ທ່ານ ສີ​ຈິ້ນ​ຜິງ ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າວຫຼັງ​ກອງ​ປະ​ຊຸມ​ໂຕະ​ມົນ​ເວ​ທີ​ປຶ​ສາ​ຫາ​ລື"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" –8
2017-05-15 18:54:51  cri 
ທ່ານສີຈິ້ນຜີງກ່າວວ່າ,​ເມື່ອສັງເກດຈາກສະພາບການປຶກສາຫາລືໃນກອງປະຊຸມແລ້ວເຫັນວ່າ, ການເພີ່ມທະວີການ
ຮ່ວມມືສາກົນ,ຊຸກຍູ້ການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະຮ່ວມກັນຮັບມືກັບສິ່ງທ້າທາຍສຳລັບເສດຖະ
ກິດໂລກໃນປັດຈຸບັນ​ນັ້ນ ສອດຄ່ອງກັບຜົນປະໂຫຍດຮ່ວມຂອງພວກເຮົາ, ກໍສອດຄ່ອງກັບແຜນການພັດທະນາ
ຍາວໄກຂອງບັນດາປະເທດ.​ ພວກເຮົາມີເຫດຜົນທີ່ມີຄວາມໝັ້ນໃຈ​ຢ່າງ​ເຕັມ​ປ່ຽມຕໍ່ອະນາຄົດຂອງ​ການ​ສ້າງ
"ໜຶ່ງແລວທາງໜຶ່ງເສັ້ນທາງ". ​ພ້ອມກັນນັ້ນ,​ "ໜຶ່ງແລວທາງໜຶ່ງເສັ້ນທາງ"ເປັນໂຄງການຍາວນານ,​ ຍັງຕ້ອງ
ກ້າວເດີນຕາມເສັ້ນທາງທີ່ຍາວໄກ,​ ຕ້ອງການຝ່າຍຕ່າງໆຮ່ວມມືກັນ, ພະຍາຍາມພ້ອມກັນ,​ ຫັນວິໄສທັດໃຫ້ເປັນ
ການກະ​ທຳຮູບປະທຳ, ​ແລະຮັບຜົນງານທີ່ແທ້ຈິງຢ່າງບໍ່ຢຸດຢັ້ງ.​ ພວກເຮົາລ້ວນແຕ່ຫວັງວ່າ ຈະສືບຕໍ່ນຳໃຊ້ເວທີ
ປຶກສາຫາລືສຸດຍອດຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ"ໃຫ້ເປັນປະໂຫຍດດີ. ຫຼາຍປະເທດສະເໜີ
ວ່າ,​ ຄວນຈັດເວທີປຶກສາຫາລືສຸດຍອດຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ"ໃຫ້ເປັນປະຈຳແລະເປັນ
ໄລຍະຍາວນານ,​ ກໍລ້ວນແຕ່ຫວັງວ່າ ຈະເພີ່ມທະວີການແລກປ່ຽນແລະເຊື່ອມຈອດນະໂຍບາຍ, ​ຮ່ວມກັນປຶກສາ
ຫາລືຊ່ອງທາງຮ່ວມມື.​ ຂ້າພະເຈົ້າໄດ້ປະກາດໃນກອງປະຊຸມສຸດຍອດວ່າ, ​ປີ2019 ຈີນຈະຈັດເວທີປຶກສາຫາລືສຸດ
ຍອດຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຄັ້ງທີ 2.

ຈີນ​ມີ​ສຸ​ພາ​ສິດ​ກ່າວ​ວ່າ "ການ​ບິນ​ຂຶ້ນ​ສູ່​ທ້ອງ​ຟ້າຂອງຄຸດບໍ່ແມ່ນ​ອາ​ໄສປີກ​ອັນດຽວທີ່​ເບົາໆ, ​ການ​ແລ່ນ​ຢ່າງວ່ອງ
ໄວ​ຂອງຂອງມ້າ ບໍ່ແມ່ນອາ​ໄສ​ຄວາມແຮງຂອງ​ຂາດຽວ." "ໜຶ່ງແລວທາງໜຶ່ງເສັ້ນທາງ" ເປັນພາລະກິດຮ່ວມ
ຂອງບັນດາປະເທດ. ຂ້າພະເຈົ້າເຊື່ອວ່າ,​ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງບັນດາປະເທດ,​ "ໜຶ່ງແລວທາງ
ໜຶ່ງເສັ້ນທາງ"ຍ່ອມຈະກາຍເປັນເສັ້ນທາງແຫ່ງສັນຕິພາບ, ເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງ, ເສັ້ນທາງ
ແຫ່ງການເປີດ​ປະ​ຕູ, ເສັ້ນທາງແຫ່ງການປະດິດສ້າງໃໝ່ ແລະເສັ້ນທາງແຫ່ງຄວາມສິວິໄລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ