ສະເຫລີມສະຫລອງວັນເລີ່ມອອກອາກາດ CRI FM 93 Mhz ຄົບຮອບ 10 ປີທີ່ນະຄອນຫລວງວຽງຈັນ
2016-12-21 18:53:08  cri 


(ທ່ານຫຼິວຊີປາວ ແລະທ່ານກິແກ້ວ ໄຂຄຳພິທຸນເຂົ້າຮ່ວມພິທີສະເຫຼີມສະຫຼອງການເລີ່ມອອກອາກາດຂອງ CRI FM93 ຄົບຮອບ 10 ປີ)



ພິທີສະເຫລີມສະຫລອງວັນເລີ່ມອອກອາກາດ CRI FM93Mhz ປະຈຳ ສປປ ລາວຄົບຮອບ 10 ປີໄດ້ຈັດຂຶ້ນໃນວັນທີ21ທັນວານີ້ ທີ່ນະຄອນຫລວງວຽງ ຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານຫລິວສີປາວ ກໍາມະການກົມການເມືອງສູນ ກາງພັກ, ເຂລາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກອມມູນິດຈີນ, ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວລາວ, ທ່ານກ່ວນຮວາປິ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ, ພ້ອມດ້ວຍບັນດາຮອງລັດຖະມົນຕີ,ຫົວໜ້າກົມ,ຮອງຫົວໜ້າກົມ,ຜູ້ຕາງໜ້າຈາກຂະ ແໜງການ ສຶກສາ,ວັດທະນະທໍາ, ບໍລິສັດຈີນປະຈໍາລາວ ແລະສື່ມວນຊົນລາວ ແລະຈີນ.

ໃນ​ພິທີສະ​ເຫລີ​ມສະຫລອງ​ໄດ້​ອ່ານ​ຈົດໝາຍ​ອວຍພອນ​ຂອງ​ທ່ານ ​ບຸນ​ຍັງ ວໍລະ​ຈິດ ​​ເລຂາທິການ​ໃຫຍ່ ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ,ປະທານ​ປະ​ເທດ​ລາວ ໂດຍເນື້ອໃນ​ຈົດໝາຍ​ອວຍພອນ​ໄດ້​ຕີ​ລາຄາ​​ສູງ​ຕໍ່​ຜົນງານຂອງ CRI ​ວ່າ, ໄລຍະ10ປີ​​ແຫ່ງ​ການ​ສ້າງ​ຕັ້ງ​ສະຖານີ​ວິທະ​ຍຸ​ກະຈາຍສຽງ​ຢູ່​ນະຄອນຫລວງ​ວຽງ​ຈັນ,ວິ ທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສາມາດ​ຍາດ​ໄດ້​ບັນດາ​ຜົນ​ສໍາ​ເລັດທີ່ສໍາຄັນ​​ໃນ​ການ​ເສີມ​ຂະ​ຫຍາ​ຍບົດບາດ​ການ​ເປັນ​ສື່​ກາງຂອງ​ຈີນ​ຕໍ່​ເວທີ​ສາກົນ​,ປະກອບສ່ວນ​ຢ່າ​ງສົມ​ກຽດ​ເຂົ້າ​ໃນ​ພາລະກິດ​ສ້າງ​ສັງຄົມ​ນິຍົມ​ຕາມ​ສີສັນ​ພິ​ເສດ​ຂອງ​ຈີນ,ກໍຄື​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ຮອບ ດ້ານ​ລະ​ຫວ່າງ​ສອງ​ພັກ,ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ​ລາວ-ຈີນ​ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ພິທີອັນສະຫງ່າລາສີນ​ດັ່ງກ່າວ​ກ່າວ,ທ່ານ​ບໍ່​ແສງ​ຄໍາ ວົງ​ດາລາ ​ລັດຖະມົນຕີກະຊວງ ຖວທ ໄດ້​ປະດັບ​ຫລຽນ​ກາ​ມິດຕະພາບ​ໃຫ້​ແກ່ CRI ​ແລະ​ທ່ານ Meng Long ຫົວໜ້າ CRIປະ​ຈໍາ​ລາວ,​ພ້ອມດ້ວຍ​ທ່ານ​ນາງ Mo Xiaoling ອະດີດ​ຫົວໜ້າCRI​ປະ​ຈໍາ​ລາວ, ​ເພື່ອ​ຍ້ອງ​ຍໍ​ຊົມ​ເຊີຍຜົນງານ​ດີ​ເດັ່ນ,​ແລະ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່ວຽກ​ງານ​ສື່​ມວນ​ຊົນ,ວັດທະນະ​ທໍາ-ສັງຄົມ,ການທ່ອງທ່ຽວ​ຂອງສາທາລະນະ​ລັດປະຊາທິປະ​ໄຕ​ປະຊາຊົນ​ລາວ.

ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສື່​ມວນ​ຊົນລາ​ວຢ່າງຕໍ່ເນື່ອງນັ້ນ,CRIປະ​ຈໍາ​ລາວ​ໄດ້ຮ່ວມ​ກັບ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ​ສ້າງ​ຫ້ອງ​ຮຽນ​ຂົງຈືທາງ​ວິທະຍຸ,​​  ໂດຍ​ມີ​ທ່ານຫລິວ​ສີ​ປາວ​ແລະ​ທ່ານ​ກິ​ແກ້ວ ​ໄຂ​ຄໍາ​ພິທູນ ​ເປີດ​ປ້າຍ​ໃນພິທີດັ່ງກ່າວ ​ແລະ​ຍັງ​ໄດ້​ລົງນາມໃນ​ສັນຍາ​ຮ່ວມ​ມື​ກັບ​ໜັງສື​ພິມ​ປະຊາຊົນ​ຕື່ມອີກໃນ​ພິທີ​ເຊັນ​ສັນຍາ​ຮ່ວມມື ດ້ານສື່ມວນຊົນລະ ຫວ່າງຈີນ-ລາວ ກ່ອນງານສະເຫລີມສະຫລອງ.

ນອກຈາກນີ້,ສິລະປິນລະດັບຊາດລາວ,ສະຖາບັນຂົງຈືທີ່ມຊ,ໂຮງຮຽນລຽວໂຕວ ແລະຜູ້ໄດ້ຮັບລາງວັນໃນການແຂ່ງຂັນຮ້ອງເພງຈີນເພື່ອຄວາມຮັກແພງລາວ-ຈີນກໍ່ໄດ້ ສະແດງລາຍການຕ່າງໆ ເຊິ່ງສາມາດສ້າງບັນຍາກາດຄຶກຄື້ນມ່ວນຊື່ນ ແລະສະແດງໃຫ້ເຫັນເຖິງມິດຕະພາບອັນດີງາມລະຫວ່າງປະຊາຊົນສອງປະເທດ.

CRI FM93 ສ້າງ​ຕັ້ງ​ຂຶ້ນ​​ເມື່ອ​ເດືອນ​ພະຈິກ 2006 , ຜູ້ຟັງທົ່ວນະຄອນຫຼວງວຽງຈັນກໍຄືບໍລິເວນໃກ້ຄຽງສາມາດ​ຮັບ​ຟັງ​ລາຍການໄດ້​ ໂດຍ ກວມເອົາອັດຕາ​ການຮັບ​ຟັງ​ຕິດ 1 ​ໃນ 3 ແລະ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳຄັນ​ທີ່​ສື່​ມວນ​ຊົນ​ ລາວ​ຮັບ​ເອົາ​ຂໍ້ມູນຂ່າວສານ​ກ່ຽວ​ກັບ​ຈີນ​ແລະທົ່ວ​ໂລກ.

ມາ​ຮອດ​ປັດຈຸບັນ,CRI FM93​ ​ໄດ້​ມີສື່​ໃໝ່​ຕ່າງໆ​ເຊັ່ນ: ວິທະຍຸ ເວັບ​ໄຊ, ສື່​ສິ່ງ​ພິມ, ສື່​ອອນ​ໄລ, ຜະລິດ​ຕະພັນ​ສື່​ໃໝ່​ຕ່າງໆ ​ແລະຫ້ອງ​ຮຽນ​ຂົງຈືທາງ​ວິທະຍຸ, ໂດຍບັນດາສື່ເຫຼົ່ານີ້ໄດ້ບັນລຸ​ການ​ເຜີຍ​ແຜ່​ຂໍ້ມູນຂ່າວສານ​​ໂດຍ​ຜ່ານ​ການ​ຮ່ວມ​ມື​ກັບ​ສື່​ມວນ​ຊົນ​ລາວທັງສ້າງ​ເປັນ​ສື່​ທີ່​ມີ​ຍີ່​ຫໍ້​ຂອງ​ຕົນ​ເອງ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ