ມີ​ເຈົ້າ​ຄຽງ​ຂ້າງຕະຫຼອດ​ທາງ-ນັກ​ກິ​ລາ​ຍົກ​ນ້ຳ​ໜັກ​ມຽນ​ມາ
2017-08-11 16:16:28  cri 

 

ຕັ້ງ​ສະ​ມາ​ທິ
ເພື່ອໃຫ້​ເກີດ​ພະ​ລັງ​ທັນ​ທີ​ທັນ​ໃດ​ໃນ​ຊົ່ວ​ພິບ​ຕາ​ດຽວ
ຂ້ອຍ​ມັກ​ຄວາມ​ຮູ້​ສຶກ​ໃນ​ເວ​ລາ​ສັ້ນ​ໆຫຼືພຽງ​ພິບ​ຕາ​ດຽວ​ນັ້ນ
​ເປັນ​ຄວາມ​ງາມ​ແບບ​ໜຶ່ງ​ໃນ​ການ​ສົ່ງພະ​ລັງ​ທັນ​ທີ​ທັນ​ໃດ
ເບິ່ງ​ແລ້ວ​ເປັນ​ທ່າ​ສະ​ຫງ່າ​ອົງ​ອາດ​ທີ່​ສຸດ
ນີ້​​ຄືສາ​ເຫດ​ທີ່​ຂ້ອຍ​ເລືອກ​ກິ​ລາ​ຍົກ​ນ້ຳ​ໜັກ
ນັກ​ກິ​ລາ​ຍົກ​ນ້ຳ​ໜັກ​​ຕ້ອງ​ຝຶກ​ມາ​ແຕ່​ຍັງ​ນ້ອຍ
ບໍ່​ວ່າ​ຈະ​ມີ​ການ​ແຂ່ງ​ຂັນຫຼື​ບໍ່
ກໍ​ຕ້ອງ​ຝຶກ​ແອບ​ປະ​ຈຳ​ວັນ​ໃນ​ເວ​ລາ​ດົນ​ນານ
ມີ​ແຕ່​ເຮັດ​ແນວ​ນີ້​ຈິ່ງ​ຈະກາຍ​ເປັນ​ນັກ​ກິ​ລາ​ຍົກ​ນ້ຳ​ໜັກ​ດີ​ເດັ່ນ​ໄດ້
ຫຼັງ​ມາ​ຈີນ​ແລ້ວ
ພວກ​ເຮົາ​ໄດ້​ໃຊ້ເວ​ລາວ່າງ​ຝຶກ​ແອບ​ໄປ​ຢ້ຽມ​ຊົມ​ເຮືອນ​​ດັ້ງ​ເດີມ​ຂອງ​ທ່ານ​​ເມົາ​ເຈີ​ຕຸງ
ໄດ້​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ທ້ອງ​​ຂອງ​ເມືອງ​ເສົາ​ຊານ
ນອກ​ນີ້ຍັງ​ໄດ້​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ອີກ
ມຽນ​ມາ​ບໍ່​ມີ​ລົດ​ໄຟ​ຄວາມ​ໄວ​ສູງ
​ສະ​ນັ້ນ​ຈິ່ງ​ຮູ້​ສຶກ​ດີ​ໃຈຫຼາຍ​ທີ່​ໄດ້ມີ​ໂອ​ກາດ​ສຳ​ຜັດ​ບັນ​ຍາ​ກາດ​ໃນ​ການ​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ
ຄູ​ຝຶກ​ຈີນ​ແນະ​ນຳ​ບອກ​ສອນ​ພວກ​ເຮົາ​​ດ້ວຍ​ວິ​ທີ​ຝຶກ​ແອບ​​ຕາມ​ເສັ້ນ​ທາງ​ສູ່ແຊ໊ມ​ໂອ​ລິມ​ປິກ
ຜົນ​ງານ​ຍົກ​ນ້ຳ​ໜັກ​ຂອງ​ຂ້ອຍ​ໄດ້​ຍົກ​​ຂຶ້ນ​ຈາກກວ່າ 5 ກິ​ໂລ​ຈົນ​ເກືອບ​ເຖິງ 10 ກິ​ໂລ​ເມື່ອ​ທຽບ​ໃສ່​ຜ່ານ​ມາ
​ລັດ​ຖະ​ບານ​ສົ່ງ​ພວກ​ເຮົາ​ມາ​ຮ່ຳ​ຮຽນ​ແລະ​ຝຶກ​ແອບ​ຢູ່​ຈີນ
ຈີນ​ກໍ​ໄດ້​​ແນະ​ນຳ​ຖ່າຍ​ທອດ​ບົດ​ຮຽນ​ໃນ​ລະ​ດັບ​ສູງ​ຢ່າງ​ແທ້​ຈິງ
ທັງ​ນີ້​​ເປັນ​ການ​ເພີ່ມ​ກຳ​ລັງ​ໃຈ​ໃຫ້​ຂ້ອຍ​ມີ​ຄວາມພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ຍາດ​ເອົາຫຼຽນ​ຄຳ
ເປົ້າ​ໝາຍ​ຂອງ​ຂ້ອຍ​ກໍ​ຄື​ພະ​ຍາ​ຍາມ​ຍາດ​ໃຫ້​ໄດ້ຫຼຽນ​ຄຳ​ໃນ​​ມ​ະ​ຫະກຳ​ກິ​ລາ​ປີ​ນີ້
ຂ້ອຍໝັ້ນ​ໃຈ​ຈະ​ໄດ້ຫຼຽນ​ຄຳ
Rising Together
ຂ້ອຍ​ແມ່ນ Myint Kyi
We Are One

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ