ທ່ານ ສີ​ຈິ້ນ​ຜິງ ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າວຫຼັງ​ກອງ​ປະ​ຊຸມ​ໂຕະ​ມົນ​ເວ​ທີ​ປຶ​ສາ​ຫາ​ລື"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" –3
2017-05-15 18:26:07  cri 
ທ່ານສີຈິ້ນຜີງກ່າວວ່າ,​ ໃນໄລຍະຈັດເວທີປຶກສາຫາລື, ຈີນແລະຝ່າຍຕ່າງໆທີ່ກ່ຽວຂ້ອງໄດ້ເຊັນສັນຍາຮ່ວມມື
ຈຳນວນໜຶ່ງ, ​ ມາຮອດປັດຈຸບັນ, ​ໄດ້ມີ 68 ປະເທດແລະອົງການຈັດຕັ້ງສາກົນທີ່ໄດ້ເຊັນສັນຍາຮ່ວມມືກັບຈີນ
ພາຍໃຕ້ຂອບ "ໜຶ່ງແລວທາງໜຶ່ງເສັ້ນທາງ". ມື້ນີ້,​ຜູ້ນຳ 30 ກວ່າປະເທດແລະຜູ້ຮັບຜິດຊອບອົງການກອງທຶນ
ເງິນຕາສາກົນ ໄດ້ຈັດກອງປະຊຸມໂຕະມົນໃນຫົວຂໍ້  "ເພີ່ມທະວີການຮ່ວມມືສາກົນ, ​ຮ່ວມກັນສ້າງໜຶ່ງແລວ
ທາງໜຶ່ງເສັ້ນທາງ,​ ບັນລຸການພັດທະນາແບບຕ່າງຝ່າຍຕ່າງມີຜົນປະໂຫຍດ", ​ໂດຍ​ໄດ້ແລກປ່ຽນຄວາມຄິດ
ຄວາມເຫັນຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ຕ່າງໆ,​ເຊັ່ນ: ເພີ່ມທະວີການເຊື່ອມຈອດນະໂຍບາຍແລະຍຸດທະສາດ
ພັດທະນາ, ລົງເລິກສາຍພົວພັນຄູ່ຮ່ວມມື,​ຊຸກຍູ້ການເຊື່ອມຈອດ​ກັນ,ຊຸກຍູ້ການແລກປ່ຽນວັດທະນະທຳແລະອື່ນ
ໆ, ແລະໄດ້ບັນລຸຄວາມເຫັນເປັນເອກະພາບກັນຢ່າງກວ້າງຂວາງ,​ ທັງໄດ້ຮັບຮອງຖະແຫຼງການຮ່ວມ. ​ນີ້ເປັນ
ງານມະຫະກຳລະດັບສູງຂອງປະຊາຄົມໂລກກ່ຽວກັບການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ". ກອງປະຊຸມ
ໄດ້ສະຫຼຸບຄວາມຄືບໜ້າຂອງການຮ່ວມມື,​ ໄດ້ເຕົ້າໂຮມຄວາມເຫັນເປັນເອກະພາບກັນຈາກຝ່າຍຕ່າງໆ,​ ໄດ້
ຊີ້ແຈງທິດທາງໃຫ້ແກ່ການຮ່ວມມືສາກົນເພື່ອສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ໄດ້ກຳນົດຊ່ອງທາງການພັດ
ທະນາ​ແລະແຜນການດຳເນີນງານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ