ການນຳ​ຈີນ-​ລາວ​ເຂົ້າຮ່ວມພິທີສະ​ເຫຼີ​ມສະຫຼອງວັນເລີ່ມອອກອາກາດ ຂອງ CRI FM93Mhz ຄົບຮອບ 10 ປີ
2016-12-22 13:01:53  cri 


(ທ່ານຫຼິວຊີປາວ ແລະທ່ານກິແກ້ວ ໄຂຄຳພິທຸນເຂົ້າຮ່ວມພິທີສະເຫຼີມສະຫຼອງການເລີ່ມອອກອາກາດຂອງ CRI FM93 ຄົບຮອບ 10 ປີ)




ຕາມ​ຂ່າວ CRI: ພິທີ​ສະ​ເຫຼີ​ມສະຫຼອງວັນ​ເລີ່​ມອອກ​ອາກາດ​ຂອງ CRI FM93  ​ຄົບຮອບ 10ໄດ້ຈັດຂຶ້ນຢູ່ ທີ່ນະຄອນຫລວງວຽງ ຈັນຢ່າງ​ສະຫງ່າ​ງາມໃນວັນທີ21ທັນວານີ້.

ໂດຍການເປັນກຽດເຂົ້າຮ່ວມຂອງທ່ານຫລິວສີປາວ ກໍາມະການ ກົມການເມືອງສູນກາງພັກ, ເຂລາທິການສູນກາງພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກກອມມູນິດຈີນພ້ອມ​ດ້ວຍ​ຄະນະ, ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກປະຊາຊົນປະຕິວັດລາວ, ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວລາວ, ພ້ອມ​ດ້ວຍຜູ້ຕາງໜ້າຈາກຂະແໜງການຕ່າງໆ​.

ໃນ​ພິທີສະ​ເຫຼີມສະຫຼອງ​ດັ່ງກ່າວໄດ້​ອ່ານ​ຈົດໝາຍ​ອວຍພອນ​ຂອງ​ທ່ານ ​ບຸນ​ຍັງ ວໍລະ​ຈິດ ​​ເລຂາທິການ​ໃຫຍ່ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະຊາ ຊົນ​ປະຕິວັດ, ປະທານ​ປະ​ເທດ​ລາວ ໂດຍເນື້ອໃນ​ຈົດໝາຍ​ອວຍພອນ​ກ່າວ​ວ່າ, ​CRI FM93 ຖື​ເປັນ​ສື່​ທີ່​ດີ​ເດັ່ນ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສາມາດ​ຍາດ​ໄດ້​ບັນດາ​ຜົນ​ສໍາ​ເລັດທີ່ສໍາຄັນ​​ໃນ​ການ​ເສີມ​ຂະ​ຫຍາ​ຍບົດບາດ​ການ​ເປັນ​ສື່​ກາງຂອງ​ຈີນ​ຕໍ່​ເວທີ​ສາກົນ​,ປະກອບສ່ວນ​ຢ່າ​ງສົມ​ກຽດ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ ແລະ​ການ​ຮ່ວມ​ມື​ຮອບ ດ້ານ​ລະ​ຫວ່າງ​ສອງ​ພັກ,ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ​ລາວ-ຈີນ​ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ພິທີອັນສະຫງ່າລາສີ​ດັ່ງກ່າວ​ກ່າວ, ທ່ານຫລິວ​ສີ​ປາວ​ແລະ​ທ່ານ​ກິ​ແກ້ວ ​ໄຂ​ຄໍາ​ພິທູນ​ໄດ້​ຮ່ວມ​ກັນ​ເປີດ​ປ້າຍຫ້ອງ​ຮຽນ​ຂົງຈືທາງ​ວິທະຍຸ​ລະຫວ່າງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ-​ສະຖານີ​ວິທະຍຸ​ແຫ່ງ​ຊາດ​ລາວ. ທ່ານ​ບໍ່​ແສງ​ຄໍາ ວົງ​ດາລາ ​ລັດຖະມົນຕີກະຊວງ ຖວທ ໄດ້​ປະດັບ​ຫລຽນ​ກາ​ມິດຕະພາບ​ໃຫ້​ແກ່ CRI .

ນອກນີ້,ກອງສິລະປະ​ແຫ່ງ​ຊາດ​ລາວ​ໄດ້​ສະ​ແດງ​ລາຍ​ງານ​ສິລະ​ປະ​ໃນ​ພິທີ​ດັ່ງກ່າວ. ຜູ້ຕາງໜ້າ​ຈາກ​ບໍລິສັດ​ແລະອົງການ​ຈັດ​ຕັ້ງ​ຕ່າງໆ​ຂອງ​ຈີນ​ປະຈຳ​ຢູ່ລາວ, ຜູ້ຕາງໜ້າ​ຂອງ​ຜູ່​ຟັງ ​ແລະ​ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ສັງຄົມ​ລາວ​ຈຳນວນ 300 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ