ຮອງລັດຖະມົນຕີກະຊວງການເງິນລາວກ່າວວ່າ: ກອງປະຊຸມສຸດຍອດ ຈີ20 ຈະສຳເລັດຕາມເປົ້າໝາຍ
2016-09-05 17:17:33  cri 

  

  ຕາມຂ່າວ cri: ວັນທີ 4 ກັນຍານີ້ ທ່ານນາງທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງ ການເງິນລາວໄດ້ໃຫ້ສຳພາດຕໍ່
ນັກຂ່າວ cri ຢູ່ທີ່​ເມືອງຫາງໂຈວໂດຍກ່າວວ່າ: ກອງປະຊຸມສຸດຍອດຫາງໂຈວຂອງກຸ່ມຈີ20 ໄດ້ປຶກສາຫາລືກ່ຽວກັບຫົວຂໍ້ສຳຄັນຕ່າງໆ
ເຊັ່ນ: ຈະວິເຄາະສະພາບເສດຖະກິດໂລກແລະຄວາມ ໝັ້ນຄົງສະຖຽນລະພາບທົ່ວໂລກ, ຈະເຮັດ​ແນວໃດ ເພື່ອເຮັດໃຫ້ເສດຖະ ກິດ
ຂອງໂລກມີການຟື້ນຕົວ ແລະບັນຫາ ອື່ນໆ. ໃນຫຼາຍມື້ມານີ້, ຜູ້ແທນຈາກປະເທດຕ່າງໆໄດ້ປຶກສາຫາລືແລະແລກປ່ຽນຄຳຄິດຄຳເຫັນ
ນຳກັນ, ແລະໄດ້ບັນລຸຄວາມ​ເຫັນທີ່ເປັນເອກະສັນກັນຢ່າງກວ້າງຂວາງ, ​ເຊິ່ງຖືວ່າໄດ້ສຳເລັດຕາມຄາດໝາຍ.

ທ່ານນາງທິບພະກອນຈັນທະວົງສາໄດ້ສະແດງຄວາມຊົມເຊີຍຕໍ່ຈີນທີ່ໄດ້ສະເໜີ ກ່ຽວກັບການເງິນສີຂຽວເປັນຄັ້ງທຳອິດ, ທ່ານນາງເວົ້າ
ວ່າ: ລິເລີ່ມສຳຄັນດີໆຂອງຈີນ ນັ້ນກໍ່ຄື ການເງິນສີຂຽວ, ເຮັດແນວ ໃດໃຫ້ຄຳນຶງເຖິງສິ່ງແວດລ້ອມ, ສົ່ງເສີມຊຸກ ຍູ້ ເພື່ອປະກອບສ່ວນ
ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ອັນນີ້ກໍ່ເປັນຂໍ້ລິເລີ່ມທີ່ດີຂອງ ສປ ຈີນ.

ທ່ານນາງທິບພະກອນຊີ້ໃຫ້ເຫັນວ່າ, ກອງປະຊຸມສຸດຍອດ ຈີ20 ຄັ້ງນີ້ໄດ້ສຸມໃສ່ການສ້າງໂຄງສ້າງການເງິນ ຂອງໂລກ, ແລະເນັ້ນເຖິງ
ບົດບາດສະຖາບັນການເງິນສາກົນ. ທີ່ສຳຄັນນັ້ນສະເພາະອາຊຽນເອງໄດ້ເນັ້ນໃຫ້ເຫັນການຮ່ວມຂອງ ຂໍ້ລິເລີ່ມຊຽງ​ໃໝ່ໃນການປ້ອງກັນ
ບໍ່ໃຫ້ ເກີດສະພາບວິ ກິດການ ເຊິ່ງຂໍ້ລິເລີ່ມດັ່ງກ່າວຈະສົມທົບກັບ imf

ທ່ານ​ໄດ້ກ່າວອີກວ່າ: "ຈຸດປະສົງຫຼັກໆກໍ່ແມ່ນວ່າແລກປ່ຽນ ຄວາມຄິດຄວາມເຫັນ. ອັນທີສອງ ຂ້າພະເຈົ້າຄິດວ່າກໍ່ແມ່ນ ມາເພື່ອເສີມ
ສ້າງມິດຕະພາບ, ນອກຈາກກໍ່ເສີມ ຂະຫຍາຍມິດຕະພາບລະຫວ່າງອາຊຽນ ກັບ ສປ ຈີນ, ຂ້າພະເຈົ້າຄິດ ວ່າມາເທື່ອນີ້ແມ່ນຄົບຊຸດ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ