ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ໃນ​ປີ 2020 ຕ້ອງສ້າງຜົນປະໂຫຍດໃຫ້ແກ່ທຸກຄົນ
2017-10-25 14:27:18  cri 
ທ່ານ​ສີ​ຈິ້ນ​ຜິງ​ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ຢ້ຳ​ວ່າ: ເມື່ອ​ຮອດ​ປີ 2020, ຈີນ​ຈະ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ. ໃນ​ຂະ​ບວນ​ການ​ດັ່ງ​ກ່າວ, ຕ້ອງ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ທຸກ​ຄົນ; ບົນ​ເສັ້ນ​ທາງ​ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ, ຕ້ອງບໍ່ໃຫ້​ຄົນໃດ​ໜຶ່ງ​ຕົກ​ຂະ​ບວນ. ພວກ​ເຮົາ​ຈະ​ເຮັດ​ຫຼ້ອນ​ໜ້າ​ທີ່​ລຶບ​ລ້າງຄວາມ​ທຸກ​ຍາກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຮັບ​ປະ​ກັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ປາ​ກົດ​ເປັນ​ຈິງ. ພວກ​ເຮົາ​ຄວນ​ຈື່​ເປົ້າ​ໝາຍ​ສູ້​ຊົນ​ເພື່ອ​ຄວາມ​ມຸ່ງ​ຫວັງຕໍ່​ຊີ​ວິດ​ການ​ເປັນ​ຢູ່​ທີ່ດີ​ງາມ​​ຂອງ​ປະ​ຊາ​ຊົນ​, ຍຶດ​ໝັ້ນ​ແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ກົກ, ພະ​ຍາ​ຍາມສູ້​ຊົນ​ເຮັດ​ວຽກ​ງານ​ຕ່າງໆ​ເພື່ອຮັບ​ປະ​ກັນ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກໄດ້​ຮັບ​ຜົນ​ປະ​ໂຫຍດ, ມີ​ຄວາມ​ສຸກ​ ແລະ​ມີຄວາມ​ປອດ​ໄພເພີ່ມ​ຂຶ້ນ, ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນທົ່ວ​ທັງ​ຊາດ​ຮັ່ງ​ມີ​ຮ່ວມ​ກັນ​ຢ່າງບໍ່​ຢຸດຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ