ນັກວິຊາການ​ສິງກະ​ໂປ​ຕີ​ລາຄາ​ສູງ​ຕໍ່​ພັກ​ກອມ​ມູນິດ​ຈີນ​ທີ່​ນຳພາ​ການ​ພັດທະນາ​ເສດຖະກິດ​ຈີນ
2016-06-23 16:02:27  cri 

ສິງ​ກະ​ໂປ​ແລະ​ຈີນ​ມີ​ການ​ພົວພັນ​ທາງ​ການ​ຄ້າ​ທີ່​​ແໜ້ນ​ແຟ້ນ ສື່​ມວນ​ຊົນ​ແລະນັກ​ວິຊາ​ການ​ສິງກະ​ໂປ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ມາ​ໂດຍ​ຕະຫຼອດ ​ໂດຍ​ເຫັນ​ວ່າເນື່ອງ​ຈາກການ​ນຳພາທີ່ສະຫຼາດສ່ອງ​ໃສຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ເປັນ​ພັກ​ກຳ​ອຳນາດນັ້ນ ​ໄດ້​ເຮັດ​ໃຫ້ເສດຖະກິດຈີນ​ມີ​ການ​ພັດທະນາ​ຢ່າງຟົດ​ຟື້ນ​ຄືດັ່ງ​ປັດຈຸບັນ.

ທ່ານ​ໂຄ​ຈິນຢີ ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດທະນາ​ແລະ​ຍຸດ​ທະ​ສາດ​ລອງ​ກຸສ ​ເຊິ່ງ​ເປັນອົງການ​ຫົວ​ກະທິ​ທີ່​ມີ​ຊື່​ສຽງ​ຂອງ​ສິງກະ​ໂປ ​ເຫັນ​ວ່າ, ພັກ​ກອມ​ມູນິດ​ຈີນ​ໃນ​ຖານະ​ເປັນ​ພັກ​ກຳ​ອຳນາດ ​ແມ່ນ​ຜູ້ນຳ​ພາ​​ແ​ລະວາງ​ແນວທາງ​ພັດທະນາ​ເສດຖະກິດ​ຂອງ​ຈີນ ​ແລະ​ກໍ​ແມ່ນ​ຜູ້ຈັດ​ສັນ​ຊັບພະຍາກອນ​ເສດຖະກິດ. ທ່ານ​ເຕີ້ງສຽວ​ຜິ​ງ ​ໄດ້​ສະ​ເໜີ​ທັດສະນະ​ທີ່​ເຮັດ​ໃຫ້​ຄົນ​ຈຳນວນ​ໜຶ່ງ​ຮັ່ງມີ​ຂຶ້ນກ່ອນນັ້ນ ​ໄດ້​ມີ​ບົດບາດ​ອັນ​ເລິກ​ເຊິ່ງຕໍ່​ເສດຖະກິດ​ຈີນ. ການ​ທີ່ພັກ​ກອມ​ມູນິດ​ຈີນ​ວາງ​ແນວທາງ​ພັດທະນາ​ເສດຖະກິດ​ຈີນ​ນັ້ນຍັງ​ສະ​ແດງ​ໃຫ້​ເຫັນ​​ເຖິງການ​ສ້າງ​ລະບົບ​ເສດຖະກິດ ຕາມບັນທັດຖານຈາກລະບອບ​ເສດຖະກິດທີ່​ນັບ​ມື້​ນັບ​ສົມບູນ​ຂຶ້ນ ​ແລະການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ​ຈີນ ​ໄດ້ສົ່ງ​ຜົນ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຈີນ​ດີ​ຂຶ້ນຄູ່​ກັນ.

​​ແນວ​ໃດ​ກໍ​ດີ, ນັກວິຊາການ​ສິງກະ​ໂປ​​ຊີ້​ວ່າ, ນະ​ໂຍບາຍ​ໃໝ່​ຈະຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​​ເຖິງ​ຖອງ ​ແລະ​ນີ້​ກໍ​ແມ່ນ​ສິ່ງ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນຫາ​ເສດຖະກິດ​ແລະ​ພັດທະນາຂອງ​ຈີນ. ​ເສດຖະກິ​ດ​ແມ່ນ​ໜຶ່ງ​ໃນ​ຫົວ​ຂໍ້​ທີ່​ສຳຄັນ​​ໃນ​ສາຍ​ພົວພັນລະຫວ່າງສິງກະ​ໂປ-ຈີນ ​ເຊິ່ງນັກວິຊາການ​ສິງກະ​ໂປ​ຢືນຢັນ​ວ່າພັກ​ກອມ​ມູນິດ​ຈີນ​ໄດ້​ນຳພາ​ເສດຖະກິດ​ປະ​ເທດ​ຕົນ ​ແລະ​ເປັນ​ທີ່​ໜ້າ​ຕິດຕາມ​ຕໍ່​ການ​ພັດທະນາ​​ເສດຖະກິດ​ຈີນຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ