ຈາກ "ຄຳຂວັນ"​ແລະ​ "ທັດສະນະ
​ຄະຕິ"​ເຫັນ​ໄດ້​ຈຸດປະສົງ​ພື້ນຖານ
​ຂອງ​ພັກກອມ​ມູນິດ​ຈີນ
2016-06-24 16:36:30  cri 

ຄຳ​ຂວັນ​ທີ່​ວ່າ "​ໂຄ່ນ​ລົ້ມ​ເຈົ້າທີ່​ດິນ,​ແບ່ງປັນທີ່​ດິນ​ປູກຝັງ" ​ເຊິ່ງຂຽນ​ໂດຍ​ທະຫານ​ແດງ​ພາຍຫຼັງ​ກອງ​ທະຫານ​ແດງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນຢຶດເມືອງ​ຈ່າງ​ໂຈ່​ວ​ໄດ້​ຫຼັງ​ຊະນະສັດຕູ​ໃນ​ປີ 1932.

ຜົນສຳ​ເລັດ​ທີ່​ໜ້າ​ສັນລະ​ເສີນ​ຂອງ​ພັກ​ກອມ​ມູນິດ​ຈີນນັບ​ແຕ່​ມື້​ສ້າງ​ຕັ້ງ​ຂຶ້ນ​ຈົນ​ມາ​ຮອດ​ປັດຈຸບັນ, ລ້ວນ​ແຕ່​ມາຈາກຄຳ​ຂວັນ "​ໂຄ່ນ​ລົ້ມ​ເຈົ້າທີ່​ດິນ,​ແບ່ງປັນທີ່​ດິນ​ປູກຝັງ"ລວມ​ເຖິງ "ຢຸດຕິ​ສົງຄາມ​ກາງ​ເມືອງ,​ເປັນ​ເອກະສັນ​ກັນ​ຕໍ່ຕ້ານ​ສັດຕູ​ພາຍ​ນອກ";ຈາກ "ບໍ່​​​ເຫັນ​ແກ່​ຜົນ​ປະ​ໂຫຍ​ດ​ແຕ່​ຢ່າງ​ໃດ, ​ເຮັດ​ແຕ່​ສິ່ງ​ທີ່​ເປັນ​ຜົນ​ປະ​ໂຫຍ​ດ​ໃຫ້​ທຸກ​ຄົນ​ເທົ່າ​ນັ້ນ"​ແລະ"ຮັບ​ໃຊ້​ປະຊາຊົນ"; ຈາກ "ປົດ​ປ່ອຍ​ແນວ​ຄິດ,ສະ​ແຫວ​ງຫາ​ສັດຈະທຳຈາກ​ຄວາມ​ຈິງ"​ເຖິງ​ການ "ຖື​ຄົນ​ເປັນ​ຫຼັກ" ​ເຊິ່ງຄຳ​ຂວັນ​ແລະ​ທັດສະນະ​ຄະຕິ​ເຫຼົ່າ​ນີ້​ໄດ້​ສ່​ອງ​ແສງ​​ເຖິງຄວາມ​ພະຍາຍາມ​ສຶກສາ​ຄົ້ນຄວ້າ​ຕາມ​ສະ​ໄໝ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສູ້​ຊົນ​ພະຍາຍາມ​ໄປ​ຕາມ​ທິດ. ການ​ຖື "ຮັບ​ໃຊ້​ປະຊາຊົນ"​ເປັນ​ຈຸດປະສົງ​ພື້ນຖານ, ​ເຮັດ​ໃຫ້​ພັກ​ກອມ​ມູນິດ​ຈີນ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​​ແລະ​ຄວາມ​ຜິດພາດຕ່າງໆ​ນາໆ​ໄດ້​ແລະ​ຍ້ອນ​ມີ​ຄວາມ​ສາມາດ​ລະດົມ​ຂົນຂວາຍ​ແລະ​ເຕົ້າ​ໂຮມ​ຄວາມສາມັກ ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ປະຊາຊົນຢ່າງ​​ແຂງ​ແຮງ, ສາມັກຄີ​ແລະ​ນຳພາ​ປະຊາຊົນ​ທົ່ວ​ປະ​ເທດ​ຈິ່ງຍາດ​ໄດ້​ໄຊຊະນະ​ຕະຫຼອດ​ມາ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ