ສູນ​ຂ່​າວກອງ​ປະ​ຊຸມ​ສອງ​ສະ​ພາ​ຈີນ​2018ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ
2018-02-27 16:28:03  cri 

ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ມີ​ນາ​ໜ້າ​ນີ້ ແລະ​ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຈະໄຂ​ຂຶ້ນ​ໃນ​ວັນ​ທີ 3 ມີ​ນາ​ໜ້າ​ນີ້ເຊັ່ນ​ກັນ​. ວັນ​ທີ 27 ກຸມ​ພາ​ນີ້, ສູນ​​ຂ່າວກອງ​ປະ​ຊຸມ​ສອງ​ສະ​ພາ​ທີ່​ຕັ້​ງ​ຢູ່​ໂຮງ​ແຮມມີ​ເດຍ​ປັກ​ກິ່ງ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ຂ່າວ​ທັງ​ພາຍ​ໃນ​ແລ​ະ​ຕ່າງ​ປະ​ເທດ​ທີ່​ມາ​ຮ່ວມ​ລາຍ​ງານ​​ຂ່າວ ກອງ​ປະ​ຊຸມສອງ​ສະ​ພາ​ດັ່ງ​ກ່າວ.

ທ່ານ​ເຮີ​ຊາວ​ເຢິນ ຫົວ​ໜ້າ​ພະ​ແນກ​ຖະ​ແຫຼງ​ຂ່າວ​ຫ້ອງວ່າ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​CRIວ່າ​: ​ສູນ​ຂ່າວ​ໄດ້​ຮັບ​ຂໍ້​ມູນ​ສະ​ໝັກ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ 3000 ກວ່າ​ຄົນ​ແລະ​ກຳ​ລັງ​ອອກ​ບັດ​ນັກ​ຂ່າວ​ໃຫ້​ເຂົາ​ເຈົ້າຢູ່. ນອກ​ນີ້, ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​​ເຖິງຄວາມ​ຄິດ​ຄວາມ​ເຫັນ​ຂອງ​ບັນ​ດາ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ຢ່າງ​ເຕັມ​ສ່ວນ, ກອງ​ປະ​ຊຸມ​ປີ​ນີ້​ຍັງ​ຈະໃຫ້​ມີ​ເຂດ​ສຳ​ພາດ​ຜູ້​ແທນ​ເປັນ​ເທື່ອ​ທຳ​ອິດອີກ​ດ້ວຍ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ