ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກດ້ານ​ສິນ​ຄ້າ​ທີ່​ມີ​ຕົນ​ໂຕ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ເພີ່ມ​ຂຶ້ນ 9,4%
2018-04-13 11:16:40  cri 
ຕາມ​ຂ່າວ CRI: ຕົວ​ເລກ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 13 ເມ​ສາ​ນີ້​ໃຫ້​ຮູ້ວ່າ, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​​ດ້ານ​ສິນ​ຄ້າ​ທີ່​ມີ​ຕົນ​ໂຕຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ເພີ່ມ​ຂຶ້ນ 9,4%.
ທ່ານ​ຫວງ​ຊົ້ງ​ຜິງ ໂຄ​ສົກ​ອົງ​ການ​ດ່ານ​ພາ​ສີ​ແຫ່ງ​ຊາດ​​ຈີນ​ກ່າວ​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ, ເສ​ດ​ຖະ​ກິດ​ຈີນໄດ້​ມີ​ທ່າ​ພັດ​ທະ​ນາ​ເປັນ​ຢ່າງ​ດີໃນ​ສະ​ພາບ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ, ສົ່ງ​ຜົນ​ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ນຳ​ເຂົ້າ​ຂອງ​ຈີນ​ເພີ່ມ​ຂຶ້ນ, ​ການ​ນຳ​ເຂົ້ານ້ຳ​ມັນ​ດິບ, ອາຍ​ແກັ​ສ​ທຳ​ມະ​ຊາດ, ທອງ​ແລະເຄື່ອງອຸ​ປະ​ໂພກ​ບໍ​ລິ​ໂພກ​ມີ​ທ່າ​​ກ່ຽງ​ເພີ່ມ​ຂຶ້ນ. ໃນ​ໄຕ​ມາດ​ທີ​ໜຶ່ງ, ​ຈັງ​ຫວະ​ການ​ເຕີບ​ໂຕ​ການ​ນຳ​ເຂົ້າ​ສິນ​ຄ້າ​​ສູງ​ກວ່າ​ການ​ສົ່ງ​ອອກ 4,3%, ການ​ໄດ້​ປຽບ​ດຸນ​ການ​ຄ້າ​ໄດ້​ຫຼຸດ​ລົງ 21,8%, ການ​ນຳ​ເຂົ້າ​ແລະ​ການ​ສົ່ງ​ອອກ​​ມີ​ທ່າ​ອ່ຽງ​ດຸນ​ດ່ຽງ​ກັນ.

ທ່ານ​ຫວງ​ຊົ້ງ​ຜິງ ກ່າວ​ຕື່ມ​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້, ການ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຫາ​ອັນ​ດັບ​ສາມ​ໄດ້​ສືບ​ຕໍ່ເພີ່ມ​ຂຶ້ນ, ​ສຳ​ລັບການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈຳ​ນວນ​ໜຶ່ງ​ໄດ້​ເພີ່ມ​ຂຶ້ນ​ດີ​ສົມ​ຄວນ. ຜະ​ລິດ​ຕະ​ພັນ​ເຄື່ອງ​ຈັກ​ແລະ​ໄຟ​ຟ້າ, ຜະ​ລິດ​ຕະ​ພັນ​ທີ່​​ໃຊ້​ແຮງ​​ງານ​ຫຼາຍ​ໃນ​ການ​ຜະ​ລິດ​ຍັງ​ເປັນ​ສິນ​ຄ້າ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ຈີນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ