ນາຍົກລັດຖະມົນຕີຈີນ​ເຂົ້າ​ຮ່ວມ​ໜ່ວຍ​ຄົ້ນຄວ້າ​ຂອງຄະນະ​ຜູ້​ແທນ​ກວາງຊີ
2017-03-09 15:07:42  cri 


ຕອນ​ເຊົ້າ​ວັນ​ທີ 8 ມີນາ​ນີ້, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​​ໄປ​ເຂົ້າ​ຮ່ວມ​ໜ່ວຍ​ຄົ້ນ​ຄວ້າ​ຂອງຄະນະ​ຜູ້​ແທນ​ກວາງຊີ​​ໃນ​ໂອກາດ​ດຳ​ເນີນກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດຈີນ​ສະ​ໄໝ​ທີ 12 ​ແລະ​ຮ່ວມ​ຄົ້ນຄວ້າບົດ​ລາຍ​ງານ​ກັບ​ຜູ້ຕາງໜ້າຄະນະ​ຜູ້​ແທນ​ດັ່ງກ່າວ.


ຫຼັງ​ຮັບ​ຟັງ​ຄຳ​ຄິດ​ເຫັນ​ຂອງ​ຜູ້​ແທນແລ້ວ, ທ່ານ ຫຼີ​ເຄີ້ສຽງ ​ໄດ້ກ່າວ​ວ່າ: ໜ້າ​ທີ່​ການ​ພັດທະນາ​ແລະ​ປະຕິ​ຮູບ​ໃນ​ປີ​ນີ້ຕ້ອງ​ໜັກ​ແໜ້ນ, ຕ້ອງອາ​ໄສ​ການ​ປະຕິ​ຮູບ​ແລະການ​ໄຂ​ປະຕູ​ໃນ​ການ​ເພີ່ມ​ທະວີ​ທ່າ​ແຮງ​ການ​ພັດທະນາ. ຂະນະ​ດຽວ​ກັນ​ກໍລົງ​ເລິກ​ການ​ປະຕິ​ຮູບ​ໂດຍ​ "ການ​ມອບ​ສິດ​ອຳນາດ​ໃຫ້​ແກ່​​ທ້ອງ​ຖິ່ນ ປະສານ​ສົມທົບ​ການ​ມອບ​ສິດ​ອຳນາດ​ກັບ​ການ​ຄຸ້ມ​ຄອງ​ແລະປັບ​ປຸງ​ການ​ບໍ​ລິ​ການ​ໃຫ້​ດີ​ຂຶ້ນ", ກະຈາຍ​ອຳນາດ​ໃຫ້​ທ້ອງ​ຖິ່ນ ​ເພື່ອຄຸ້ມ​ຄອງວຽກ​ງານໜ້າ​ທີ່​ຂອງ​ຕົນ​ໃຫ້​ດີ.


"ການ​ຕິດຕາມ​ຄຸ້ມ​ຄອງ​ກໍແມ່ນ​ການ​ປະຕິ​ຮູບ​ເຊິ່ງລັດຖະບານ​​ໄດ້​ປ່ອຍ​ໃຫ້​ໄປ​ຕາມ​ກົນ​ໄກຕະຫຼາດ ຈຶ່ງ​ຈະ​ສາມາດ​ຄຸ້ມ​ຄອງ​ການ​ປະຕິບັດໜ້າ​ທີ່​​ຢູ່​ພາຍໃຕ້​ການ​ຄວບ​ຄຸມທີ່​ດີ.​"

ທ່ານ ​ຫຼີ​ເຄີ້ສຽງ ກ່າວ​ຕໍ່​ຄະນະ​ຜູ້​​ແທນ​ກວາງຊີ​ໃນ​ວັນ​ທີ 8 ມີນາ​ນີ້​ວ່າ: "ຕະຫຼາດ​ ​ຕ້ອງການສ້າງສະພາບ​ແວດ​ລ້ອມ​ຄວາ​ມຂັດ​ແຍ້​ງກັນ​ທີ່​ຍຸຕິ​ທຳ,ຖ້າ​ລັດຖະບານ​ປັບປຸງ​ພາລະ​ບົດບາດ​ກໍ​ຄວນ​​ສົນ​ໃຈ​​ຕໍ່​ການ​ຕິດຕາມ​ຄຸ້ມ​ຄອງ​ໃຫ້​ຫຼາຍ​ຂຶ້ນ ​ແລະ​ໃນສ່ວນ​ມະຫາ​ພາກ​ບໍ່​ພຽງ​ແຕ່​ຮູ້​ພິຈາລະນາ​ອະນຸມັດ​ເທົ່າ​ນັ້ນ​ກໍ​ຕ້ອງ​ຮູ້​ຕິດຕາມ​ແລະ​ຄຸ້ມ​ຄອງ​ຕື່ມ​ອີກ."


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ