ທ່ານ ສີ​ຈິ້ນ​ຜິງ ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າວຫຼັງ​ກອງ​ປະ​ຊຸມ​ໂຕະ​ມົນ​ເວ​ທີ​ປຶ​ສາ​ຫາ​ລື"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" –4
2017-05-15 18:28:47  cri 
ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ສົ່ງ​ສັນ​ຍານ​ທີ່​ດີ ຄື​ທຸກ​ຝ່າຍ​ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ແລະ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງ​ມະ​ນຸດ.

ໜຶ່ງ, ພວກ​ເຮົາ​ຫວັງ​ຢາກ​ເອົາ​ການ​ພັດ​ທະ​ນາ​ຂອງ​ຕົນ​ ປະ​ສານ​ສົມ​ທົບ​ກັບ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ໂລກ,ໄດ້​ກຳ​ນົດ​ເປົ້າ​ໝາຍ​ແລະ​ທິດ​ທາງ​ຂອງ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".ພວກ​ເຮົາ​ເຫັນ​ວ່າ, ການ​ສ້າງ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ,ໄດ້​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ນະ​ໂຍ​ບາຍ​ຂອງ​ປະ​ເທດ​ຕ່າງໆ​ຢ່າງ​ບໍ່​ຢຸດຢັ້ງ, ໄດ້​ເລັ່ງ​ລັດ​ປະ​ຕິ​ບັດ​ໂຄງ​ການ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ໃຫຍ່ຫຼວງ,ເຄືອ​ຂ່າຍ​ພື້ນ​ຖານ​ໂຄງ​ລ່າງ ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ, ລະ​ດັບ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ແລະ​ການ​ທະ​ນາ​ຄານໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໜັກ​ແໜ້ນ, ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ໃນ​ບາດ​ກ້າວ​ຕໍ່​ໄປ, ພວກ​ເຮົາ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ຂອບ​ເຂດ​ທີ່ກວ້າງກວ່າ​ເກົ່າ ແລະ​ໃນ​ລະ​ດັບ​ທີ່​ສູງກວ່າ​ເກົ່າ,ຊອກ​ຫາ​ແຜນ​ການ​ຮ່ວມ​ເພື່ອ​ແກ້​ໄຂ​ບັນ​ຫາ​ສິ່ງ​ທ້​າ​ທາຍ​ທີ່​ໃຫຍ່ຫຼວງ​ທາງ​ເສດ​ຖະ​ກິດ​ຂອງ​ໂລກ.ຫວັງ​ວ່າ ຜ່າ​ນ​ຈາກ​ການ​ສ້າງ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ຮ່ວມ​ກັນ​ຂຸດ​ຄົ້ນ​ກຳ​ລັງ​ແຮງ​ໃໝ່​ຂອງ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ,ສ້າງ​ເວ​ທີ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ໂລກ, ຊຸກ​ຍູ້​ຄວາມ​ດຸນ​ດ່ຽງ​ຄືນ​ໃໝ່​ຂອງ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດແລະ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ທີ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ