ທ້າວ Alilah
ນັກ​ຮ້ອງບ​ຣູໄນ
2017-12-06 16:49:37  cri 

 

ທ້າວ Alilah ແມ່ນ​ນັກ​ຮ້ອງບ​ຣຸດ​ໄນ, ປະ​ເພດ​ຮ້ອງ​ເພງ​ຂອງ​ລາວ​ແມ່ນຈັງ​ຫວະ​ຣ໊ອກ​ຍຸກ​ປັດ​ຈຸ​ບັນ. ​ນັບ​ແຕ່​ປີ 2005, ທ້າວ Alilah ​ເລີ່ມ​ມີ​ຊື່​ສຽງ​ໂດ່ງ​ດັງ​​ໃນ​ວົງ​ການ​ບັນ​ເທີງ​ຂອງບ​ຣູ​ໄນ​ເຊິ່ງ​ເກີດ​ຈາກ​ຄວາມ​ສາ​ມາດດ້ານ​ດົນ​ຕີ​ຂອງ​ຕົນ.

ທ້າວ Alilah ເຄີຍ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ຮ້ອງ​ເພງ​ຫຼາຍ​ເທື່ອ, ເປັນ​ຕົ້ນ​ການ​ແຂ່ງ​ຂັນ​ຮ້ອງ​ເພງ​ທີ່​ຈັດ​ຂຶ້ນ​ໂດຍສະ​ຖາ​ນີ​ໂທ​ລະ​ພາບ​ແລະ​ວິ​ທະ​ຍຸບ​​ຣູ​ໄນ​ຫຼື RTB, ແລະ​ໄດ້​ຮັບ​ເຊີນ​ໃຫ້​ໄປ​ຮ້ອງ​ເພງ​ໃນ​ລາຍ​ການ​ຕ່າງໆ​ຂອງວິ​ທະ​ຍຸ​ແລະ​ສະ​ຖາ​ນີ​ໂທ​ລະ​ພາບ​ຕ່າງໆ​ທີ່​ມີ​ຊື່​ສຽງ​ຂອງບ​ຣູ​ໄນ​.

ເພງ​ຂອງ ທ້າວ Alilah ມີ 20 ກວ່າ​ເພງ​ທີ່ໄດ້​ຮັບ​ຄວາມ​ນິ​ຍົມ​ຫຼາຍ​ຈາກ​​ແຟນ​ເພງ, ແລະ​ໄດ້​​ຕິດ​ອັນ​ດັບ​ໜຶ່ງ​ຫຼາຍ​ເທື່ອ​ໃນ​ຜັງ​ລາຍ​ການ​ເພງ​ຂອງ​ວິ​ທະ​ຍຸ​ຫຼາຍ​ແຫ່ງ. ເພງ "​ໜຸ່ມ​ໂສດ​ຕາມຫາ​ຄວາມ​ຮັກ" ທີ່ທ້າວ Alilah ແລະ​ວົງ​ດົນ​ຕີ Luvito ຂອງ​ອິນ​ໂດ​ເນ​ເຊຍ​ຮ່ວມ​​ແຕ່ງ​ນັ້ນ​ໄດ້​ຮັບ​ຄວາມ​ນິ​ຍົມທີ່​ສຸດ​ຈາກ​ຜູ້​ຟັງ​ທັງ​ສອງ​ປະ​ເທດ. ຂະ​ນະ​ທີ່​ເພງ​ນີ້​ກໍ​ໄດ້​ຮັບ​ລາງວັນ "ວິ​ດີ​ໂອ​ດົນ​ຕີ​ດີ​ເລີດ" ສາມ​ເທື່ອ​​ຕິດຕໍ່​ກັນ​ຈາກ​ສະ​ຖາ​ນີ​ໂທ​ລະ​ພາບບ​​ຣູ​ໄນ, ​ແລະ​ໄດ້​ຮັບ​ເລືອກເປັນ1ໃນ5 "ນັກ​ຮ້ອງ​ຊາຍດີ​ເລີດ"

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ