ຄຳ​ປາ​ໄສ​ຂອງ​ທ່ານ ຈ່າງ​ກ່າວ​ລີ້ ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຊັ້ນ​ສູງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ພາກ​ທີ​ໜຶ່ງ
2017-05-14 11:09:23  cri 
ທ່ານ ຈ່າງ​ກ່າວ​ລີ້ ກ່າວ​ວ່າ, ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ດ້ານ​ນະ​ໂຍ​ບາຍ, ການ​ເຊື່ອມ​ຈອດ​ສິ່ງກໍ່​ສ້າງ, ຄວາມ​ສະ​ດວກ​ດ້ານ​ການ​ຄ້າ, ການ​ລະ​ດົມ​ເງິນ​ທຶນ ແລະ​ມິດ​ຕະ​ພາບ​ຂອງ​ປະ​ຊາ​ຊົນ ແມ່ນ​ຈຸດ​ສຸມ​ຂອງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຕ້ອງ​ຖື 5 ອັນ​ດັ່ງ​ກ່າວ​ເປັນ​ເລື່ອງ​ສຳ​ຄັນ, ເຕົ້າ​ໂຮມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ການ​ຮ່ວມ​ມື​ຢ່າງ​ກວ້າງ​ຂວາງ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ​ຢ່າງ​ຮອບ​ດ້ານ, ສ້າງ​ເວ​ທີ​ການ​ຮ່ວມ​ມື​ແບບ​ໃໝ່, ເຮັດ​ໃຫ້ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ເທດ​ແລະ​ປະ​ຊາ​ຊົນ​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ນັ້ນ​ໃຫ້​ດີກວ່າ​ເກົ່າ. ເພື່ອ​ເລື່ອງນີ້, ທ່ານໄດ້​ມີ​ຂໍ້​ສະ​ເໜີ 5 ຂໍ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ