ທ່ານ​​ວ່າງ​ຢາງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​​ຄະ​ນະ​ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນຊຸດ​ທີ 13
2018-03-14 17:20:23  cri 
ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​​ຈີນ​ຄັ້ງ​ທຳ​ອິດ​ຊຸດ​ທີ 13 ໄດ້​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 14 ມີ​ນາ​ນີ້, ເພື່ອ​ເລືອກ​ຕັ້ງ​ປະ​ທານ, ຮອງ​ປະ​ທານ, ເລ​ຂາ​ທິ​ການ​ໃຫຍ່​ແລະ​​ສະ​ມາ​ຊິກ​ຄະ​ນະປະ​ຈຳ​ຂອງ​ສະ​ພາ​ປຶກ​ສາ​ກາ​ນ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13.

ເວ​ລາ 17 ໂມງ 17 ນາ​ທີ, ພາຍ​ຫຼັງ​ພະ​ນັກ​ງານ​​​ແຈ້ງ​ຜົນ​ການ​​ປ່ອນ​ບັດ​ແລ້ວ, ​ປະ​ທານກອງ​ປະ​ຊຸມ​ໄດ້​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ດັ່ງ​ນີ້:

ທ່ານ​ວ່າງ​ຢາງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13, ທ່ານ​ເຊ້ຍ​ປາວ​ຫຼົງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່, ແລະ​ມີ 300 ທ່​ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​​ສະ​ມາ​ຊິກ​ຄະ​ນະປະ​ຈຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ