ຮູ້​ສຳນວນ​ຈີນ ຮຽນ​​ຮູ້ກອງ​ປະຊຸມ​ໃຫຍ່ຂອງ​ພັກ​ຄັ້ງທີ 19--ຂູດ​ກະດູກ​ແກ້​ພິດ
2017-10-24 14:37:40  cri 

ກອງ​ປ​ະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ພວມດຳ​ເນີນ​ຢູ່​ນະຄອນຫຼວງປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ໄດ້​ນຳ​ໃຊ້​ສຳນວນ​ຈີນຫຼາຍສຳນວນ ​ຂະນະສະ​ເໜີ​ບົດ​ລາຍ​ງານ​ໃນກອງ​ປ​ະຊຸມ. ຕາມ​ການສະ​ເໜີ​ຈາກ​ເພື່ອນ​ເນັດ​ຊາວ​ລາວ, ​ບັນນາທິການ​ We chat ​ໄດ້​ຄັດ​​ເອົາຫຼາຍສຳນວນ ​ເພື່ອ​ຮ່ວມ​ກັບ​ບັນດາ​ທ່ານ​ມາ​ເຂົ້າ​ໃຈ​​ຄວາມ​ໝາຍ​ຂອງ​ສຳນວນ​ພາສາ​ຈີນ ​ແລະ​ກໍ​ຈະ​ໄດ້​ຄວາມ​ຮູ້​ໃນ​ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ພັກ​ໃນ​ຄັ້ງນີ້.

ຂູດ​ກະດູກ​ແກ້​ພິດ


ໝາຍ​ເຖິງ​​ເອົາ​ມີດ​ມາ​ຂູດ​ສານພິດ​ທີ່​ເຂົ້າ​ເຖິງ​ກະດູກ​ນັ້ນອອກ ​ເພື່ອ​ປິ່ນປົວ​ໃຫ້​ໄຄ. ​ໃນ​ພົງສາວະດານ​ສາມ​ກົກ ທີ່​ເປັນ​ນິຍາຍປະຫວັດສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ ​ໄດ້​ພັນ​ລະນາ​ເຖິງ​ເລື່ອງ​ລາວ​ກ່ຽວ​ກັບ​ຮວ້າ​ໂຖ ​ແພດ​ໝໍ​ຜູ້​ມີ​ຊື່​ສຽງ​ໃນ​ສະ​ໄໝ​ນັ້ນ ​ໄດ້ຂູດ​ກະດູກ​ແກ້​ພິດ​ໃຫ້​ຂຸນ​ພົນ​ໃຫຍ່​ກວນ​ອູ​ ​ເຊິ່ງ​ເລື່ອງ​ມີ​ຢູ່​ວ່າ: ກວນ​ອູ ຖືກລູກ​ທະນູ​​ເຂົ້າ​ແຂນ ​ໂດຍຫົວ​ທະນູ​ທີ່​ແຫຼມຄົມ ​ໄດ້​ຊອດ​ແຂນ​ຂວາ. ພາຍຫຼັງມາ, ​ເຖິງ​ວ່າ​ບາດ​ແຜຢູ່​ແຂນນັ້ນ​ໄດ້ສ່ວງ​ເຊົາ​ແລ້ວ​ກໍ​ຕາມ, ​ແຕ່​ເມື່ອ​ໃດຄັນ​ຟ້າ​ບົດ​ຝົນຕົກ, ກໍ​ພົບ​ກັບ​ຄວາມ​ເຈັບ​ປວດ​​ເລື້ອຍໆ. ​​ເມື່ອແພດ​ໝໍ​ເບິ່ງ​ແລ້ວ ກໍ​​ໄດ້ກ່າວ​ວ່າ: "ຫົວ​ທະນູ​ນີ້​ມີ​ສານພິດ ​ແລະ ​ໄດ້​ເຂົ້າ​ເຖິງ​​ໄຂກະດູກ​ແລ້ວ. ພຽງ​ແຕ່​ປາດ​ໜ້າແຂນ​ຢູ່​ຈຸດ​ທີ່​ເປັນ​ບາດແຜນັ້ນອອກ ​ແລະ​ຂູດ​ສານພິດ​ຢູ່​ຕາມ​ກະດູກ​ນັ້ນອອກ​ແລ້ວ​ຈຶ່ງສາມາດ​ປິ່ນປົວ​ໃຫ້​ສ່ວງ​ເຊົາ​ໄດ້ປານ​ປິດ​ຖິ້ມ". ກວນ​ອູ ກໍ​ເລີຍ​ໃຫ້​ແພດ​ໝໍ​ປິ່ນປົວ​ຕາມ​ຄຳ​ເຫັນ​ດັ່ງກ່າວ. ຂະນະ​ນັ້ນ, ກວນ​ອູ ກຳລັງ​ດື່ມ​ເຫຼົ້າຮ່ວມ​ກັບ​ແມ່ທັບ​ນາຍ​ກອງ​ຕ່າງໆ ​ແລະ​ເຖິງ​ວ່າ​ແຂນ​ເພິ່ນອາບ​ໄປ​ດ້ວຍ​ເລືອດ​ກໍ​ຕາມ, ​ແຕ່​ກວນ​ອູ​ ກໍດື່ມ​ເຫຼົ້າກິນ​ຊີ້ນ ​ແລະ ລົມ​ກັບ​ແມ່ທັບ​ນາຍ​ກອງ​ເໝືອນ​ເດີມ​ ​ໂດຍ​ບໍ່​ມີສີ​ໜ້າ​ປ່ຽນຫຍັງເລີຍ.


​ເລື່ອງ​ດັ່ງກ່າວ​ກໍ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປື້​ມ "ບັນທຶກ​ເລື່ອງ​ສາມ​ກົ​ກ" ​ເຊັ່ນ​ດຽວ​ກັນ ຕ່າງ​ຢູ່​ແຕ່​ວ່າ ​ແພດ​ໝໍ​ທີ່​ປິ່ນປົວ​ໃຫ້​ກວນ​ອູ ນັ້ນບໍ່​ແມ່ນ​ຮວ້າ​ໂຖ.


ຈາກ​ນັ້ນ, ຄົນ​ທັງຫຼາຍຈຶ່ງ​ໃຊ້​ສຳນວນ "ຂູດ​ກະດູກ​ແກ້​ພິດ" ມາ​ອຸປະມາ​ເຖິງ​ຄົນ​ທີ່​ມີ​ມະ​ນາ​ຈິດ​ອັນ​ເດັດດ່ຽວ​ໜຽວ​ແໜ້ນ ​ແລະ ມີ​ຄວາມ​ຕັດສິນ​ໃຈ​ເດັດຂາດ, ບໍ່​ຢ້ານ​ກົວ​ສິ່ງ​ໃດ​ເພື່ອ​ບັນລຸ​ເປົ້າໝາຍ​ຂອງ​ຕົນ.

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ກ່າວ​ໃນບົດ​ລາຍ​ງານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກຄັ້ງທີ 19 ວ່າ:


ປະ​ຫວັດ​ສາດ​ໄດ້​ຢັ້ງ​ຢືນ ແລະ​ ຈະ​​ຢັ້ງ​ຢືນ​ຕໍ່​ໄປ​ວ່າ, ຖ້າ​ບໍ່​ມີ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ​ນັ້ນ​ກໍຈະ​ເປັນ​ພຽງ​ແຕ່​ຄວາມ​ເພີ້​ຝັນ​ລ້າໆ​ເທົ່າ​ນັ້ນ. ພັກ​ເຮົາ​ຕ້ອງ​ເປັນ​ກອງ​ນຳ​ໜ້າ​ຂອງ​ຍຸກ​ສະ​ໄໝ ແລະ ​​ເປັນສັນຫຼັງ​ຂອງ​ຊົນ​ຊາດ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຕ້ອງ​ເປັນ​ພັກ​ກຳ​ອຳ​ນາດ​ທີ່​ປະ​ຕິ​ບັດ​ຕ​າມ​ລັດ​ທິ​ມາກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ​ ສ້າງ​​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ທົ່ວ​ພັກ​ຕ້ອງ​ມີ​ຄວາມ​ຕື່ນ​ຕົວ​ຍຶດ​ໝັ້ນ​ຫຼັກ​ການ​ສະ​ຕິ​ພັກຢ່າງ​ໝັ້ນ​ໜຽວ, ກ້າຜະ​ເຊີນ​ໜ້າກັບ​ບັນ​ຫາ​ໂດຍ​ກົງ, ກ້າ​ຂູດ​ກະ​ດູກ​ເພື່ອ​​ລ້າງ​ສານ​ພິດ, ລົບ​ລ້າງ​ປັດ​ໄຈ​ທັງ​ໝົດ​ທີ່​ຈະ​ທຳ​ລາຍ​ລັກ​ສະ​ນະ​​ນຳ​ໜ້າ ແລະ ຄວາມ​ບໍ​ລິ​ສຸດ​ຂອງ​ພັກ, ລົບ​ລ້າງ​ພະ​ຍາດ​ທຸກ​ຊະ​ນິດ​ທີ່​ກັດ​ດູດສຸ​ຂະ​ພາບ​ຂອງ​ພັກ, ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມາດ​ການ​ນຳ​ພາ​ດ້ານ​ການ​ເມືອງ, ຄວາມ​ສາ​ມາດ​ການ​ຊີ້​ນຳ​ດ້ານ​ແນວ​ຄິດ​, ຄວາມ​ສາ​ມາດ​ດ້ານ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ຄວາມ​ສາ​ມາດ​ດ້ານ​ການ​ລະ​ດົມ​ຂົນ​ຂວາຍ​ສັງ​ຄົມ, ຮັບ​ປະ​ກັນ​ໃຫ້​ພັກ​​ເຮົາ​ຮັກ​ສາ​ພະ​ລັງ​ຊີ​ວິດ​ທີ່ເຂັ້ມ​ແຂງ ແລະ ກຳ​ລັງ​ສູ້​ຮົບ​ທີ່​ແຂງ​ແຮງ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ