ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ສະ​ຫາຍ ຮັນ​ເຈິ້ງ
2017-10-27 17:31:19  cri 

ສະຫາຍ ຮັນເຈີ້ງ

-ເພດຊາຍ

-ເຜົ່າຮັ້ນ

-ວັນເດືອນປີເກີດ: ເດືອນເມສາປີ 1954

-ບ້ານເກີດ: ເມືອງຊືຊີ່ແຂວງເຈີ້ຈ່ຽງ

-ເປັນສະມາຊິກພັກກອມມູນິດຈີນໃນເດືອນພຶດສະພາປີ1979

-ລະດັບການສຶກສາ: ປະລິນຍາໂທວິຊາການພົວພັນສາກົນແລະເສດຖະກິດໂລກຂອງສະຖາບັນຄົ້ນຄວ້າບັນຫາສາກົນມະຫາວິທະຍາໄລສ້າງຄູຮວາຕຸ່ງ,ປະລິນຍາໂທສາຂາເສດຖະສາດ, ນັກເສດຖະສາດຊັ້ນສູງ.
 
-ຕຳແໜ່ງໃນປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ,ເລຂາຄະນະພັກນະຄອນຊຽງໄຮ.
 
ປີ 1975-1980: ພະນັກງານສາງ, ພະນັກງານຫ້ອງການຊື້ຂາຍສິນຄ້າ,ຮອງເລຂາຄະນະຊາວໜຸ່ມໜ່ວຍຕິດຕັ້ງເຄື່ອງຍົກເມືອງຊີຮຸ້ຍນະຄອນຊຽງໄຮ

ປີ 1980-1982: ເຈົ້າໜ້າທີ່ແລະຜູ້ຮັບຜິດຊອບຄະນະຊາວໜຸ່ມບໍລິສັດອຸດສາຫະກຳອຸປະກອນເຄມີນະຄອນຊຽງໄຮ

ປີ 1982-1986: ເລຂາຄະນະຊາວໜຸ່ມພະແນກອຸດສາຫະກຳເຄມີນະຄອນຊຽງໄຮ(ປີ 1983-1985: ສຶກສາຊັ້ນສູງຢູ່ມະຫາວິທະຍາໄລຟູ້ດ້ານ)

ປີ 1986-1987: ຮອງເລຂາຄະນະພັກໂຮງງານວິຊາອຸດສາຫະກຳເຄມີນະຄອນຊຽງໄຮ

ປີ 1987-1988: ເລຂາຄະນະພັກທັງເປັນຮອງອຳນວຍການໂຮງງານຜະລິດເກີບຢາງຊຽງໄຮ (ປີ 1985-1987: ຮຽນຢູ່ໂຮງຮຽນພາກພິເສດວິຊາການສຶກສາການເມືອງຂອງມະຫາວິທະຍາໄລສ້າງຄູຮວາຕຸ່ງ)

ປີ 1988-1990: ເລຂາຄະນະພັກ, ຮອງອຳນວຍການໂຮງງານຢາງພາລາຕ້ານຈົ່ງຮວາຊຽງໄຮ

ປີ 1990-1991: ຮອງເລຂາຄະນະຊາວໜຸ່ມຊຽງໄຮ(ຮັບຜິດຊອບວຽກງານປະຈຳວັນ)

ປີ 1991-1992: ເລຂາຄະນະຊາວໜຸ່ມຊຽງໄຮ

ປີ 1992-1993: ຮອງເລຂາຄະນະພັກເມືອງລູວ່ານ,ວ່າການແທນເຈົ້າເມືອງລູວ່ານນະຄອນຊຽງໄຮ

ປີ 1993-1995: ຮອງເລຂາຄະນະພັກເມືອງລູວ່ານຫົວໜ້າເຈົ້າເມືອງໆລູວ່ານນະຄອນຊຽງໄຮ (ປີ 1991-1994: ຮຽນປະລິນຍາໂທວິຊາການພົວພັນສາກົນແລະເສດຖະກິດໂລກຂອງສະຖາບັນຄົ້ນຄວ້າບັນຫາສາກົນຢູ່ມະຫາວິທະຍາໄລສ້າງຄູຮວາຕຸ່ງ,ແລະໄດ້ປະລິນຍາໂທເສດຖະສາດ)

ປີ 1995-1997: ຮອງເລຂາອົງການປົກຄອງນະຄອນ,ຮອງເລຂາຄະນະພັກທີ່ຊີ້ນຳວຽກງານເສດຖະກິດສັງລວມນະຄອນ, ຫົວໜ້າທັງເປັນເລຂາໜ່ວຍພັກຂອງຄະນະກຳມະການແຜນການ,ຫົວໜ້າຫ້ອງການຄຸ້ມຄອງຫຼັກຊັບນະຄອນຊຽງໄຮ

ປີ 1997-1998: ກຳມະການປະຈຳຄະນະພັກນະຄອນ,ຮອງເລຂາທິການຂອງອົງການປົກຄອງນະຄອນຊຽງໄຮ

ປີ 1998-2002: ກຳມະການປະຈຳຄະນະພັກນະຄອນ,ຮອງເຈົ້າຄອງນະຄອນຊຽງໄຮ

ປີ 2002-2003: ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຊຽງໄຮ

ປີ 2003-2004: ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຊຽງໄຮ

ປີ 2004-2006: ຮອງເລຂາຄະນະພັກ ເຈົ້າຄອງນະຄອນຊຽງໄຮ,ຮອງປະທານຄະນະກຳມະການຈັດຕັ້ງ,  ປະທານຄະນະບໍລິຫານງານຂອງງານວາງສະແດງໂລກຊຽງໄຮປີ2010

ປີ 2006-2007: ຮັກສາການເລຂາຄະນະພັກ, ເຈົ້າຄອງນະຄອນຊຽງໄຮ,ຮອງປະທານຄະນະກຳມະການຈັດຕັ້ງ ຮອງປະທານຜູ້ທີໜຶ່ງຂອງຄະນະກຳມະການຈັດຕັ້ງປະທານບໍລິຫານງານ, ປະທານຄະນະບໍລິຫານງານຂອງງານວາງສະແດງໂລກຊຽງໄຮປີ2010

ປີ 2007-2008: ຮອງເລຂາຄະນະພັກ ເຈົ້າຄອງນະຄອນຊຽງໄຮ,ຮອງປະທານຜູ້ທີໜຶ່ງຄະນະກຳມະການຈັດຕັ້ງ ປະທານຄະນະບໍລິຫານງານຂອງງານວາງສະແດງໂລກຊຽງໄຮປີ2010.

ປີ 2008-2011: ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຊຽງໄຮ,ຮອງປະທານຄະນະກຳມະການຈັດຕັ້ງ, ປະທານຄະນະບໍລິຫານງານຂອງງານວາງສະແດງໂລກຊຽງໄຮປີ2010.

ປີ 2011-2012: ຮອງເລຂາຄະນະພັກ ເຈົ້າຄອງນະຄອນຊຽງໄຮ

ປີ 2012-2017: ກຳມະການກົມການເມືອງສູນກາງພັກກອມມູນິດຈີນ,ເລຂາຄະນະພັກນະຄອນຊຽງໄຮ

2017-ປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ,ເລຂາຄະນະພັກນະຄອນຊຽງໄຮ, ກຳມະການສູນກາງພັກຊຸດທີ 16, 17, 18,19, ກຳມະການກົມການເມືອງສູນກາງພັກຊຸດທີ 18, ກຳມະການກົມການເມືອງສູນກາງພັກຊຸດທີ19, ກຳມະການປະຈຳກົມການເມືອງສູນກາງພັກຊຸດທີ 19.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ