ນາຍົກ​ຈີນ​ເຂົ້າ​ຮ່ວມກອງ​ປະຊຸມຜູ້ນຳ​ຈີນ-ອາ​ຊຽນຄັ້ງ​ທີ 19
2016-09-07 16:28:25  cri 

  ທ່ານ ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມຜູ້ນຳ​ຈີນ-ອາ​ຊຽນຄັ້ງ​ທີ 19 ຢູ່​ນະຄອນຫຼວງວຽງ​ຈັນ ສປປ ລາວ​ໃນ​ວັນ​ທີ 7 ກັນຍາ​ນີ້​ແລະ​ກ່າວ​ປາ​ໄສ​​ໄຂ​ກອງ​ປະຊຸມ. ຫຼັງ​ຈາກ​ນັ້ນ​ຜູ້ນຳ 10 ປະ​ເທດ​ອາ​ຊຽນຕ່າງ​ກໍ​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມືມິດຕະພາບ​ລະຫວ່າງ​ອາ​ຊຽນ-ຈີນ​ແລະ​ການສ້າງ​ສະພາບ​ແວດ​ລ້ອມທີ່​ມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບຢູ່​ພາກ​ພື້ນ​ແລະຫົວ​ຂໍ້​ອື່ນໆ. ​ສຸດທ້າຍ, ທ່ານ ຫຼີເຄິ້ສຽງ ກໍ​ໄດ້​ຕອບຮັບ​​ເອົາຄຳຄິດ​ເຫັນຂອງ​ຜູ້ນຳປະ​ເທດ​ຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ