ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ​ຈີນ​ກ່າວ​ວ່າ ການ​ຢ້ຽມ​ຢາມ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຈະ​ປະ​ກອບ​ສ່ວນ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລາວ-ຈີນ​ໃຫ້​ແໜ້ນ​ຟື້ນ​ຍິ່ງ​ຂຶ້ນ
2017-11-09 17:40:22  cri 

ວັນ​ທີ 8 ພະ​ຈິກ​ນີ້, ທ່ານຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະບໍ່​ແຮ່ ທັງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຈີນ​ແລະ​ລາວ​ເປັນ​ຕົ້ນ ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນCRIແລະ​ຂ່າວ​ສານ​ປະ​ເທດ​ລາວ​ໂດຍ​ຢືນ​ຢັນ​ວ່າ ​ການ​ທີ່​ທ່ານ​ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມ ​ສ​ປ​ປ ລາວທາງ​ລັດ​ຖະ​ກິດ​ໃນ​ໄວໆ​ນີ້​ເປັນ​ຂີດ​ໝາຍ​ສຳ​ຄັນ​ແຫ່ງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​​ລາວ​ຈີນ ເຊິ່ງ​ຈະ​ເປັນ​ການ​ປະ​ກອບ​ສ່ວນເສີມ​ຂະ​ຫຍາຍ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກໍ​ຄື​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ.

ທ່ານ​ຄຳ​ມະ​ນີ ກຳ​ມະ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ຢືນ​ຢັນ​ວ່າ ພັກ-ລັດ​ແລະ​ປະ​ຊາ​ຊົນ​ລາວຄອງ​ຄອຍ​​ເປັນ​ຢ່າງ​ຍິ່ງຕໍ່​ການ​ເດີນ​ທາງ​ຢ້ຽມ​ຢາມ​ລາວ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ສ​ປ​ຈີນ​ໃນ​ໄວໆ​ນີ້. ທ່ານ​ກ່າວ​ວ່າ: "ໃນປັດຈຸບັນນີ້,ພັກ, ລັດ ແລະ ປະຊາຊົນລາວພວມກະກຽມໃຫ້ແກ່ການຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ປະທານ ສີຈິ້ນຜິງດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ, ຟົດຟື້ນເປັນຢ່າງບິ່ງ ແລະ ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ : ຜ່ານການຢ້ຽມຢາມ ສປປ ລາວ ຂອງທ່ານ ປະທານ ສີຈິ້ນຜິງ ເທື່ອນີ້ຈະເປັນນິມິດໝາຍທີ່ດີ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ລະຫວ່າງລາວ-ຈີນ ຈົ່ງສືບຕໍ່ໄດ້ຮັບການພັດທະນາໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ."

ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ​ກ່າວ​ວ່າ: ລາວ​ແລະ​ຈີນ​ມີ​ການ​ຮ່ວມ​ມື​ທີ່​ດີ​ແລະ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ຕົວ​ຢ່າງ​ເຊັ່ນ, ໂຄງ​ການ​ເຄືອ​ຂ່າຍ​ໄຟ​ຟ້າ​ພາກ​ເໜືອ​ລາວ​ຂະ​ໜາດ 230.000 ວົນ​ທີ່​ຈີນ​ຮັບ​ເໝົາ​ກໍ່​ສ້າງ, ຈີນ​ຊ່ວຍ​ເຫຼືອຫຼ້າ​ໃນ​ການ​ແຕ້ມ​ແຜນ​ທີ່​ທໍ​ລະ​ນີ​ທົ່ວ​ປະ​ເທດ​ລາວ​ແລະ​ອື່ນໆ ທັງ​ນີ້​ລ້ວນ​ແຕ່​ເປັນ​​ສ່ວນ​ປະ​ກອບ​ສຳ​ຄັນ​ຂອງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ກ່າວ​ວ່າ:

"ການຮ່ວມມືໃນການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ລາວ ແລະ ຈີນ ແມ່ນບັນຫາໜຶ່ງທີ່ສໍາຄັນ ແລະ ນອນຢູ່ໃນ ກອບການຮ່ວມມືລວມທີ່ສອງພັກ, ສອງລັດ ແລະ ສອງຂະແໜງ ການໄດ້ຕົກລົງກັນຢູ່ໃນສັນາຍາມິດຕະພາບ ແລະ ການຮ່ວມມືລາວ-ຈີນໃນໄລຍະໃໝ່. ໃນໄລຍະທີ່ຜ່ານມາ, ການຮ່ວມມືເພື່ອພັດທະນາ ດ້ານພະລັງງານພະລັງງານ ແລະ ບໍ່ແຮ່ ລະຫວ່າງ ສປປ ລາວ ແລະ ສປ ຈີນ ແມ່ນການຮ່ວມມືທີ່ດີ ແລະ ມີປະສິດທິຜົນ. ໃນນີ້, ການມາລົງທຶນຂອງຜູ້ພັດທະນາຂອງ ສປ. ຈີນ ແມ່ນຖືວ່າຢູ່ໃນອັນດັບຕົ້ນໆ ຊຶ່ງມີມູນຄ່າສູງປະມານ 10 ກວ່າຕື້ໂດລາສະຫະລັດ ແລະ ຈະສືບຕໍ່ຮ່ວມມືກັນຢ່າງມີປະສິດທິຜົນ ໃນຕໍ່ໜ້າ."

ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ທີ່​ຈີນ​ສະ​ເໜີ​ ໂດຍ​ເຫັນ​ວ່າ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ໄດ້​ເພີ່ມ​ພະ​ລັງ​ຊຸກ​ດັນ​ເຂົ້າ​ໃນ​ການ​ພັດ​ທ​ນາ​ບັນ​ດາ​ຂົງ​ເຂດ​ຂອງ​ລາວ. ທ່ານ​ກ່າວ​ວ່າ:"ພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ພວກຂ້າພະເຈົ້າເຫັນວ່າ :  ການ ລົງທຶນຂອງ ຈີນ ຢູ່ ສປປ ລາວ ໄດ້ຂະຫຍາຍຕົວດ້ວຍຈັງຫວະທີ່ໄວ, ປະກອບດ້ວຍຫຼາກຫຼາຍຮູບແບບ, ສີສັນ ເຊັ່ນ : ຢູ່ໃນຂະແໜງການພັດ ທະນາ ອຸດສາຫະກຳພະລັງງານໄຟຟ້າ, ອຸດສາຫະກຳບໍ່ແຮ່, ການແປຮູບຜະລິດຕະພັນກະສິກຳ, ການຄົມມະນາຄົມ-ຂົນສົ່ງ, ການກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ການເງິນ, ການທະນາຄານ, ການບໍລິການ ແລະ ຂະແໜງການດ້ານອື່ນໆ ດ້ວຍມູນຄ່າການ ລົງທຶນນັບມື້ນັບເພີ່ມຂຶ້ນ. ພິເສດ, ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ທັງແມ່ນການປະຕິບັດຍຸດທະສາດ ການເຊື່ອມໂຍງດ້ານຄົມມະນາຄົມຂອງ ສປປ ລາວ ຕໍ່ບັນດາປະເທດເພື່ອນມິດໃນໄລຍະໃໝ່."

ປີ​ນີ້​ເປັນ​ປີ​ຄົບ​ຮອບ 56 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ລາວ-ຈີນ. ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ​ເຫັນ​ວ່າ: ປັດ​ຈຸ​ບັນ, ສາຍ​ພົວ​ພັນ​ລາວ​ຈີນ​ກຳ​ລັງ​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ທັງ​ທາງ​ເລິກ​ແລະ​ທາງກວ້າງ ແລະ​ກຳ​ລັງ​ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ. ທ່ານ​ກ່າວ​ວ່າ​: "ສປປ ລາວ ຍາມໃດກໍຖືວ່າການພົວພັນ ລາວ-ຈີນ ແມ່ນການພົວພັນມິດຕະພາບ ທີ່ເປັນມູນເຊຶ້ອ, ແມ່ນການພົວພັນ, ຮ່ວມມືບົນຈິດໃຈ ຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ ແລະ ຍາວນານ. ພວກເຮົາ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ : ມິດຕະພາບ, ການພົວພັນ ແລະ ການຮ່ວມມືລະຫວ່າງ ລາວ ແລະ ຈີນ ໄດ້ຮັບການກໍ່ສ້າງ, ທະນຸບຳລຸງ ມາເປັນເວລາຍາວນານ ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ເກີດດອກອອກຜົນທີ່ງອກງາມ ຕິດພັນກັບຜົນສຳເລັດລວມ ຂອງການພັດທະນາປະເທດຊາດ ເພື່ອກ້າວຂຶ້ນຂອງລາວ ແລະ ຈີນ ຢ່າງໜັກແໜ້ນຕະຫຼອດມາ. ພັກ ແລະ ລັດ ສປປ ລາວ ຍາມໃດກໍໄດ້ຕີລາຄາສູງມິດຕະພາບ, ການພົວພັນ, ຮ່ວມມືແບບຍຸດທະສາດ ລະຫວ່າງລາວ ແລະ ຈີນ ແລະ ຢຶດໝັ້ນທີ່ຈະຖະໜຸຖະໜອມ, ປົກປັກຮັກສາ ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່ ດັ່ງກ່າວໃຫ້ສືບຕໍ່ເສີມຂະຫຍາຍຕົວ ແລະ ໝັ້ນຄົງ ຕະຫຼອດໄປ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ