ການນຳຈີນ-ລາວເປັນສັກຂີພິຍານໃນການເຊັນສັນຍາ
ຮ່ວມມືລະຫວ່າງສື່ມວນຊົນສອງປະເທດ
2016-12-22 13:01:53  cri 




ຕາມ​ຂ່າວ ​CRI: ວັນ​ທີ 21 ທັນວາ​ນີ້ ພິທີ​ເຊັນ​ສັນຍາ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນ​ລະຫວ່າງ​ຈີນ-​ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ ​ໂດຍ​ການ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ​ຫຼີວຊີ​ປາວ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, ​ເລຂາ​ທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດຈີນ ​ແລະ​ທ່ານ​ກິ​ແກ້ວ ​ໄຂ​ຄຳ​ພິທູນ​ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

​ໃນ​ພິທີ​ດັ່ງກ່າວ, ທ່ານ​ມາ​ໂປ​ຮຸ່ຍ ຮອງ​ອຳນວຍ​ການ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ (CRI)ແລະ​ທ່ານ​ດວງ​ຈິດ ສະຫວັດ​ບຸນ​ມີ ບັນນາທິການ​ໃຫຍ່​ໜັງສື​ພິມ​ປະຊາຊົນ ຂອງ ສປປ ລາວ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື. ອີງ​ຕາມ​ສັນຍາ, ສອງ​ຝ່າຍ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ນຳ​ໃຊ້​ຂ່າວ​ຄາວ​ຮ່ວມ​ກັນ, ​ແລກປ່ຽນ​ບຸກຄະລາ​ກອນ ​ແລະ​ການ​ຮ່ວມ​ກັນ​ວາງ​ແຜນ​ຈັດ​ລາຍການ​ຕ່າງໆ​ເປັນ​ຕົ້ນ ​ເຊິ່ງ​ເປັນ​ການ​ ​ຮ່ວມ​ມື​ກັນ​ລະຫວ່າງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກັບ​ສື່​ມວນ​ຊົນ​ສຳຄັນ​ຂອງ​ລາວອີກ​ຄັ້ງ​ໜຶ່ງ​ ພາຍຫລັງ​ໄດ້​ມີ​ການ​ຮ່ວມ​ມື​ກັບ​ສະຖານີ​ວິທະຍຸ​ແຫ່ງ​ຊາດ​ລາວ ​ແລະ​ຂ່າວສານ​ປະ​ເທດ​ລາວ​ໃນ​ຜ່ານ​ມາ.

ນອກ​ນີ້, ສື່​ມວນ​ຊົນ​ສອງ​ປະ​ເທດ​ຈີນ-​ລາວ​ຍັງ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​​ດ້ານ​ລາຍການ​ໂທລະພາບ ​ແລະ​ພິມ​ຈຳ​ໜ່າຍ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ