ເປີດ​ກິດ​ຈະ​ກຳ​ "ທ່ຽວ​ຮອບ​ຈີນ​ເກັບ​ກຳ​ຂ່າວ​ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຜ່ານທຸກໆ​ສື່​ "​ຢູ່​ປັກ​ກິ່ງ
2018-06-02 17:08:57  cri 

ເພື່ອ​ສະ​ເຫຼີມ​ສະຫຼອງການຄົບ​ຮອບ 40 ປີ​ແຫ່ງການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ​ຄະ​ນະ​ກຳ​ມະ​ການ​ໂຄ​ສະ​ນາ​ຄົມ​ມະ​ນາ​ຄົມ​ທີ່​ຂຶ້ນ​ກັບ​ສະ​ຫະ​ພັນອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ວິ​ທະ​ຍຸ​ຮູບ​ເງົາ​ໂທ​ລະ​ພາບ​ຈີນ, ກຸ່ມ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຂວງ​ເຈີ້​ຈ່ຽງ​ໄດ້​ລິ​ເລີ່ມ​ດ້ວຍ​ຫົວ​ຄິດ​ປະ​ດິດ​ສ້າງ​ແລະ​ຮ່ວມ​ກັນ​ເປັ​ນ​ເຈົ້າ​ພາບ​ຈັດ​ພິ​ທີ​ເປີດ​ກິດ​ຈະ​ກຳ"ທ່ຽວ​ຮອບ​ຈີນ​ເກັບ​ກຳ​ຂ່າວ​ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຜ່ານທຸກໆ​ສື່​ ---ການ​ສຳ​ພາດ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ 100 ວິ​ທະ​ຍຸ​ ຈາກ 100 ເມືອງ​ໃນ​ຫົວ​ຂໍ້ 40ປີ 40 ເຫດ​ການ"​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້.

ໃນ​ໄລ​ຍະ​ເວ​ລາ​ເຄິ່ງ​ປີ​ຕໍ່ໄປ, ວິ​ທະ​ຍຸ​ຄົມ​ມະ​ນາ​ຄົມ 100 ສຳ​ນັກ ເຊິ່ງ​ເປັນ​ສື່ມວນ​ຊົນຫຼັກ​ຂອງ 100 ຕົວ​ເມືອງ​ໃນ​ທົ່ວ​ປະ​ເທດ​ຈີນ​​ຈະ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​​ໃນ​ການ​ເຄື່ອນ​ໄຫວ​ເກັບ​ກຳ​​ຂ່າວແລະ​ລາຍ​ງານ​​ລະ​ອຽດກ່ຽວ​ກັບ "40ປີ 40 ເຫດ​ການ"ທີ່​ໄດ້​ກຳ​ນົດ​ໄວ້​ແລ້ວ ເພື່ອ​ນຳ​ສະ​ເໜີ ເລື່ອງ​ລາວ​ທີ່​​ໂດດ​ເດັ່ນ​ແລະປະ​ທັບ​ໃຈ ຂອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ປີ​ຂອງ​ຈີນ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ ແລະ​ບັນ​ທຶກ​​ສຽງ​ແລະ​ພາບ​ທີ່​ປະ​ເສີດ​ກ່ຽວ​ກັບ 40 ປີແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄວ້.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ