ທ່ານ Christian Bautista
ນັກ​ຮ້ອງ​ຟີ​ລິບ​ປິນ
2017-12-06 15:42:49  cri 

Christian Bautista ເປັນ​ນັກ​ຮ້ອງ​,ນັກ​ສະ​ແດງ,ໂຄ​ສົກ,ນາງ​ແບບ​ທີ່​ມີ​ຊື່ສຽງຂອງ​ຟີ​ລິບ​ປິນ. ທ່ານ​​ເລີ່ມມີ​ຊື່​ສຽງ​ຫຼັງ​ເຂົ້າ​ຮ່ວມ​​ສະ​ແດງ​ລະ​ຄອນ​ດົນ​ຕີ​ທີ່​ມີ​ຊື່​ວ່າ "ໂຕ​ສິງ,ແມ່​ມົດ​ແລະ​ຕູ້​ເຄື່ອງ​ນຸ່ງ​ມົງ​ໂກນ"​ ໃນ​ປີ 2002.
ປີ 2003, Christian Bautista ໄດ້​ເຂົ້າ​ຮ່ວມ​ປະ​ກວດ "Star In Million" ຂອງ​ກຸ່ມ​ບໍ​ລິ​ສັດ​ສື່​ສານ ABS-CBN , ໂດຍໄດ້​ເຂົ້າ​ສູ່ຮອບ​ສຸດ​ທ້າຍ​ແລະ​ໄດ້​ເປັນ​ທີ 4 . ຫຼັງ​ຈາກ​ການ​ປະ​ກວດ​ດັ່ງ​ກ່າວ​ແລ້ວ, ​ທ່ານ​ໄດ້​ເຊັນ​ສັນ​ຍາ​ກັບ​ບໍ​ລິ​ສັດ Warner Bros. ແລະ​ໄດ້ອອກ​ອາ​ລະ​ບຳ​ໂດຍ​ຕັ້ງ​ຊື່​ຕາມ​ຊື່​ຂອງ​ຕົນ, ໃນ​ນີ້​ເພງ "The Way You Look at Me" ແລະ​ເພງ​ອື່ນໆ​ໄ​ດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບທີ່​ສຸດ ​ແລະ​ເຮັດ​ໃຫ້​ລາວ​ດັງ​ຂຶ້ນ​ຢ່າງວ່ອງ​ໄວ​ຢູ່​ອິນ​ໂດ​ເນ​ເຊຍ,ສິງ​ກະ​ໂປ,ໄທ​ແລະ​ປະ​ເທດ​ອື່ນໆ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ນອກ​ນີ້, ທ່ານ​ຍັງ​ໄດ້​ຮ່ວມ​ສະ​ແດງຮູບ​ເງົາ​​ແລະ​ລະ​ຄອນ​ເທິງ​ເວ​ທີພາຍ​ໃນແລະ​ຕ່າງ​ປະ​ເທດ​ຫຼາຍ​ເລື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ