ທາງ​ລົດ​ໄຟ​ຈີນ​ສຸມ​ໃສ່​ການ​ຍົກ​ຄວາມ​ໄວ ແລະ​ລະ​ດັບ​ການ​ບໍ​ລິ​ການ
2018-02-10 13:59:44  cri 
ໄລ​ຍະ​ນີ້​ ​ຈີນ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ທີ່​ມີ​ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໃນ​ຍາມ​ບຸນ​ກຸດ​ຈີນ ເຊິ່ງ​ຈະ​ມີ​ນັບ​ເປັນ 100 ລ້ານກວ່າ​ເທື່ອ​ຄົນ​ກັບ​ເມືອ​ບ້ານ​ເກີດ​ດ້ວຍ​ການ​ຂີ່​ລົດ​ໄຟ. ເມື່ອ​ທຽບ​ກັບ​ຫຼາຍ​ປີ​ຜ່ານ​ມາ ລົດ​ໄຟ​ປີນີ້​ຈະ​ມີ​ຄວາມ​ໄວ​ສູງກວ່າ, ການ​ບໍ​ລິ​ການ​ກໍ່​ມີ​ຫຼາກ​ຫຼາຍ​ສີ​ສັນ​ຂຶ້ນ​ຕື່ມ, ເຮັດ​ໃຫ້​ປະ​ຊາ​ຊົນ​ຜູ້​ທີ່​ເດີນ​ທາງ​ເມືອ​ຢາມ​ບ້ານ​ນັ້ນ​ຈະ​ໄດ້​ຮັບ​ຜົ​ນ​ປະ​ໂຫຍດ​ຈາກ​ການ​ປະ​ຕິ​ຮູບ​ຂະ​ແໜງ​ການ​ທາງ​ລົດ​ໄຟ​ຈີນ​ຢ່າງ​ເລິກ​ເຊິ່ງ.

ໃນ​ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສະ​ເໜີ​ອອກ​ມາ​ຢ່າງ​ຈະ​ແຈ້ງວ່າ ຈະ​ສ້າງ​ປະ​ເທດ​ໃຫ້​ເຂັ້ມແຂງ​ດ້ວຍ​ການ​ສ້າງ​ສາ​ພັດ​ທະ​ນາ​ຂະ​ແໜງ​ການ. ຮອດ​ທ້າຍ​ປີ​ກາຍ, ໄລ​ຍະ​ທາງ​ຂອງ​ທາງ​ລົດ​ໄຟ​ຈີນ​ບັນ​ລຸ 1 ແສນ 2 ໝື່ນ 7 ພັນ​ກິ​ໂລ​ແມັດ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມີ​ລວມ​ຍາວ 25 ພັນ​ກິ​ໂລ​ແມັດ, ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ​ມາດ​ຕະ​ຖານ​ເພີ່ມ​ຫຼາຍ​ຂຶ້ນ, ການ​ອອກ​ເດີນ​ທາງ​ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ​ໄດ້​ກາຍ​ເປັນ​ການ​ເລືອກ​ຂອງ​ປະ​ຊາ​ຊົນ​ຈີນສ່ວນ​ຫຼາຍ.

ວັນ​ທີ 21 ກັນ​ຍາ​ປີ 2017 ທາງ​ລົດ​ໄຟ​ຈີນ​ໄດ້​ປະ​ຕິ​ບັດ​ງານ​ຕາມ​ແຜນ​ທີ່​ທາງ​ລົດ​ໄຟ​ອັນ​ໃໝ່ ເຊິ່ງ​ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ "ຟູ​ຊິ່ງ​ຮ້າວ" ໄດ້​ບັນ​ລຸ​​ຄວາມ​ໄວ 350 ກິ​ໂລ​ແມັດ​/ຊົ່ວ​ໂມງ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ສ້າງ​ນິ​ມິດ​ໝາຍ​ອັນ​ໃໝ່​ໃນ​ການ​ທຸ​ລະ​ກິດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ທົ່ວ​ໂລກ.

ນອກ​ຈາກ ມີ​ຄວາມ​ໄວ​ສູງ​ຂຶ້ນ​ແລ້ວ, ອີງ​ຕາມ​ຄວາມ​ຕ້ອງ​ການ​ທີ່​ຫຼາກ​ຫຼາຍ​ຂອງ​ຕະ​ຫຼາດ​ຜູ້​ໂດຍ​ສານ, ພາກ​ສ່ວນ​ລົດ​ໄຟ​ຂອງ​ຈີນ​ຍັງ​ສຸມ​ໃສ່​ການ​ໃຫ້​ບໍ​ລິ​ການ​ທີ່​ດີ​, ນັບ​ແຕ່​ປີ 2017 ມາ, ພາກ​ສ່ວນ​ທາງ​ລົດ​ໄຟ​ໄດ້​ເພີ່ມ​ການ​ບໍ​ລິ​ການ​ຕ່າງໆ ເຊັ່ນ ຈອງ​ອາ​ຫານ​ຜ່ານ​ທາງ​ອິນ​ເຕີ​ແນັດເພື່ອ​ກິນ​ຢູ່​ໃນ​ລົດ​ໄຟ, ເລືອກ​ເອົາ​ບ່ອນ​ນັ່ງ​ໄດ້, ຈ່າຍ​ຄ່າປີ້​ລົດ​ໄຟ​ໂດຍ​ຜ່ານ​ມື​ຖື ແລະ​ມ​າດ​ຕະ​ການ​ອື່ນໆ  ເພື່ອ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ເດີນ​ທາງ​ຢ່າງ​ສະ​ດວກ​ສະ​ບາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ