ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ສະ​ຫາຍ ຈ້າວ​ເລີ້​ຈີ້
2017-10-27 17:27:52  cri 

ສະຫາຍ ຈ້າວເລີ້ຈີ້

-ເພດຊາຍ

-ເຜົ່າຮັ້ນ

-ວັນເດືອນປີເກີດ: ເດືອນມີນາ ປີ1957

-ບ້ານເກີດ: ເມືອງຊີ່ອ່ານ ແຂວງສ້ານຊີ

-ເດືອນກໍລະກົດ 1975 ເປັນສະມາຊິກພັກກອມມູນິດຈີນ.

-ລະດັບທິດສະດີ: ປະລິນຍາໂທຂອງໂຮງຮຽນພັກຂັ້ນສູນກາງ.
 
-ຕຳແໜ່ງໃນປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກ,ເລຂາທິການຄະນະກວດກາສູນກາງພັກ, ຫົວໜ້າຄະນະຈັດຕັ້ງຂອງສູນກາງພັກ.
 
ປີ 1974-1975: ເປັນຊາວໜຸ່ມລົງຊົນນະບົດຢູ່ກອງ ຜະລິດກົ້ງປ່າຕາແສງເຫີຕົ່ງເມືອງກຸ້ຍເຕີ ແຂວງຊິ່ງຫາຍ.

ປີ 1975-1977: ພະນັກງານວິຊາການພະແນກການຄ້າ ແຂວງຊິ່ງຫາຍ.

ປີ 1977-1980: ຮຽນພາກວິຊາປັດຊະຍາຢູ່ຄະນະປັດຊະຍາ ມະຫາວິທະຍາໄລປັກກິ່ງ.

ປີ 1980-1982: ພະນັກງານຂະແໜງການການເມືອງຂອງພະແນກ ການຄ້າແຂວງຊິ່ງຫາຍ, ອາຈານສອນຢູ່ໂຮງຮຽນການຄ້າແຂວງ,ເລຂາຄະນະຊາວໜຸ່ມໂຮງຮຽນການຄ້າແຂວງ.

ປີ 1982-1983: ຮອງຫົວໜ້າຫ້ອງການການສຶກສາຂອງໂຮງຮຽນການຄ້າແຂວງຊິ່ງຫາຍ.

ປີ 1983-1984: ຮອງຫົວໜ້າຂະແໜງການການເມືອງ, ເລຂາຄະນະຊາວໜຸ່ມພະແນກການຄ້າແຂວງຊິ່ງຫາຍ.

ປີ 1984-1986: ເລຂາຄະນະພັກ, ຜູ້ອຳນວຍການບໍລິສັດອຸດສາຫະກຳໂລຫະທັງ5 ໄຟຟ້າແລະເຄມີແຂວງຊິ່ງຫາຍ.

ປີ 1986-1991: ຮອງຫົວໜ້າ, ຮອງເລຂາຄະນະພັກພະແນກການຄ້າແຂວງຊິ່ງຫາຍ.

ປີ 1991-1993: ຫົວໜ້າ, ເລຂາຄະນະພັກພະແນກການຄ້າແຂວງຊິ່ງຫາຍ.(ເດືອນເມສາ ປີ 1992 ທັງດຳລົງຕຳແໜ່ງເປັນຫົວໜ້າສະຫະກອນຈຳໜ່າຍແຂວງ)

ປີ 1993-1994: ຜູ້ຊ່ວຍເຈົ້າແຂວງແຂວງຊິ່ງຫາຍ,ຫົວໜ້າ, ເລຂາຄະນະພັກພະແນກການເງິນແຂວງຊິ່ງຫາຍ.

ປີ 1994-1995: ຮອງເຈົ້າແຂວງ ທັງເປັນຫົວໜ້າ ເລຂາຄະນະພັກ ພະແນກການເງິນແຂວງຊິ່ງຫາຍ.

ປີ 1995-1997: ຮອງເຈົ້າແຂວງແຂວງຊິ່ງຫາຍ.

ປີ 1997-1997: ຮອງເຈົ້າແຂວງແຂວງຊິ່ງຫາຍ ເລຂາຄະນະພັກເມືອງຊີ່ນິງ ເທດສະບານແຂວງຊິ່ງຫາຍ.

ປີ 1997-1999: ຮອງເລຂາຄະນະພັກແຂວງຊິ່ງຫາຍ,ເລຂາຄະນະພັກເມືອງຊີ່ນິງ.

(ປີ 1996-1998 ຮຽນການເງິນ ແລະການທະນາຄານຢູ່ສະຖາບັນນັກສຶກສາເໜືອປະລິຍາຕີສະຖາບັນວິທະຍາສາດສັງຄົມຈີນ; ເດືອນກັນຍາ1998-ເດືອນມັງກອນ 1999 ອົບຮົມພະນັກງານລະດັບແຂວງໄລຍະສັ້ນຂອງໂຮງຮຽນພັກຂັ້ນສູນກາງ.)

ປີ 1999-2000: ຮອງເລຂາຄະນະພັກ, ວ່າການແທນເຈົ້າແຂວງແຂວງຊິ່ງຫາຍ.

ປີ 2000-2003: ຮອງເລຂາຄະນະພັກ,ເຈົ້າແຂວງແຂວງຊິ່ງຫາຍ.

ປີ 2003-2003: ເລຂາຄະນະພັກ, ເຈົ້າແຂວງແຂວງຊິ່ງຫາຍ.

ປີ 2003-2004: ເລຂາຄະນະພັກແຂວງຊິ່ງຫາຍ.

ປີ 2004-2007: ເລຂາຄະນະພັກ, ປະທານຄະນະປະຈຳສະພາປະຊາຊົນແຂວງຊິ່ງຫາຍ.(ປີ2002-2005 ຮຽນວິຊາການເມືອງປະລິນຍາໂທຂອງໂຮງຮຽນພັກຂັ້ນສູນກາງ)

ປີ 2007-2008: ເລຂາຄະນະພັກແຂວງສ້ານຊີ່.

ປີ 2008-2012: ເລຂາຄະນະພັກ, ປະທານຄະນະປະຈຳສະພາປະຊາຊົນແຂວງສ້ານຊີ່.

ປີ 2012-2017: ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຈີນ.
2017-ປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກ,ເລຂາທິການຄະນະກວດກາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຈີນ.
ກຳມະການສູນກາງພັກກອມມູນິດຈີນຊຸດທີ16, ຊຸດທີ17, ຊຸດທີ18 ແລະຊຸດທີ 19, ກຳມະການກົມການເມືອງສູນກາງພັກກອມມູນິດຈີນຊຸດທີ18, ເລຂາທິການສູນກາງພັກ, ກຳມະການ ແລະກຳມະການປະຈຳກົມການເມືອງສູນກາງພັກຊຸດທີ19. ກຳມະການ, ກຳມະການປະຈຳທັງເປັນເລຂາທິການຄະນະກວດກາສູນກາງພັກກອມມູນິດຈີນຊຸດທີ19.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ