ນຳ​ສະ​ເໜີ​ຮູບ​ເງົາ​ສັ້ນ​ເລື່ອງ​ "​ທາດ​ແທ້ສີ​ແດງ"​ເພື່ອ​ເປັນ​ຂອງຂວັນ​ມອບ​ໃຫ້​​ແກ່​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-06-23 16:01:27  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ​ເນື່ອງ​ໃນ​ໂອກາດ​ຄຳນັບ​ຮັບ​ຕ້ອນວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ​, ວົງ​ການ​ຂອງ​ຕົນໄດ້​ນຳ​ສະ​ເໜີ​ຮູບ​ເງົາສັ້ນ​ເລື່ອງ "ທາດ​ແທ້​ສີ​ແດງ"​ເຊິ່ງ​ຮູ​ບ​ເງົາ​ເລື່ອງ​ນີ້​ສາມາດ​ເບິ່ງ​ໄດ້​ນອກຈາກ​ທາງ​ສື່​ຂອງ​ສຳນັກ​ຂ່າວສານ​ຊິນ​ຮວາ​​ແລ້ວ,ຍັງ​ເບິ່ງ​ໄດ້​ຢູ່​ໃນ​ສື່​ທຸກ​ປະ​ເພດ​ແລະ​ຈໍ​ໃຫຍ່LEDຢູ່​ກາງ​ແຈ້ງ​ໃນ​ເວລາ 9 ​ໂມງ 50 ນາທີ​ຂອງ​ວັນ​ທີ 20 ມິຖຸນາ​ນີ້.

​ຮູບ​ເງົາທີ່​ມີ​ຄວາມ​ຍາວ 9 ນາທີ 5 ວິນາທີ​​ເລື່ອງ​ນີ້ໄດ້​​ເລົ່າ​ມູນ​ເຊື້ອ​ສະຫງ່າ​ລາສີ​ຕະຫຼອດ​ໄລຍະ 95 ປີ​ຂອງ​ພັກ​ກອມູນິດ​ຈີນ​ໂດຍ​ຫຍໍ້​ເຊິ່ງ​ເປັນ​ພາບ​ນິ້ງ​ແລະ​ພາບ​ເຄື່ອນ​​ໄຫວ​ລ້ວນ​ແຕ່​ເປັນ​ຜົນງານ​ໃນ​ການ​ເກັບ​ກຳ​ຂໍ້​ມູນ​ການ​ບັນທຶກພາບຂອງ​ຂ່າວສານ​ຊິນ​ຮວາ. ຮູບ​ເງົາ​ສັ້ນ​ເລື່ອງ "ທາດ​ແທ້​ສີ​ແດງ"ທີ່​ນີ້ໄດ້​ຖ່າຍ​ທຳ​ຕາມ​ມາດຕະຖານ​ຂອງ​ຮູບ​ເງົາ​ທີ່​ສາຍ​ຢູ່​ໂຮງ​ຮູບ​ເງົາ​ແລະ​ເໝາະ​ຕໍ່​ການ​ເຜີຍ​ແຜ່​​ໃນຫຼາຍ​​ເວທີ​ແລະ​ຫຼາຍ​ຊ່ອງ​ທາງ​ເຊັ່ນ​ໂທລະພາບ, ​ອິນ​ເຕີ​ເນັດ​ແລະ​ມື​ຖື​​ເປັນ​ຕົ້ນ, ​ແລະຮູບ​ເງົາ​ເລື່ອງນີ້​​ເປັນ​ໝາກຜົນ​ປະດິດ​ສ້າງ​ອີກ​ຢ່າງໜຶ່ງ​ຂອງ​ຂ່າວສານ​ຊິນ​ຮວາ​ໃນ​ການ​ລາຍ​ງານ​ຜ່ານ​ສື່​ຕ່າງໆ​ແລະ​ເປັນ​ຜົນງານຄຳນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ95​ປີ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ