ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ສະ​ຫາຍ ​ວາງ​ຮູ້​ນິງ
2017-10-27 17:24:24  cri 

ສະຫາຍ ວາງຮູ້ນິງ

-ເພດຊາຍ

-ເຜົ່າຮັ້ນ

-ວັນເດືອນປີເກີດ:ເດືອນຕຸລາ ປີ 1955

-ບ້ານເກີດ: ເມືອງໄຫຼໂຈ່ວແຂວງຊ່ານຕົງຈີນ.

-ເດືອນເມສາ 1984 ເປັນສະມາຊິກພັກກອມມູນິດຈີນ.

-ລະດັບຮັບການສຶກສາ:ຮຽນຈົບວິຊາການເມືອງສາກົນຄະນະເມືອງສາກົນມະຫາວິທະຍາໄລຟູ້ດ້ານ, ປະລິນຍາໂທສາຂານິຕິສາດ, ສາສະດາຈານ.
 
-ຕຳແໜ່ງປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ,ເລຂາທິການສູນກາງພັກ,ຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍຂອງສູນກາງ,ຫົວໜ້າຫ້ອງການໜ່ວຍງານນຳພາການລົງເລິກປະຕິຮູບຮອບດ້ານຂອງສູນກາງ.
                                        
ປີ 1972-1977: ອົບຮົມພາສາຕ່າງປະເທດຢູ່ໂຮງຮຽນພະນັກງານຂອງມະຫາວິທະຍາໄລສ້າງຄູຊຽງໄຮ.

ປີ1977-1978: ພະນັກງານພະແນກພິມຈຳໜ່າຍນະຄອນຊຽງໄຮ.

ປີ1978-1981: ຈົບປະລິນຍາໂທວິຊາການເມືອງສາກົນຈາກຄະນະເມືອງສາກົນມະຫາວິທະຍາໄລຟູ້ດ້ານ.

ປີ1981-1989: ອາຈານສອນ, ຮອງສາສະດາຈານ, ສາສະດາຈານຄະນະການເມືອງສາກົນມະຫາວິທະຍາໄລຟູ້ດ້ານ.

ປີ 1989-1994: ຫົວໜ້າຄະນະການເມືອງສາກົນຂອງມະຫາວິທະຍາໄລຟູ້ດ້ານ.

ປີ1994-1995: ຫົວໜ້າສະຖາບັນນິຕິສາດມະຫາວິທະຍາໄລຟູ້ດ້ານ.

ປີ1995-1998: ຫົວໜ້າໜ່ວຍງານການເມືອງຂອງຫ້ອງການຄົ້ນຄວ້ານະໂຍບາຍສູນກາງ.

ປີ 1998-2002: ຮອງຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍສູນກາງ.

ປີ 2002-2007: ຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍສູນກາງ.

ປີ 2007-2012: ເລຂາທິການສູນກາງພັກກອມມູນິດຈີນ,ຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍສູນກາງ.

ປີ 2012-2014: ກຳມະການກົມການເມືອງສູນກາງພັກ,ຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍສູນກາງ.
 
ປີ 2014-2017: ກຳມະການກົມການເມືອງສູນກາງພັກ,ຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍສູນກາງ, ຫົວໜ້າຫ້ອງການໜ່ວຍນຳພາການລົງເລິກປະຕິຮູບຮອບດ້ານຂອງສູນກາງ.

ປີ2017-ປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ, ຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍສູນກາງ, ຫົວໜ້າຫ້ອງການໜ່ວຍນຳພາການລົງເລິກປະຕິຮູບຮອບດ້ານຂອງສູນກາງ.
ກຳມະການສູນກາງພັກກອມມູນິດຈີນຊຸດທີ16, ຊຸດທີ 17, ຊຸດທີ 18 ແລະຊຸດທີ 19, ເລຂາທິການສູນກາງພັກຊຸດທີ 17, ກຳມະການກົມການເມືອງສູນກາງຊຸດທີ18, ກຳມະການ, ກຳມະການປະຈຳກົມການເມືອງ, ເລຂາທິການສູນກາງພັກຊຸດທີ19.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ