ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ
2017-12-06 16:40:30  cri 
ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ແມ່ນ​ກິດ​ຈະ​ກຳ​ແລກ​ປ່ຽນ​ດົນ​ຕີ​ຂ້າມ​ຊາດ​ທີ່​ວິ​ທ​ະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼື CRI ​ຮ່ວມ​ກັບ​ສື່ມວນ​ຊົນ​ຈີນ​ແລະສື່ມວ​ນ​ຊົນ 10 ປະ​ເທດ​ອາ​ຊຽນ​ຈັດ​ຂຶ້ນ. ງານ​ຮ້ອງ​ເພງ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ປີ​ລະ​ເທື່ອ, ໂດຍ​ການ​ເຊື້ອເຊີນ​ນັກ​ຮ້ອງ​ຈີນ​ແລະ10ປະ​ເທດ​ອາ​ຊຽນ​ທີ່​ມີ​ຊື່​ສຽງ​ມາ​ຮ້ອງ​ເພງ​ຮ່ວມ​ກັນ, ຮູ້​ຈັກ​ໝູ່​ເພື່ອນ​ແລະ​ແລກ​ປ່ຽນ​ໂດຍ​ຜ່ານ​ການ​ຮ້ອງ​ເພງ, ຮ່ວມ​ກັນ​ສ້າງ​ຄວາມ​ປອງດອງ​ກົມ​ກຽວ​​ແລະມິດ​ຕະ​ພາບ​ຂອງ​ພາກ​ພື້ນ.

ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ໄດ້​ຮັບ​ການ​ຕອບ​ຄືນ​ແລະ​ສະ​ໜັບ​ສະ​ໜູນ​ ຢ່າງກວ້າງ​ຂວາງ​ຈາກ​ພາກ​ສ່ວນ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ແລະ​ສື່ມວນ​ຊົນ​ຕົ້ນ​ຕໍ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ, ຝ່າຍ​ຮ່ວມ​ມື​ຕ່າງ​ປະ​ເທດ​ລວມ​ທັງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບບ​ຣູ​ໄນ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ກຳ​ປູ​ເຈຍ, ສະ​ຖາ​ນີ​ໂທ​ລະ​ພາບ​ອິນ​ໂດນ​ເຊຍ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ມາ​ເລ​ເຊຍ, ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຟີ​ລິບ​ປີນ, ໜັງ​ສື​ພິມ​ລຽນ​ເຫີ​ຈ້າວ​ປ້າວ​ຂອງ​ສິງ​ກະ​ໂປ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ໄທ, ສະ​ຖາ​ນີ​ໂທ​ລະ​ພາບ​ຫວຽດ​ນາມ​ແລະ​ອື່ນໆ. ສື່ມວນ​ຊົນ​ຮ່ວມ​ມື​ຈີນ​ລວມ​ທັງ​ສະ​ຖາ​ນີ​ໂທ​ລະ​ພາບກວາງ​ຊີ, ສະ​ຖາ​ນີ​ວິ​ທະ​ຍຸໂທ​ລະ​ພາບໄຫ​ຫຼຳ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ເຈີ້​ໂຈ່ວ​ແລະ​ອື່ນໆ.

ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີ​ກ
ວັນ​ທີ 16 ທັນ​ວາ​ປີ 2015, ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ ສ​ປ ຈີນ. ​ໂດຍ​ມີທູ​ຕາ​ນຸ​ທູດ​​ຈາກ 10 ປະ​ເທດ​ອາ​ຊຽນ​ປະ​ຈຳ​ຈີນ​ແລະ​ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​​ຂອງ 10 ປະ​ເທດ​ອາ​ຊຽນ​​ເຂົ້າ​ຮ່ວມ​. ທ່ານ​ຊູ​ປູ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ, ທ່ານ​ຢູ​ຊຸ​ຟ ຮາ​ບິບິ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ສົ່ງ​ວິ​ດີ​ໂອ​ອວຍ​ພອນ.

ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທີ​ສອງ
ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທີ​ສອງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂວ​ແຂວງ​ໄຫ​ຫຼຳ​ປະ​ເທດ​ຈີນ​ໃນ​ວັນ​ທີ 14 ຕຸ​ລາ​ປີ 2016. ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​​ປະ​ມານ 2000 ຄົນເຂົ້າຮ່ວມ​ຊົມ. ງານ​ຮ້ອງ​ເພງ​ຄັ້ງ​ນີ້​ໄດ້​ເນັ້ນ​ຫົວ​ຂໍ້ "ຄວາ​ມ​ຮັກ​ແລະ​ມິດ​ຕະ​ພາບ", ຖື​ດົນ​ຕີ​ເປັນສາຍ​ພານ, ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ.

ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ​ເຈິ້ງ​ໂຈ່ວ​ແຂວງ​ເຫີ​ນານໃນ​ວັນ​ທີ 8 ທັນ​ວາ​ນີ້​ເວ​ລາ 19 ໂມງ​ 30 ນາ​ທີ. ​ໂດຍນັກ​ຮ້ອງ 10 ປະ​ເທດ​ອາ​ຊຽນ​ຈະ​ຮ່ວມ​ພະ​ລັງ​ກັນ​ອີກ​ເທື່ອ​ໜຶ່ງ​ຢູ່​ເວ​ທີ​ຂອງ​ຈີນ, ​ຮ້ອງ​ເພງ​ສຽງປະ​ສານ​ຂອງ​ພາກ​ພື້ນ​ໃນ​ຍຸກ​ໃໝ່.

ຮອດ​ເວ​ລາ​ນັ້ນ, ງານ​ຮ້ອງ​ເພງ​​ຄັ້ງນີ້​ຈະ​ຖ່າຍ​ທອດ​ສົດ​ທາງ​ອິນ​ເຕີ​ເນັດ. ​ຢ່າ​ລືມຕິດ​ຕາມ​ເບິ່ງ​ກັນ​ເດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ