ຈັດພິທີສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ​ຂຶ້ນຢ່າງ​ສະຫງ່າຜ່າ​ເຜີຍ
2016-07-02 15:42:51  cri 

  ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າວັນ​ທີ 1 ກໍລະກົດ​ນີ້, ​ໄດ້​ຈັດພິທີສະ​ເຫຼີ​ມ ສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີຂຶ້ນຢູ່ຫໍ​ສະພາ​ປະຊາຊົນ​ນະຄອນຫຼວງ​ປັກ​ກິ່ງຢ່າງ​​ສະຫງ່າຜ່າ​ເຜີຍ ​ໂດຍ​ທ່ານ ສິຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່ສູນ​ກາງ​ພັກກອມ​ມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ປາ​ໄສ​ໂດຍເນັ້ນວ່າ, ເຖິງວ່າພັກກອມມູນິດຈີນໄດ້ສ້າງຕັ້ງຂຶ້ນຄົບຮອບ 95 ປີ​ແລ້ວກໍຕາມ, ແຕ່ພວກ​ເຮົາຕ້ອງຮັກສາ​ຈິດ​ໃຈບຸກບືນສູ້​ຊົນ​ຂອງ​ສະມາຊິກພັກ​ກອມ​ມູນິດ​ຈີນ​ໃນ​​ເວລາ​ສ້າງ​ຕັ້ງ​ພັກ​ແລະ​ຮັກສາ​ຈິດ​ໃຈ​ບໍລິສຸດ​ຜຸດ​ຜ່ອງ​ຕໍ່​ປະຊາຊົນ​ຕະຫຼອດ​ໄປ.

  ທ່ານ ສິຈິ້ນ​ຜິ​ງ ກ່າວ​ເນັ້ນ​ວ່າ, ການ​ທີ່​ພັກ​ກອມ​ມີ​ນິດ​ກຳ​ເນີ​ດຢູ່​ຈີນ​ເປັນ​ການ​ປ່ຽນ​ແປງຄັ້ງ​ຍິ່ງໃຫຍ່ໂດຍ​ການ​ປ່ຽນ​ແປງ​ດັ່ງກ່າວ​ໄດ້​ປ່ຽນ​ທິດ​ທາງ​ແລະ​ຂະ​ບວນ ການ​ພັດທະນາ​ຂອງ​ປະຊາຊຊາດ​ຈີນ​ຫຼັງ​ສະ​ໄໝກາງ​ສະຕະວັດ​ທີ 19 ເປັນ​ຕົ້ນ​ມາຢ່າງ​ເລິກ​ເຊິ່ງ ທັງ​ໄດ້​ປ່ຽນອະນາຄົດ​ແລະ​ຊາຕາກຳ​ຂອງ​ປະຊາຊົນ​ຈີນ​ແລະ​ປະຊາ​ຊາດ​ຈີນກໍ​ຄື​ທ່າ​ອ່ຽງ​ແລະ​ສະຖານະການ​ພັດທະນາຂອງ​ໂລກຢ່າງ​ເລິ​ກ​ເຊິ່ງ. ຕະຫຼອດ​ໄລຍະ 95 ປີຜ່ານມາ, ​ພັກ​ກອມ​ມູນິດ​ຈີນ​ໄດ້​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ​ແລະ​ສາມາດ​ຜ່ານ​ຜ່າ​ອຸປະສັກຕ່າງໆ​ນານາ​ແລະ​ຮັບ​ໄຊຊະນະ​ຄັ້ງ​ແລ້ວ​ຄັ້ງ​ອີກ ​ເຊິ່ງ​ເປັນ​ການປະກອບສ່ວນ​ອັນ​ຍິ່ງ​ໃຫຍ່​ເພື່ອ​ປະຊາ​ຊາດ​ຈີນ.

  ທ່ານ ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນ​ວ່າ: ປະ​ຫວັດ​ສາດ​​ໃຫ້​ພວກ​ເຮົາ​​ໄດ້ຮູ້​ວ່າ: ປະຫວັດສາດ​​ແລະ​ປະຊາຊົນ​ທີ່​ເລືອກ​ໃຫ້​ພັກ​ກອມ​ມູນິດ​ຈີນ​ເປັນ​ຜູ້​ນຳພາ​ໃນ​ພາລະກິດຟື້ນ​ຟູຄວາມຈະ​ເລີ​ນຮຸ່ງ​ເຮືອງ​ທີ່ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ນັ້ນແມ່ນ​ທາງ​ເລືອກທີ່ຖືກຕ້ອງ, ຕ້ອງ​ຍຶດໝັ້ນ​​ເປັນ​ໄລຍະຍາວ​ນານ​ແລະ​​ເດັດດ່ຽວບໍ່​ຫວັ່ນ​ໄຫວ​​ໂດຍຕະຫຼອດ​ໄປ; ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ທີ່​ພັກ​ກອມ​ມູນິດ​ຈີນ​ນຳພາ​ປະຊາຊົນ​ບຸກ​ເບີກ​ນັ້ນແມ່ນ​ເສັ້ນທາງ​ທີ່ຖືກຕ້ອງ, ຕ້ອງ​ຍຶດໝັ້ນ​​ເປັນ​ໄລຍະຍາວ​ນານ​ແລະ​​ເດັດດ່ຽວບໍ່​ຫວັ່ນ​ໄຫວ​​ໂດຍຕະຫຼອດ​; ພັກ​ກອມ​ມູນິດ​​ແລະ​ປະຊາຊົນ​ຈີນສ້າງ​ພື້ນຖານ​ບົນດິນ​ແດນ​ຂອງ​ຈີນ, ​ຮຽນ​ແລະ​ຮັບ​ເອົາ​ໝາກຜົນ​ທີ່​ດີ​ເດັ່ນ​ແຫ່ງ​ຄວາມ​ສິວິ​ໄລ​ຂອງ​ມວນ​ມະນຸດ ​ແລະ ບັນລຸຍຸດ​ທະ​ສາດພັດທະນາ​ປະ​ເທດ​ແບບ​ຕັ້ງ​ຕົນເປັນ​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ​ແມ່ນ​ຖືກຕ້ອງ, ຕ້ອງ​ຍຶດໝັ້ນ​​ເປັນ​​​ໄລຍະຍາວ​ນານ​ແລະ​ເດັດດ່ຽວ​ບໍ່​ຫວັ່ນ​ໄຫວ​​ໂດຍຕະຫຼອດ​ໄປ.​

  ໃນ​ພິທີ​ດັ່ງກ່າວ, ທ່ານ ລີ​ວຢຸນຊ່ານ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, ​ເລຂາທິການ​ສູນ​ກາງ​ພັກໄດ້​ອ່ານ "ຂໍ້​ຕົກລົງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ການ​ຍ້ອງຍໍ​ສັນລະ​ເສີນ​ສະມາຊິກ​ພັກຜູ້​ດີ​ເດັ່ນ, ພະນັກງານ​​ເຮັດວຽກ​ພັກຜູ້ດີ​ເດັ່ນ​ແລະການຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານທີ່​ກ້າວໜ້າ" ​ໂດຍ​​ໄດ້​ຕົກລົງ​​ໃຫ້​ຄວາມ​ຍ້ອງຍໍ​ສັນລະ​ເສີນ​ຕໍ່​ສະມາຊິກ​ພັກ 100 ທ່ານ, ພະນັກງານ​​ເຮັດວຽກ​ພັກ 100 ທ່ານ ​ແລະ ການຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ 300 ອົງການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ