ຊີ​ວະປະ​ຫວັດຫຍໍ້​ຂອ​ງ​ສະ​ຫາຍ​ວ່າງ​ຢາງ
2017-10-27 17:18:08  cri 

​ສະຫາຍ ວ່າງຢາງ

-ເພດຊາຍ

-ເຜົ່າຮັ້ນ

-ວັນເດືອນປີເກີດ:ເດືອນມີນາປີ1955

-ບ້ານເກີດ:ເມືອງຊູ້ໂຈ່ວແຂວງອ່ານຮຸ່ຍ

-ເດືອນມັງກອນປີ1975 ເປັນສະມາຊິກພັກກອມມູນິດຈີນ

-ລະດັບທິດສະດີ:ຈົບປະລິນຍາຕີຂອງໂຮງຮຽນພັກຂັ້ນສູນກາງ

-ລະດັບການສຶກສາ:ຈົບປະລິນຍາໂທວິສະວະກຳສາດ
 
-ຕຳແໜ່ງໃນປັດຈຸບັນ:ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,ສະມາຊິກໜ່ວຍພັກການນຳຄະນະລັດຖະບານສາທາລະນະລັດປະຊາຊົນຈີນ.
 
ປີ1972-1976: ເຮັດວຽກຢູ່ໂຮງງານອາຫານເມືອງຊູ້ຊ້ຽນແຂວງອ່ານຮຸ່ຍ.

ປີ1976-1979: ອາຈານສອນຢູ່ໂຮງຮຽນພະນັກງານ"7ພຶດສະພາ"ເມືອງຊູ້ຊ້ຽນແຂວງອ່ານຮຸ່ຍ,ຮອງຫົວໜ້າຫ້ອງການຄົ້ນຄວ້າການສຶກສາ,ກຳມະການໜ່ວຍພັກຂອງໂຮງຮຽນ

ປີ1979-1980: ຮຽນເສດຖະສາດການເມືອງຢູ່ຫ້ອງຮຽນພະນັກງານໂຄສະນາທິດສະດີໂຮງຮຽນພັກຂັ້ນສູນກາງ

ປີ1980-1981: ອາຈານສອນຢູ່ໂຮງຮຽນພັກຂັ້ນທ້ອງຖິ່ນເມືອງຊູ້ຊ້ຽນແຂວງອ່ານຮຸ່ຍ

ປີ1981-1982: ຮອງເລຂາຄະນະຊາວໜຸ່ມເມືອງຊູ້ຊ້ຽນແຂວງອ່ານຮຸ່ຍ

ປີ1982-1983: ຫົວໜ້າພະແນກໂຄສະນາຄະນະຊາວໜຸ່ມແຂວງອ່ານຮຸ່ຍ

ປີ1983-1984: ຮອງເລຂາຄະນະຊາວໜຸ່ມແຂວງອ່ານຮຸ່ຍ

ປີ1984-1987: ຮອງປະທານຄະນະກຳມະການກິລາແຂວງອ່ານຮຸ່ຍ,ຮອງເລຂາໜ່ວຍພັກແຂວງອ່ານຮຸ່ຍ

ປີ1987-1988: ປະທານຄະນະກຳມະການກິລາແຂວງອ່ານຮຸ່ຍ,ເລຂາໜ່ວຍພັກແຂວງອ່ານຮຸ່ຍ

ປີ1988-1992: ຮອງເລຂາຄະນະພັກ,ຮັກສາການແທນເຈົ້າເມືອງ,ເຈົ້າເມືອງທອງລິງແຂວງອ່ານຮຸ່ຍ(ທັງຮຽນວິຊາບໍລິຫານວຽກງານພັກແລະລັດຖະບານລະດັບປະລິນຍາຕີຂອງໂຮງຮຽນພັກຂັ້ນສູນກາງນອກໂມງການແຕ່ປີ1989-1992)

ປີ1992-1993: ປະທານຄະນະກຳມະການແຜນການ,ເລຂາຄະນະພັກຄະນະກຳມະການແຜນການອ່ານຮຸ່ຍ,ຜູ້ຊ່ວຍເຈົ້າແຂວງອ່ານຮຸ່ຍ

ປີ1993-1993: ຮອງເຈົ້າແຂວງອ່ານຮຸ່ຍ

ປີ1993-1998: ກຳມະການປະຈຳຄະນະພັກແຂວງອ່ານຮຸ່ຍ,ຮອງເຈົ້າແຂວງອ່ານຮຸ່ຍ(ຮຽນປະລິນຍາໂທວິຊາວິທະຍາສາດບໍລິຫານຢູ່ຄະນະວິທະຍາສາດບໍລິຫານມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີຈີນແຕ່ປີ1993-1995: ຈົບປະລິນຍາໂທວິສະວະກຳສາດ,ອົບຮົມໄລຍະສັ້ນຢູ່ຫ້ອງຮຽນພະນັກງານລະດັບແຂວງຢູ່ໂຮງຮຽນພັກຂັ້ນສູນກາງແຕ່ເດືອນມີນາຫາເດືອນພຶດສະພາປີ1997)

1998-1999: ຮອງເລຂາຄະນະພັກແຂວງອ່ານຮຸ່ຍ,ຮອງເຈົ້າແຂວງອ່ານຮຸ່ຍ

1999-2003: ຮອງປະທານ,ທັງເປັນສະມາຊິກໜ່ວຍພັກຂອງຄະນະກຳມະການແຜນການເພາະພັດທະນາແຫ່ງລັດຈີນ(ອົບຮົມໄລຍະສັ້ນຢູ່ຫ້ອງຮຽນພະນັກງານລະດັບແຂວງຢູ່ໂຮງຮຽນພັກຂັ້ນສູນກາງແຕ່ເດືອນກັນຍາຫາເດືອນພະຈິກປີ2001)

2003-2005: ຮອງເລຂາທິການລັດຖະບານ(ຮັບຜິດຊອບວຽກງານປະຈຳຫ້ອງການລັດຖະບານ,ລະດັບລັດຖະມົນຕີ),ຮອງເລຂາໜ່ວຍພັກລັດຖະບານ

2005-2006: ເລຂາຄະນະພັກນະຄອນຈຸ່ງກິ່ງ

2006-2007: ເລຂາຄະນະພັກນະຄອນຈຸ່ງກິ່ງ,ປະທານສະພາປະຊາຊົນນະຄອນຈຸ່ງກິ່ງ

2007-2007: ກຳມະການກົມການເມືອງສູນກາງພັກ,ເລຂາຄະນະພັກນະຄອນຈຸ່ງກິ່ງ,ປະທານສະພາປະຊາຊົນນະຄອນຈຸ່ງກິ່ງ

2007-2012: ກຳມະການກົມການເມືອງສູນກາງພັກ,ເລຂາຄະນະພັກແຂວງກວາງຕຸ້ງ

2012-2013: ກຳມະການກົມການເມືອງສູນກາງພັກ

2013-2017: ກຳມະການກົມການເມືອງສູນກາງພັກ,ຮອງນາຍົກລັດຖະມົນຕີທັງເປັນສະມາຊິກໜ່ວຍພັກລັດຖະບານ

ປີ2017-ປັດຈຸບັນ:ກຳມະການປະຈຳກົມການເມືອງສູນກາງພັກ,ຮອງນາຍົກລັດຖະມົນຕີທັງເປັນສະມາຊິກໜ່ວຍພັກລັດຖະບານ, ກຳມະການສຳຮອງຄະນະກຳມະການສູນກາງພັກຊຸດທີ16, ກຳມະການຄະນະກຳມະການສູນກາງພັກຊຸດທິ17、18、19,ກຳມະການກົມການເມືອງສູນກາງພັກຊຸດທິ17、18,ກຳມະການທັງ ເປັນກຳມະການປະຈຳກົມການເມືອງສູນກາງພັກຊຸດທິ19.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ