ຊີ​ວະປະ​ຫວັດ​ຫຍໍ້​ຂອງ​ສະ​ຫາຍ ສີ​ຈິ້ນ​ຜິງ
2017-10-27 16:52:21  cri 

 
ສະຫາຍ ສີຈິ້ນຜິງ

-ເພດຊາຍ

-ເຜົ່າຮັ້ນ

-ວັນເດືອນປີເກີດ:ເດືອນມິຖຸນາ ປີ1953

-ບ້ານເກີດ:ເມືອງຟູ້ຜິງແຂວງສ້ານຊີ່

- ເດືອນມັງກອນປີ 1974 ເປັນສະມາຊິກພັກກອມມູນິດຈີນ

-ລະດັບທິດສະດີ:ປະລິນຍາໂທວິຊາທິດສະດີລັດທິມາກແລະການສຶກສາແນວຄິດການເມືອງວິທະຍາໄລວັດທະນະ
ທຳສັງຄົມມະຫາວິທະຍາໄລຊິ່ງຮວາ.

-ລະດັບການສຶກສາ:ປະລິນຍາເອກສາຂານິຕິສາດ.
 
-ຕຳແໜ່ງໃນປັດຈຸບັນ:ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,ປະທານຄະນະກຳມະການ
ການທະຫານສູນກາງພັກກອມມູນິດຈີນ,ປະທານປະເທດສາທາລະນະລັດປະຊາຊົນຈີນ, ປະທານຄະນະກຳມະ
ການການທະຫານສູນກາງສາທາລະນະລັດປະຊາຊົນຈີນ.
 
ປີ1969-1975: ຊາວໜຸ່ມລົງຊົນນະບົດ,ເລຂາຄະນະພັກກອງຜະລິດລຽງເຈ່ຍເຫີສະຫະກອນເວີນອ່ານຢີ້ເມືອງ
ຢຽນຊວນ ແຂວງສ້ານຊີ່

ປີ1975-1979: ຮຽນວິຊາສານປະສົມອິນຊີພື້ນຖານຄະນະອຸດສາຫະກຳເຄມີມະຫາວິທະຍາໄລຊິງຮວາ

ປີ 1979-1982: ເລຂາທິການຫ້ອງວ່າການຄະນະລັດຖະບານ,ຫ້ອງວ່າການຄະນະກຳມະການການທະຫານ
ສູນກາງ.

ປີ 1982-1983: ຮອງເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຫີເປີຍ

ປີ 1983-1985: ເລຂາຄະນະພັກ ເມືອງເຈີ້ງຕິ້ງແຂວງເຫີເປີຍ, ກຳມະການການເມືອງທີໜຶ່ງທັງເປັນເລຂາ
ທິການທີໜຶ່ງຂອງກອງປະກອບອາວຸດເມືອງເຈີ້ງຕິ້ງແຂວງເຫີເປີຍ.

ປີ1985-1988: ກຳມະການປະຈຳຄະນະພັກ,ຮອງເຈົ້າເມືອງເມືອງເຊ້ຍເມີນແຂວງຟູຈ້ຽນ.

ປີ1988-1990: ເລຂາຄະນະພັກເຂດນິງເຕີ,ເລຂາທີໜຶ່ງຄະນະພັກເຂດທະຫານນິງເຕີແຂວງຟູຈ້ຽນ.

ປີ1990-1993:ເລຂາຄະນະພັກເມືອງຟູໂຈ່ວ,ປະທານສະພາປະຊາຊົນເມືອງຟູໂຈ່ວ, ເລຂາທີໜຶ່ງຄະນະພັກ
ເຂດທະຫານເມືອງຟູໂຈ່ວແຂວງຟູຈ້ຽນ.

ປີ 1993-1995: ກຳມະການປະຈຳຄະນະພັກແຂວງຟູຈ້ຽນ,ເລຂາຄະນະພັກເມືອງຟູໂຈ່ວ, ປະທານສະພາປະ
ຊາຊົນເມືອງຟູໂຈ່ວ, ເລຂາທີໜຶ່ງຄະນະພັກເຂດທະຫານເມືອງຟູໂຈ່ວ.

ປີ 1995-1996: ຮອງເລຂາຄະນະພັກແຂວງຟູຈ້ຽນ,ເລຂາຄະນະພັກເມືອງຟູໂຈ່ວ,ປະທານສະພາປະຊາຊົນ
ເມືອງຟູໂຈ່ວ, ເລຂາທີໜຶ່ງຄະນະພັກເຂດທະຫານເມືອງຟູໂຈ່ວ.

ປີ 1996-1999: ຮອງເລຂາຄະນະພັກແຂວງຟູຈ້ຽນ,ກຳມະການການເມືອງທີໜຶ່ງກອງພົນປືນໃຫຍ່ກະກຽມ
ແຂວງຟູຈ້ຽນ.

ປີ 1999-2000: ຮອງເລຂາຄະນະພັກ,ວ່າການແທນເຈົ້າແຂວງແຂວງຟູຈ້ຽນຮອງປະທານຄະນະກຳມະການ
ຂົນຂວາຍປ້ອງກັນປະເທດເຂດທະຫານນານກິ່ງປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດແຂວງຟູ
ຈ້ຽນ, ກຳມະການການເມືອງທີໜຶ່ງກອງພົນປືນໃຫຍ່ກະກຽມແຂວງຟູຈ້ຽນ.

ປີ2000-2002: ຮອງເລຂາຄະນະພັກ,ເຈົ້າແຂວງແຂວງຟູຈ້ຽນ,ຮອງປະທານຄະນະກຳມະການຂົນຂວາຍ
ປ້ອງກັນປະເທດເຂດທະຫານນານກິ່ງ, ປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດແຂວງຟູຈ້ຽນ,ກຳ
ມະການການເມືອງທີໜຶ່ງກອງພົນປືນໃຫຍ່ກະກຽມແຂວງຟູຈ້ຽນ.(ປີ1998-2002: ຄົ້ນຄວ້າຮ່ຳຮຽນຊັ້ນປະລິຍາ
ໂທວິຊາທິດສະດີລັດທິມາກແລະການສຶກສາແນວຄິດການເມືອງວິທະຍາໄລວັດທະນະທຳສັງຄົມມະຫາວິທະຍາ
ໄລຊິ່ງຮວາ,ໄດ້ຮັບປະລິນຍາເອກສາຂານິຕິສາດ)

ປີ2002-2002: ຮອງເລຂາຄະນະພັກ,ວ່າການແທນເຈົ້າແຂວງແຂວງເຈີ້ຈ່ຽງ,ຮອງປະທານຄະນະກຳມະການ
ຂົນຂວາຍປ້ອງກັນປະເທດເຂດທະຫານນານກິ່ງ,ປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດແຂວງເຈີ້
ຈ່ຽງ.

ປີ2002-2003: ເລຂາຄະນະພັກ,ວ່າການແທນເຈົ້າແຂວງແຂວງເຈີ້ຈ່ຽງ,ເລຂາທີໜຶ່ງຄະນະພັກເຂດທະຫານ
ແຂວງເຈີ້ຈ່ຽງ, ຮອງປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດເຂດທະຫານນານກິ່ງ,ປະທານຄະນະ
ກຳມະການຂົນຂວາຍປ້ອງກັນປະເທດແຂວງເຈີ້ຈ່ຽງ.

ປີ 2003-2007: ເລຂາຄະນະພັກ,ປະທານສະພາປະຊາຊົນແຂວງເຈີ້ຈ່ຽງ,ເລຂາທີໜຶ່ງຄະນະພັກເຂດທະຫານ
ແຂວງເຈີ້ຈ່ຽງ.

ປີ2007: ເລຂາຄະນະພັກນະຄອນຊຽງໄຮ,ເລຂາທີໜຶ່ງຄະນະພັກເຂດທະຫານປ້ອງກັນນະຄອນຊຽງໄຮ.

ປີ2007-2008: ກຳມະການປະຈຳກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ອະທິການບໍດີໂຮງຮຽນ
ພັກຂັ້ນສູນກາງ.

ປີ 2008-2010: ກຳມະການປະຈຳກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ຮອງປະທານປະເທດ
ສາທາລະນະລັດປະຊາຊົນຈີນ,ອະທິການບໍດີໂຮງຮຽນພັກຂັ້ນສູນກາງ.

ປີ 2010-2012: ກຳມະການປະຈຳກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ຮອງປະທານປະເທດ
ສາທາລະນະລັດປະຊາຊົນຈີນ,ຮອງປະທານຄະນະກຳມການການທະຫານສູນກາງພັກ, ຮອງປະທານຄະນະກຳ
ມະການການທະຫານສູນກາງປະເທດສາທາລະນະລັດປະຊາຊົນຈີນ,ອະທິການບໍດີໂຮງຮຽນພັກຂັ້ນສູນກາງ.

ປີ 2012-2013: ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ,ປະທານຄະນະກຳມະການການທະຫານສູນ
ກາງພັກ,ຮອງປະທານປະເທດສາທາລະນະລັດປະຊາຊົນຈີນ,ຮອງປະທານຄະນະກຳມະການການທະຫານສູນ
ກາງປະເທດສາທາລະນະລັດປະຊາຊົນຈີນ.

ປີ2013-ປັດຈຸບັນ: ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ,ປະທານຄະນະກຳມະການການທະຫານສູນ
ກາງພັກ,ປະທານປະເທດສາທາລະນະລັດປະຊາຊົນຈີນ,ປະທານຄະນະກຳມະການການທະຫານປະເທດສາທາ
ລະນະລັດປະຊາຊົນຈີນ.

ກຳມະການສຳຮອງຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ 15, ກຳມະການຄະນະກຳມະການສູນກາງ
ພັກກອມມູນິດຈີນຊຸດທີ16,17,18, 19. ກຳມະການ, ກຳມະການປະຈຳກົມການເມືອງສູນກາງພັກ, ເລຂາທິການ
ສູນກາງພັກຊຸດທີ17, ກຳມະການ,ກຳມະການປະຈຳກົມການເມືອງສູນກາງພັກ, ເລຂາທິການໃຫຍ່ຄະນະກຳມະ
ການສູນກາງພັກຊຸດທີ18, 19. ໄດ້ຮັບເລືອກຕັ້ງເປັນຮອງປະທານປະເທດສາທາລະນະລັດປະຊາຊົນຈີນໃນກອງ
ປະຊຸມເທື່ອທຳອິດຂອງສະພາປະຊາຊົນແຫ່ງຊາດຊຸດທີ11. ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການ
ການທະຫານສູນກາງພັກໃນກອງປະຊຸມຄົບຄະນະເທື່ອທີ5 ຂອງຄະນະກຳມະການສູນກາງພັກຊຸດທີ 17.

ໄດ້ຮັບການແຕ່ງຕັ້ງເປັນຮອງປະທານຄະນະກຳມະການການທະຫານສູນກາງປະເທດສາທາລະນະລັດປະຊາຊົນຈີນ
ຈາກກອງປະຊຸມເທື່ອທີ17 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຊຸດທີ 11.

ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການການທະຫານສູນກາງພັກໃນກອງປະຊຸມຄົບຄະນະເທື່ອທຳອິດຂອງ
ຄະນະກຳມະການສູນກາງພັກຊຸດທີ18.

ໄດ້ຮັບເລືອກຕັ້ງເປັນປະທານປະເທດສາທາລະນະລັດປະຊາຊົນຈີນແລະປະທານຄະນະກຳມະການການທະຫານ
ສູນກາງປະເທດສາທາລະນະລັດປະຊາຊົນຈີນໃນກອງປະຊຸມເທື່ອທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ12.

ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການການທະຫານສູນກາງພັກໃນກອງປະຊຸມຄົບຄະນະເທື່ອທຳອິດຂອງ
ຄະນະກຳມະການສູນກາງພັກຊຸດທີ19.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ