ຊີວະ​ປະຫວັດ​ຫຍໍ້ຂອງ​ສະຫາຍລີ້​ຈ້າ​ນຊູ່
2017-10-27 17:14:36  cri 

ສະຫາຍ ລີ້ຈ້ານຊູ່

-ເພດຊາຍ

-ເຜົ່າຮັ້ນ

-ວັນເດືອນປີເກີດ:ເດືອນສິງຫາ ປີ1950

-ບ້ານເກີດ:ເມືອງພິງຊ່ານແຂວງເຫີເປີຍ

-ເດືອນທັນວາປີ1972 ເປັນພະນັກງານ, ເດືອນເມສາປີ 1975 ເປັນສະມາຊິກພັກກອມມູນິດຈີນ.

-ລະດັບການສຶກສາ:ຮຽນຈົບຈາກຄະນະການສຶກສາການເມືອງພາກພິເສດມະຫາວິທະຍາໄລສ້າງຄູເຫີເປີຍ, ປະລິນຍາໂທສາຂາຄຸ້ມຄອງອຸດສາຫະກຳ-ການຄ້າລະດັບສູງ.
 
-ຕຳແໜ່ງໃນປັດຈຸບັນ:ກຳມະການປະຈຳກົມການເມືອງສູນກາງພັກ, ຫົວໜ້າຫ້ອງການສູນກາງພັກ, ຫົວໜ້າຫ້ອງວ່າການຄະນະກຳມະການຄວາມໝັ້ນຄົງແຫ່ງຊາດສູນກາງພັກກອມມູນິດຈີນ, ເລຂາຄະນະກຳມະການວຽກງານອົງການຈັດຕັ້ງລັດທີ່ຂຶ້ນກັບສູນກາງພັກກອມມູນິດຈີນໂດຍກົງ.
 
ປິ1971-1972:ຮຽນວິຊາລາຄາສິນຄ້າຢູ່ໂຮງຮຽນເສດຖະກິດ-ການຄ້າພາກພື້ນເມືອງຊືເຈ່ຍຈ່ວງແຂວງເຫີເປີຍ

ປີ1972-1976:ພະນັກງານ, ຮອງຫົວໜ້າບໍລິການຫ້ອງການການຄ້າເມືອງຊືເຈ່ຍຈ່ວງແຂວງເຫີເປີຍ

ປີ1976-1983:ພະນັກງານ, ຫົວໜ້າຫ້ອງການສະຖິຕິຄະນະພັກເມືອງຊືເຈ່ຍຈ່ວງແຂວງເຫີເປີຍ (ປີ1980-1983ຮຽນສາຂາການເມືອງການສຶກສາພາກພິເສດຢູ່ມະຫາວິທະຍາໄລສ້າງຄູເຫີເປີຍ)

ປີ1983-1985:ເລຂາຄະນະພັກເມືອງອູຈີແຂວງເຫີເປີຍ

ປີ1985-1986:ຮອງເລຂາຄະນະພັກ, ເຈົ້າຄອງເມືອງຊືເຈ່ຍຈ່ວງແຂວງເຫີເປີຍ

ປີ1986-1990:ເລຂາຄະນະຊາວໜຸ່ມກອມມູນິດແຂວງເຫີເປີຍ(ເດືອນກຸມພາປີ 1988-ເດືອນສິງຫາປີ 1988 ຮຽນທິດສະດີການກໍ່ສ້າງພັກຢູ່ໂຮງຮຽນພັກຂັ້ນສູນກາງໄລຍະສັ້ນ)

ປີ1990-1993:ຮອງເລຂາຄະນະພັກ, ເຈົ້າຄອງເມືອງເຊີງເຕີແຂວງເຫີເປີຍ

ປີ1993-1997:ກຳມະການປະຈຳ, ເລຂາທິການຂອງຄະນະພັກແຂວງເຫີເປີຍ (ປີ1992-1994 ຮຽນສາຂາເສດຖະກິດໂຮງຮຽນພັກຂັ້ນສູນກາງ)

ປີ1997-1998:ກຳມະການປະຈຳຄະນະພັກແຂວງເຫີເປີຍ, ຮອງຫົວໜ້າໜ່ວຍນຳພາວຽກງານຊົນນະບົດ

ປີ1998-2000:ກຳມະການປະຈຳຄະນະພັກແຂວງເຫີເປີຍ, ຮອງຫົວໜ້າ, ຫົວໜ້າຫ້ອງການໜ່ວຍນຳພາວຽກງານຊົນນະບົດ(ປີ1996-1998 ຮຽນສາຂາເສດຖະກິດການຄ້າລະດັບເໜືອປະລິນຍາຕີຢູ່ຄະນະການເງິນ ແລະການຄ້າວິທະຍາໄລເໜືອປະລິນຍາຕີຂອງສະຖາບັນວິທະຍາສາດສັງຄົມຈີນ)

ປີ2000-2002:ກຳມະການປະຈຳຄະນະພັກແຂວງສ້ານຊີ່, ຫົວໜ້າຄະນະຈັດຕັ້ງແຂວງ

ປີ2002:ກຳມະການປະຈຳຄະນະພັກແຂວງສ້ານຊີ່, ເລຂາຄະນະພັກເມືອງຊີ່ອ່ານ, ປະທານສະພາປະຊາຊົນເມືອງຊີ່ອ່ານ

ປີ2002-2003:ຮອງເລຂາຄະນະພັກແຂວງສ້ານຊີ່, ເລຂາຄະນະພັກເມືອງຊີ່ອ່ານ, ປະທານສະພາປະຊາຊົນເມືອງຊີ່ອ່ານ

ປີ2003-2004:ຮອງເລຂາຄະນະພັກແຂວງເຮີ່ຍລົງຈ່ຽງ

ປີ2004-2007:ຮອງເລຂາຄະນະພັກແຂວງເຮີ່ຍລົງຈ່ຽງ, ຮອງເຈົ້າແຂວງເຮີ່ຍລົງຈ່ຽງ (ປີ2005-200ຮຽນສາຂາການຄຸ້ມຄອງ
ອຸດສາຫະກຳການຄ້າລະດັບສູງຢູ່ມະຫາວິທະຍາໄລອຸດສາຫະກຳຮາບິນແລະຮັບປະລິນຍາໂທສາຂາການຄຸ້ມຄອງອຸດສາຫະກຳການຄ້າລະດັບສູງ)

ປີ2007-2008:ຮອງເລຂາຄະນະພັກແຂວງເຮີ່ຍລົງຈ່ຽງ, ຮັກສາການແທນເຈົ້າແຂວງເຮີ່ຍລົງຈ່ຽງງ

ປີ2008-2010:ຮອງເລຂາຄະນະພັກ, ເຈົ້າແຂວງແຂວງເຮີ່ຍລົງຈ່ຽງ

ປີ2010-2012:ເລຂາຄະນະພັກແຂວງກຸ້ຍໂຈ່ວ, ປະທານສະພາປະຊາຊົນແຂວງກຸ້ຍໂຈ່ວ

ປີ2012:ຮອງຫົວໜ້າປະຈຳຂອງຫ້ອງວ່າການສູນກາງພັກກອມມູນິດຈີນ (ລະດັບລັດຖະມົນຕີ), ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຈີນ,ເລຂາຄະນະກຳມະການວຽກງານອົງການຈັດຕັ້ງລັດທີ່ຂຶ້ນກັບສູນກາງພັກກອມມູນິດຈີນໂດຍກົງ,ປະທານສະພາປະຊາຊົນແຂວງກຸ້ຍໂຈ່ວ

ປີ2012-2014:ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຈີນ,ເລຂາຄະນະກຳມະການວຽກງານອົງການຈັດຕັ້ງລັດທີ່ຂຶ້ນກັບສູນກາງພັກກອມມູນິດຈີນໂດຍກົງ

ປີ2014-2017:ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ,ຫົວໜ້າຫ້ອງການຄະນະກຳມະການຄວາມໝັ້ນຄົງແຫ່ງຊາດສູນກາງພັກ, ເລຂາຄະນະກຳມະການວຽກງານອົງການອົງການຈັດຕັ້ງລັດທີ່ຂຶ້ນກັບສູນກາງພັກໂດຍກົງ

ປີ2017-ປັດຈຸບັນ:  ກຳມະການປະຈຳກົມການເມືອງສູນກາງພັກ,ຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຫ້ອງການຄະນະກຳມະການຄວາມໝັ້ນຄົງແຫ່ງຊາດສູນກາງພັກ,ເລຂາຄະນະກຳມະການວຽກງານອົງການອົງການຈັດຕັ້ງລັດທີ່ຂຶ້ນກັບສູນກາງພັກໂດຍກົງ, ກຳມະການສຳຮອງສູນກາງພັກຊຸດທີ 16 ແລະ 17, ກຳມະການສູນກາງສົມບູນຊຸດທີ18 ແລະ 19, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກຊຸດທີ18, ກຳມະການ, ກຳມະການປະຈຳກົມການເມືອງສູນກາງພັກຄັ້ງທີ 19.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ