ການ​ປ່ຽນ​ແປງ​ໃໝ່​ຢູ່​ອ້ອມ​ຂ້າງ​ພວກ​ເຮົາ 5 ປີ​ຜ່ານ​ມາ---​ຂະ​ແໜງ​ການ​ວີ​ດີ​ໂອ​ທາງ​ອິນ​ເຕີ​ເນັດ​ເຂົ້າ​ສູ່ "ໄລ​ຍະ​ຄຳ"
2017-10-20 17:16:08  cri 

ກາ​ນ​ພັດ​ທະ​ນາ​ຂະ​ແໜງ​ການ​ວິ​ດີ​ໂອ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ໃນ​ປີ 2017 ໄດ້​ເຂົ້າ​ສູ່ "ໄລ​ຍະ​ຄຳ​".ໃນ​ບົດ​ລາຍ​ງານ​ສະ​ຖິ​ຕິ​ສະ​ພາບ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ຈີນ​ຄັ້ງ​ທີ 40 ທີ່​ເປີດ​ເຜີຍ​ໂດຍ ສູນ​ຂໍ້​ມູນ​ຂ່າວ​ສານ​ອິນ​ເຕີ​ເນັດ​ຈີນຫຼືCNNICຊີ້​ໃຫ້​ເຫັນ​ວ່າ: ມາ​ຮອດ​ເດື​ອນ​ມິ​ຖຸ​ນາ 2017, ຜູ້​​ຊົມວິ​ດີ​ໂອ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ບັນ​ລຸ​ເຖິງ 565 ລ້ານ​ຄົນ. ຂະ​ນະ​ທີ່​ຜົນການ​ສຳຫຼວດ​ຜູ້​​ຊົມວີ​ດີ​ໂອ​ທາງ​ອິນ​ເຕີ​ເນັດ​ໃນ​ຕົ້ນ​ປີ 2017ນີ້​ບອກວ່າ, ​ມີຜູ້​ຊົມຫຼາຍກວ່າ 50% ຍິນ​ດີ​ຈ່າຍ​ເງິນ​ເຂົ້າ​ຊົມ​ລະ​ຄອນ​ໂທ​ລະ​ພາບ​ແລະ​ລາຍ​ການ​ບັນ​ເທີງ​ທາງ​ອິນ​ເຕີ​ເນັດ, ​ສ່ວນ 29% ຍິນ​ດີ​ເຂົ້າ​ເບິ່ງ​ຮູບ​ເງົາ​ທາງ​ອິນ​ເຕີ​ເນັດດ້ວຍ​ການຈ່າຍ​ເງິນ​ເທື່ອ​ໜຶ່ງ​ເບິ່ງ​ເທື່ອ​ໜຶ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ