ການປ່ຽນແປງໃໝ່ຢູ່ອ້ອມຂ້າງພວກເຮົາ 5 ປີຜ່ານມາ--- ​ຈາກ​ "ຈີນ​ຜະ​ລິດ"​ສູ່"ຈີນ​ຜະ​ລິດ​ແບບ​ສະ​ມາດ"
2017-10-20 17:07:44  cri 

ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ 2015 ໄດ້​ລະ​ບຸ​ເປັນ​ເທື່ອ​ທຳ​ອິດ​ວ່າ ປະ​ຕິ​ບັດ​​ແຜນຍຸດ​ທະ​ສາດ "ຈີນ​ຜະ​ລິດ 2025", ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຫັນ "ຈີນຜະລິດ"ໃຫ້​ເປັນ"ຈີນຜະລິດ​ແບບ​ສະ​ມາດ". ໃນ​ໄລ​ຍະ​ສອງ​ປີ​ຜ່ານ​ມາ, ​​ ລົດ​ໄຟ​MUມາດ​ຕະ​ຖານ​ຂອງ​ຈີນ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ບຸກ​ທະ​ລຸ​ແລະ​ເລີ່ມ​ທົດ​ລອງ​ເປີດ​ບໍ​ລິ​ການ,ການ​ທົດ​ລອງ​ບິນ​ເທື່ອ​ທຳ​ອິດ​ຂອງເຮືອ​ບິນ​ໂດຍ​ສານ​ຂະ​ໜາດ​ໃຫຍ່ C919ໄດ້​ປະ​ສົບ​ຜົນ​​ສຳ​ເລັດ, ​ຈັກ​ຊ່ຽນ​ແຂ້ວ​ເຟືອງ​CNCທີ່​ມີ​ຄວາມ​​ແມ່ນ​ຢຳສູງ​ແລະ​ຜະ​ລິດ​ຕະ​ພັນ​ອື່ນໆ​ໄດ້​ກ້າວ​ເຂົ້າ​ສູ່​ແຖວໜ້າ​ຂອງ​ໂລກ ແລະ​ຜົນ​ສຳ​ເລັດ​ສຳ​ຄັນ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ການ​ປະ​ຕິ​ບັດ​ແຜນ​ຍຸດ​ທະ​ສາດ "ຈີນ​ຜະ​ລິດ 2025"​ໄດ້​ຮັບ​ຜົ​ນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ