ທ່ານ ສີ​ຈິ້ນ​ຜິງ ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າວຫຼັງ​ກອງ​ປະ​ຊຸມ​ໂຕະ​ມົນ​ເວ​ທີ​ປຶ​ສາ​ຫາ​ລື"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" –2
2017-05-15 18:23:55  cri 

ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ​ທ່ານສີຈິ້ນຜີງ ປະທານປະເທດຈີນກ່າວວ່າ,​ ນັບແຕ່ເວທີປຶກສາຫາລືສຸດຍອດ
ການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ"ຈັດຂຶ້ນເປັນຕົ້ນມາ, ເພື່ອນມິດນັກຂ່າວທັງຫຼາຍໄດ້ລາຍງານ
ຂ່າວຢ່າງຫຼວງຫຼາຍ,​ບັນທຶກຂະນະຕ່າງໆທີ່ສຳຄັນ, ​ເຜີຍແຜ່ສຽງຂອງບັນດາປະເທດທີ່ຮ່ວມກັນສ້າງສາ "ໜຶ່ງ
ແລວທາງໜຶ່ງເສັ້ນທາງ", ສະ​ແດງ​ໃຫ້​ໂລກ​ເຫັນການພັດທະນາຢ່າງມີຊີວິດຊີວາໃນການສ້າງສາ "ໜຶ່ງແລວ
ທາງໜຶ່ງເສັ້ນທາງ", ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນແລະຜູ້ຮ່ວມປະຊຸມຈາກປະເທດຕ່າງໆ, ສະແດງ
ຄວາມຂອບໃຈມາຍັງເພື່ອນມິດນັກຂ່າວທັງຫຼາຍ. ມື້ວານນີ້, ​ພວກຂ້າພະເຈົ້າໄດ້ຈັດພິທີເປີດເວທີປຶກສາຫາລື
ແລະການພົບປະລະດັບສູງ,​ ໂດຍຜູ້ນຳປະເທດ​ຈຳ​ນວນ​ໜຶ່ງ, ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນຈຳນວນໜຶ່ງ
ແລະຜູ້ແທນວົງການເຈົ້າໜ້າທີ່ລັດຖະບານ, ອຸດສາຫະກຳແລະວິຊາການຂອງ 100 ກວ່າປະເທດໄດ້ເຂົ້າຮ່ວມ,​
ເພື່ອຮ່ວມກັນປຶກສາຫາລືການຮ່ວມມືສາກົນໃນການສ້າງສາ "ໜຶ່ງແລວທາງໜຶ່ງເສັ້ນທາງ" ໃນທ່າມ​ກາງບັນ
ຍາກາດທີ່ມີໄມຕີຈິດມິດຕະພາບແລະກົມກຽວກັນ,​ ໄດ້ປະກອບຄຳຄິດຄຳເຫັນແລະຂໍ້ສະເໜີທີ່ດີຫຼາຍຂໍ້,​ ເຊິ້ງໄດ້
ຮັບໝາກຜົນທີ່ຕັ້ງໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ