ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ນະ​ໂຍ​ບາຍ​ສຳ​ຄັນ​ທີ່​ຕັດ​ສິນ​ໂຊກ​ຊະ​ຕາ​ຂອງ​ຈີນ​ໃນ​ສະ​ໄໝ​ປັດ​ຈຸ​ບັນ
2017-10-25 13:21:12  cri 
ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ວ່າ, ຮອດປີ 2018 ເປັນ​ປີ​ຄົບ​ຮອບ 40 ປີ​ທີ່ຈີນ​ໄດ້​ດຳ​ເນີນ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລ້ວ, ການ​​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ນະ​ໂຍ​ບາຍ​ສຳ​ຄັນ​ທີ່​​ຕັດ​ສິນ​ໂຊກ​ຊະ​ຕາ​ຂອງ​ຈີນ​ໃນ​ສະ​ໄໝ​ປັດ​ຈຸ​ບັນ. ພັກ​ກອມ​ມູ​ນິດ​ຈີນ​ຈະ​ຖອດ​ຖອນ​ບົດ​ຮຽນ, ສືບ​ຕໍ່​ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ລະ​ບົບ​ແລະ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ປະ​ເທດ, ​ເດັດ​ດ່ຽວຍຶດ​ໝັ້ນ​ລົງ​ເລິກ​ການ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ເຮັດ​ໃຫ້​ການ​ປະ​ຕິ​ຮູບ​ກັບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຊຸກ​ຍູ້​ເຊິ່ງ​ກັນ​ແລະ​ກັນ. ທ່ານ​ເຊື່ອ​ໝັ້ນ​ວ່າ, ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຈະ​ປ​າ​ກົດ​ຜົນ​ເປັນ​ຈິງ​ໃນ​ຂະ​ບວນ​ການ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ