ທ່ານບຸນຍັງ ວໍລະຈິດຕ້ອນຮັບການເຂົ້າຢ້ຽມ ຄຳນັບ ຂອງທ່ານຫຼີເຄີ້ສຽງ
2016-09-09 15:21:57  cri 

ຕອນບ່າຍວັນທີ 8 ກັນຍານີ້ ຢູ່ທຳນຽບປະທານປະເທດ ສປປ ລາວນະຄອນຫຼວງວຽງຈັນ, ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ສປປ ລາວ ໄດ້ຕ້ອນຮັບກາາເຂົ້າຢ້ຽມຄຳນັບຂອງທ່ານຫຼີ
ເຄີ້ສຽງ ນາຍົກລັດຖະມົນຕີຈີນ.

​ໃນ​ການ​ຢ້ຽມຢາມ​ຄຳ​ນັບທ່ານຫຼີເຄີ້ສຽງ ໄດ້ສົ່ງຄຳຢື້ຢາມຖາມຂ່າວທີ່ອົບອຸ່ນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດ
ຈີນ ປະທານປະເທດ ສປ ຈີນໄປຍັງທ່ານບຸນຍັງ ວໍລະຈິດ. ທ່ານຫຼີເຄີ້ສຽງ ກ່າວວ່າ, ຈີນ ແລະລາວ​ໄດ້ເຄົາລົບເຊິ່ງກັນແລະກັນ, ຢູ່
ຮ່ວມກັນຢ່າງສະເໝີພາບແລະຕ່າງຊ່ວຍຊູຍູ້ໜູນກັນຕະຫຼອດມາ. ຈີນຊົມເຊີຍລາວທີ່ປະສົບ​ຜົນສຳ​ເລັດໃນການ​ປະຕິບັດພາລະກິດປ່ຽນ
ແປງໃໝ່ຢ່າງ​ໃຫຍ່​ຫຼວງ​ກວ່າ​ເກົ່າ. ທັງຍິນດີຮ່ວມກັບ ລາວ ​ເສີມ​ຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີການໄປມາຫາສູ່ກັນ​
ໃນລະດັບສູງ ແລະການແລກປ່ຽນບົດຮຽນ​ໃນການປົກຄອງປະເທດ, ລົງເລິກການຮ່ວມມືຢ່າງຕິດແທດຕົວຈິງ, ຊຸກຍູ້ການພົວພັນລະ
ຫວ່າງສອງປະເທດຂະຫຍາຍ ຕົວຢ່າງປອດ​ໃຫ້ໃສ ຍາວນານ ແລະໝັ້ນຄົງ.


ທ່ານຫຼີເຄີ້ສຽງກ່າວ​ຕື່ມວ່າ, ຈີນແລະລາວກຳລັງຢູ່​ໃນໂອກາດໃໝ່ໃນການລົງເລິກການຮ່ວມມື. ​ເຊິ່ງຈີນຍິນດີຮ່ວມກັບລາວ ເພື່ອເຮັດ
ໃຫ້ຜົນປະໂຫຍດຂອງສອງຝ່າຍເຊື່ອມໂຍງເຂົ້າກັນ, ທັງເຮັດໃຫ້ການ ຮ່ວມມືໃນທຸກຂົງເຂດແໜ້ນແຟ້ນຕື່ມອີກ, ໂດຍສະເພາະແມ່ນ
ການເພີ່ມຂີດຄວາມສາມາດ ໃນການຜະລິດ ແລະການລົງທຶນ, ຊຸກຍູ້ໂຄງການກໍ່ສ້າງຂະໜາດໃຫຍ່ຕ່າງໆເຊັ່ນ: ທາງລົດໄຟຈີນ
-ລາວ, ການສ້າງເຂດເສດຖະກິດ ແລະການກໍ່ສ້າງ​ຂະ​ແໜງພະລັງງານໄຟຟ້ານ້ຳຕົກເປັນຕົ້ນ​ໃຫ້ກ້າວ ໜ້າຢ່າງໜັກແໜ້ນ, ເພື່ອ
ບັນລຸການໄດ້ຮັບຜົນປະໂຫຍດຮ່ວມກັນ. ນອກນີ້ ຍັງຈະ​ຊຸກຍູ້​ການຈັດກິດຈະກຳ ຕ່າງໆເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວ
ພັນທາງການທູດລະຫວ່າງຈີນ-ລາວຄົບຮອບ 55 ປີ​ໃຫ້​ມີ​ບັນຍາກາດ​ຄຶກຄື້ນ, ເພີ່ມທະວີການແລກປ່ຽນແລະຮ່ວມມືກັນໃນຂົງເຂດ
ການສຶກສາ, ການທ່ອງທ່ຽວແລະການ​ພົວພັນ​ຮ່ວມ​ມື​ໃນລະດັບທ້ອງຖີ່ນ.

ທ່ານບຸນຍັງ ວໍລະຈິດ ກ່າວວ່າ, ການຢ້ຽມຢາມ ສປປ ລາວຂອງທ່ານນາຍົກລັດຖະມົນຕີຫຼີເຄີ້ສຽງໃນຄັ້ງນີ້ ຈະ​ເປັນ​ການເພີ່ມພະລັງ
ຊີວິດຊີວາອັນໃໝ່ໃຫ້ແກ່ການ​ເສີມ​ສ້າງ ມິດຕະພາບອັນເປັນມູນເຊື້ອ ແລະຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະ
ເທດ. ລາວ-ຈີນມີມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ມີການໄປມາຫາສູ່ກັນໃນທຸກລະດັບຢ່າງແໜ້ນແຟ້ນ, ການຮ່ວມມືໃນ
ຂົງເຂດຕ່າງໆເຊັ່ນ: ເສດຖະກິດ, ວັດທະນະທຳ, ຊັບພະຍາກອນ​ມະນຸດ ແລະການປ້ອງກັນປະເທດລ້ວນແຕ່ດຳເນີນໄປຢ່າງສະດວກ.

ໂຄງການສຳຄັນຕ່າງໆເຊັ່ນ: ທາງລົດໄຟ, ການບິນອະວະກາດແລະອື່ນໆລ້ວນແຕ່ມີຄວາມໝາຍທາງປະຫວັດສາດ. ຂອບໃຈສປ ຈີນ
ທີ່ໄດ້ ສະໜັບສະໜູນຢ່າງ​ລ້ຳ​ຄ່າ​ເຮັດ​ໃຫ້ປະເທດລາວປະສົບ​ຜົນສຳ​ເລັດໃນການຈັດກອງປະຊຸມ. ສປປ ລາວ ຍຶດໝັ້ນ "4 ດີ"
ເພື່ອຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຶດທະສາດຮອບດ້ານລາວ-ຈີນກ້າວ ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ