ວາງສະ​ແດງ​ວິຈິດ​ຕະກຳ​ທົ່ວ​ປະ​ເທດສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດຈີນ​ຄົບຮອບ 95 ປີ
2016-06-23 15:53:57  cri 

ຕາມ​ຂ່າວ CRI On Line: ​ເນື່ອງ​ໃນ​ໂອກາດວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນຄົບຮອບ 95 ປີ, ສະຫະພັນ​ສິລະ​ປະ​ວັນນະຄະດີ​ຈີນ, ສະມາຄົມ​ວິຈິດ​ຕະກອນ​ຈີນ, ກອງ​ທຶນ​ສິລະ​ປະ​ວັນນະຄະດີ​ຈີນ​ແລະກອງ​ທຶນສະ​ເພາະ​ເພື່ອ​ການ​ພັດທະນາ​ສິລະ​ປະ​ວັນນະ​ຄະດີ​ຈີນ​ໄດ້​ຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ​ງານ​ວາງສະ​ແດງ​ວິຈິດ​ຕະກຳ​ເພື່ອ​ສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບ​ຮອບ 95 ປີ​ຂຶ້ນ ຢູ່ຫໍພິພິທະພັນ​ແຫ່ງ​ຊາດ​ຈີນ ໃນ​ວັນ​ທີ 19 ມິຖຸນາ​ນີ້​ ​ໂດຍ​ໄດ້​ຫວນ​ຄືນຂະ​ບວນວິວັດ​ອັນ​ສະຫງ່າ​ລາສີ​​ແຫ່ງ​ການ​ກຳ​ເນີ​ດ,ການ​ນຳພາ​ແລະ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​​ເວລາ 95 ປີຜ່ານມາ.

ງານ​ວາ​ງະ​ແດງ​​ເທື່ອ​ນີ້​ໄດ້​ນຳ​ເອົາ​ຮູບ​ແຕ້ມທີ່​ເປັນ​ເອກະລັກ​ຂອງ​ຈີນ, ຮູບ​ແຕ້ມ​ສີ​ນ້ຳມັນ, ຮູບ​ພິມ, ຮູບຄວັດ, ປຶ້ມ​ກາ​ຕູນ​ກວ່າ 300 ຜົນງານ​ລວມທັງສິລະ​ປະອື່ນໆ​ອີກ​ຫຼາຍ​ຢ່າງ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ຜົນງານ​ຕະຫຼອດ​ໄລຍະ 95 ປີຜ່ານມາ​ເຊິ່ງພັກ​ກອມ​ມູນິດ​ຈີນ​ໄດ້​ນຳພາ​ປະຊາຊົນ​ຈີນ​ຍາດ​​ເອົາ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ, ຕໍ່ສູ້​ປົດ​ປ່ອຍຊາດ​ແລະ​​ຜົນສຳ​ເລັດ​ໃນ​ການ​ສ້າງ​ສັງຄົມ​ນິຍົມທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ ພ້ອມ​ດ້ວຍ​ຜົນສຳ​ເລັດ​ໃນ​ການ​ສ້າງ​ປະ​ເທດ​ຊາດ​ທີ່​ຈະ​ເ​ລີ​ນຮຸ່ງ​ເຮື​ອງ, ປະ​ເທດ​ເຂັ້ມ​ແຂງ​ຮັ່ງມີ​ແລະ​ປະຊາຊົນ​ມີ​ຄວາມ​ສຸກ ​ແລະມູນ​ເຊື້ອ​ອັນ​ສະຫງ່າ​ລາສີຂອງ​ພັກ​ກອມ​ມູນິດ​ຈີນ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ