູ້ນໍາຂອງສະຖານທູດຈີນປະຈໍາລາວຈະມອບລາງ
ວັນໃຫ້ແກ່ຜູ້ທີ່ໄດ້ຮັບລາງວັນໂອກາດງານແຂ່ງຂັນຮ້ອງເພງຈີນເພື່ອຄວາມຮັກແພງລາວ-ຈີນຮອບຊີງຊະນະເລີດ. CRI FM93 ຈະ
ເຊື້ອເຊີນສື່ມວນຊົນຕ່າງໆທີ່ສໍາຄັນຂອງລາວ ເພື່ອລາຍງານຂ່າວການປະກວດຄັ້ງນີ້ຢ່າງຮອບດ້ານ.
 
ເງື່ອນໄຂກ່ຽວກັບຮູບຖ່າຍທີ່ສົ່ງເຂົ້າຮ່ວມການປະກວດ:
ຫາກເປັນຮູບຖ່າຍເອເລັກໂຕນິກ, ຕ້ອງໃຫຍ່ກວ່າ 1M; ຫາກເປັນຮູບຖ່າຍລ້າງຕ້ອງເປັນຂະໜາດ 12'' ×18''. ພ້ອມທັງປະກອບຄໍາ
ອະທິບາຍປະມານ 300 ຄໍາ.ຜູ້ເຂົ້າຮ່ວມການປະກວດຄວນມີລິຂະສິດທີ່ເປັນເອກະລາດ ແລະສົມບູນຕໍ່ຮູບຖ່າຍທີ່ສົ່ງມາ; ພ້ອມທັງຄວນ
ຮັບປະກັນບໍ່ໃຫ້ຮູບຖ່າຍທີ່ສົ່ງມາລ່ວງລະເມີດລິຂະສິດ, ສິດຮູບຖ່າຍ, ສິດຊື່ສຽງ ແລະສິດສ່ວນຕົວຂອງຜູ້ອື່ນ.

ເຈົ້າພາບຈັດງານມີສິດທິນໍາໃຊ້ຮູບຖ່າຍທີ່ສົ່ງມາດ້ວຍຮູບການກົບປີ,​ ພິມຈາໜ່າຍ, ວາງສະແດງ, ສາຍ ແລະເຜີນແຜ່ຜ່ານທາງອິນເຕີ
ເນັດ ໂດຍບໍໍ່ຈ່າຍຄ່າປາກກາອີກ. ຮູບຖ່າຍທີ່ສົ່ງມາຫ້າມບໍ່ໃຫ້ມີກາໝາຍ, ຂອບ,​ ຕົວໜັງສື ແລະອື່ນໆ.
ກໍານົດເວລາສົ່ງຮູບຖ່າຍທີ່ສະໝັກເຂົ້າປະກວດ:ເລີ່ມແຕ່ມື້ນີ້ຫາວັນທີ 31 ມີນາ ປີ 2016
ຮູບຖ່າຍເອເລັກໂຕນິກຫຼືສະບັບສະແກນສົ່ງໄປທີ່: laos@cri.com.cn, 
ຮູບຖ່າຍລ້າງສົ່ງໄປທີ່ CRI FM93(152, 23 Singha Road,Ban Nongbone,Vientiane).
ເບີໂທ: 00856-21-454515-17(ພາສາລາວ)00856-21-454518、00856-20-78606607(ພາສາຈີນ).
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ