ຊີ​ວະ​ປະ​ຫວັດ​ຫ​ຍໍ້​ຂອ​ງ​ສະ​ຫາຍ​ຫຼີ​ເຄີ້​ສຽງ
2017-10-27 17:07:26  cri 

ສະຫາຍ ຫຼີເຄີ້ສຽງ

-ເພດຊາຍ

-ເຜົ່າຮັ້ນ

-ວັນເດືອນປີເກີດ:ເດືອນກໍລະກົດ ປີ1955

-ບ້ານເກີດ:ເມືອງຕີ້ງຢວນແຂວງອ່ານຫຸ່ຍ

-ເລີ່ມເຮັດວຽກໃນເດືອນມີນາ ປີ1974, ເປັນສະມາຊິກພັກກອມມູນິດຈີນໃນເດືອນພຶດສະພາປີ 1976.

-ລະດັບການສຶກສາ: ຮຽນຈົບຈາກຄະນະກົດໝາຍ ແລະວິຊາເສດຖະສາດສະຖາບັນເສດຖະກິດຂອງມະຫາວິທະຍາໄລປັກກິ່ງ, ຍົກລະດັບວິຊາການຂັ້ນເໜືອປະລິນຍາຕີ, ປະລິນຍາຕີສາຂານິຕິສາດ,ປະລິນຍາເອກສາຂາເສດຖະສາດ.
 
-ຕຳແໜ່ງໃນປັດຈຸບັນ:ກຳມະການປະຈຳກົມການເມືອງສູນກາງພັກ,ນາຍົກລັດຖະມົນຕີ, ເລຂາຈຸພັກການນຳລັດຖະບານຈີນ.
 
ປີ1974- 1976: ເປັນຊາວໜຸ່ມລົງຊົນນະບົດຢູ່ກອງຜະລິດຕົ່ງຫຼິງສະຫະກອນຕ້າມ້ຽວເມືອງເຟີ້ງຢາງແຂວງອ່ານຫຸ່ຍ

ປີ1976– 1978: ເລຂາໜ່ວຍພັກກອງຜະລິດຕ້າມິ້ວສະຫະກອນຕ້າມ້ຽວເມືອງເຟີ້ງຢາງແຂວງອ່ານຫຸ່ຍ

ປີ1978– 1982: ຮຽນຢູ່ຄະນະກົດໝາຍມະຫາວິທະຍາໄລປັກກິ່ງ, ຜູ້ຮັບຜິດຊອບສະມາຄົມນັກສຶກສາມະຫາວິທະຍາໄລປັກ​ກິ່ງ

ປີ1982– 1983: ເລຂາຄະນະຊາວໜຸ່ມກອມມູນິດມະຫາວິທະຍາໄລປັກກິ່ງ,ຄະນະປະຈໍາສູນກາງຊາວໜຸ່ມກອມມູນິດ

ປີ1983– 1983: ຫົວໜ້າພະແນກໂຮງຮຽນຂອງຄະນະຊາວໜຸ່ມ

ທັງເປັນເລຂາທິການສະຫະພັນນັກສຶກສາທົ່ວປະເທດຈີນ

ປີ1983– 1985: ເລຂາສຳຮອງສູນກາງຊາວໜຸ່ມກອມມູນິດຈີນ

ປີ1985– 1993: ເລຂາທິການສູນກາງຊາວໜຸ່ມກອມມູນິດຈີນທັງເປັນຮອງປະທານສະຫະພັນຊາວໜຸ່ມທົ່ວປະເທດຈີນ (ໃນໄລຍະ 1991.09-1991.11ຮຽນທິດສະດີໃນຊຸດອົບຮົມພະນັກງານຂັ້ນແຂວງ-ກະຊວງຂອງໂຮງຮຽນພັກຂັ້ນສູນກາງ)

ປີ1993– 1998: ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດຈີນທັງເປັນຫົວໜ້າສະຖາບັນການເມືອງຊາວໜຸ່ມແຫ່ງຊາດຈີນ

(ປີ1988 – 1994: ຮຽນຕໍ່ປະລິນຍາໂທ ແລະປະລິນຍາເອກວິຊາເສດຖະສາດຢູ່ສະຖາບັນເສດຖະກິດຂອງມະຫາວິທະຍາໄລປັກກິ່ງ,ໄດ້ຮັບໃບປະກາສະນີຍະບັດປະລິນຍາໂທ ແລະ ປະລິນຍາເອກສາຂາເສດຖະສາດ)

ປີ1998– 1999: ຮອງເລຂາຄະນະພັກ,ຮັກສາການແທນເຈົ້າແຂວງແຂວງເຮີນານ

ປີ1999– 2002: ຮອງເລຂາຄະນະພັກ, ເຈົ້າແຂວງແຂວງເຮີນານ

ປີ2002– 2003: ເລຂາຄະນະພັກ, ເຈົ້າແຂວງແຂວງເຮີນານ

ປີ2003– 2004: ເລຂາຄະນະພັກ,ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຂວງເຮີນານ

ປີ2004– 2005: ເລຂາຄະນະພັກແຂວງລຽວນິງ

ປີ2005– 2007: ເລຂາຄະນະພັກ,ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຂວງລຽວນິງ

ປີ2007– 2008: ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ

ປີ2008– 2013 ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ,ຮອງນາຍົກລັດຖະມົນຕີ, ຮອງເລຂາຈຸພັກການນຳລັດຖະບານ

ປີ2013-ປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ,ນາຍົກລັດຖະມົນຕີ, ເລຂາຈຸພັກການນຳລັດຖະບານ

ກຳມະການສູນກາງຊຸດທີ15, 16, 17, 18, 19, ກຳມະການ, ກຳມະການປະຈຳກົມການເມືອງສູນກາງພັກຊຸດທີ17, 18, 19. ກຳມະການຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຊຸດທີ 8. 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ