ທ່ານ ສີ​ຈິ້ນ​ຜິງ ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າວຫຼັງ​ກອງ​ປະ​ຊຸມ​ໂຕະ​ມົນ​ເວ​ທີ​ປຶ​ສາ​ຫາ​ລື"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" –7
2017-05-15 18:53:22  cri 
ທ່ານສີຈິ້ນຜີງກ່າວຕໍ່ນັກຂ່າວວ່າ,​ ຫ້າ,​ ພວກເຮົາຖືເວທີປຶກສາຫາລືສຸດຍອດເປັນເວທີຊຸກຍູ້ການຮ່ວມມືຕົວຈິງໃຫ້ໄດ້
ຮັບຜົນສຳເລັດດ້ານເສດຖະກິດຈຳນວນໜຶ່ງ.​ ໃນໄລຍະຈັດເວທີປຶກສາຫາລືແລະໄລຍະກ່ອນໜ້ານີ້,ຈີນກັບຫຼາຍປະ
ເທດ ແລະອົງການຈັດຕັ້ງສາກົນໄດ້ເຊັນເອກະສານຮ່ວມມືແລະສັນຍາຮ່ວມມືອີກຫຼາຍສະບັບກ່ຽວກັບການສ້າງ 
"ໜຶ່ງແລວທາງໜຶ່ງເສັ້ນທາງ",​ເຊິ່ງລວມທັງການຄ້າການລົງທຶນ,ການເຊື່ອມຈອດພື້ນຖານໂຄງລ່າງ,​ການຮ່ວມ
ມືຍົກລະດັບຄວາມສາມາດການຜະລິດແລະການທະນາຄານ, ການແລກປ່ຽນວັດນະທະທຳແລະອື່ນໆ, ເຊິ່ງເປັນ
ພາກສ່ວນອັນສຳຄັນຂອງເວທີປຶກສາຫາລືສຸດຍອດ. ຈີນໄດ້ສະເໜີມາດຕະການໃໝ່ຫຼາຍຢ່າງ, ເຊິ່ງລວມທັງ ປະ
ກາດເພີ່ມເງິນທຶນເຂົ້າໃສ່ກອງທຶນເສັ້ນທາງສາຍໄໝເປັນມູນຄ່າ 100ຕື້ຢວນ,​ສົ່ງເສີມໃຫ້ສະຖາບັນ ການເງິນດຳ
ເນີນການບໍລິການກອງທຶນ ເປັນເງິນຢວນຈີນຢູ່ຕ່າງປະເທດ, ເຊິ່ງຄາດວ່າມີຂະໜາດເຖິງ 300 ຕື້ຢວນ, ທະນາ
ຄານພັດທະນາແຫ່ງຊາດຈີນ, ທະນາຄານຂາເຂົ້າຂາອອກຈີນຕ່າງຈະປ່ອຍເງິນກູ້ 250 ຕື້ຢວນແລະ 130 ຕື້ຢວນ
ໃຫ້ແກ່ການຮ່ວມມື "ໜຶ່ງແລວທາງໜຶ່ງເສັ້ນທາງ", ເລີ່ມແຕ່ປີ 2018 ຈະຈັດງານວາງສະແດງສິນຄ້ານຳເຂົ້າ
ສາກົນຈີນ, ໄດ້ຮັບຄວາມຊົມເຊີຍຈາກຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມ.​ ພວກຂ້າພະເຈົ້າໄດ້ມີບັນຊີລາຍຊື່ໝາກ
ຜົນ 270 ກວ່າລາຍ.​ໝາກຜົນເຫຼົ່ານີ້ຈະເປັນສິ່ງຄໍ້າປະກັນທີ່ແຂງແຮງສຳລັບການສ້າງ "ໜຶ່ງແລວທາງໜຶ່ງເສັ້ນ
ທາງ", ​ເພີ່ມຄວາມໝັ້ນໃຈຂອງບັນດາຝ່າຍໃນການຊຸກຍູ້ການຮ່ວມມື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ