ກ່ອນຈະເດີນທາງໄປນະຄອນຊິງຕາວ ສປ ຈີນເພື່ອເຂົ້າຮ່ວມກອງປະຊຸມຄັ້ງທີ 18 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮແລະຢ້ຽມຢາມຈີນທາງລັດຖະກິດ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ໃຫ້ສຳພາດຕໍ່ທ່ານເຊີ້ນໄຫຊົງ ຜູ້ອຳນວຍການສະຖານີວິທະຍຸໂທລະພາບສູນກາງຈີນໃນວັນທີ 31 ພຶດສະພາຜ່ານມານີ້, ໃນນັ້ນໄດ້ເວົ້າເຖິງສາຍພົວພັນລະຫວ່າງຣັດເຊຍແລະຈີນແລະພາບອະນາຄົດຂອງອົງການຮ່ວມມືຊຽງໄຮຫຼັງຮັບຮອງປະເທດສະມາຊິກໃໝ່.
ນີ້ແມ່ນທ່ານປູຕິນໃຫ້ສຳພາດຕໍ່ນັກຂ່າວຕ່າງປະເທດຄັ້ງທຳອິດພາຍຫຼັງທ່ານດຳລົງຕຳແໜ່ງເປັນປະທານາທິບໍດີຣັດເຊຍຊຸດໃໝ່ໃນຕົ້ນເດືອນພຶດສະພາຜ່ານມາ, ທັງແມ່ນຄັ້ງທຳອິດທີ່ທ່ານໃຫ້ສຳພາດຕໍ່ສື່ມວນຊົນຈີນຢູ່ວັງເຄຣັມແລງເປັນຄັ້ງທຳອິດ. ກ່ອນອື່ນໝົດ, ທ່ານປູຕິນໄດ້ສະແດງຄວາມອວຍພອນອັນດີງາມທີ່ສຸດຕໍ່ປະຊາຊົນຈີນ, ອວຍພອນໃຫ້ທຸກຄອບຄົວຈີນຈົ່ງມີຄວາມສຸກແລະມີສຸຂະພາບແຂງແຮງ.
ທ່ານປູຕິນກ່າວວ່າ, ຣັດເຊຍເອົາໃຈໃສ່ຢ່າງສູງຕໍ່ການພົວພັນກັບຈີນທີ່ເປັນຄູ່ຮ່ວມ, ປະເທດພັນທະມິດແລະເພື່ອນທີ່ໄວ້ເນື້ອເຊື່ອໃຈໄດ້. ຣັດເຊຍແລະຈີນໃນຖານະເປັນປະເທດໃກ້ຄຽງ, ໄດ້ສ້າງການພົວພັນໜຶ່ງດຽວໃນໂລກປັດຈຸບັນບົນພື້ນຖານທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. "ສັນຍາຮ່ວມມືໄມຕີຈິດຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ" ທີ່ຣັດເຊຍແລະຈີນລົງນາມເມື່ອປີ 2001ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ຄວາມເປັນເອກະພາບກັນຫຼາຍຢ່າງໃນດ້ານການສ້າງສາປະເທດຕົນແລະການປະພຶດຕໍ່ປະຊາຊົນຂອງປະເທດຕົນແລະອື່ນໆ, ເຮັດໃຫ້ຣັດເຊຍແລະຈີນເຊື່ອມຈອດກັນ.
"ຖ້າວ່າໃຊ້ຄຳເວົ້າຂອງປະທານສີຈິ້ນຜິງໃນກອງປະຊຸມຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ກໍຄື, ສິ່ງໃດແມ່ນສິ່ງສຳຄັນທີ່ສຸດ? ຄຳຕອບຂອງປະທານປະເທດຈີນກໍຄື: ການຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ. ການທີ່ບັນລຸເປົ້າໝາຍສາມາດໃຊ້ວິທີແລະຮູບການຢ່າງຫຼວງຫຼາຍ, ແຕ່ວ່າພວກເຮົາມີເປົ້າໝາຍຄືກັນ. ຢູ່ຣັດເຊຍ, ນອກຈາກຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນແລ້ວ, ພວກເຮົາບໍ່ມີເປົ້າໝາຍອື່ນ. ສະນັ້ນພວກເຮົາກຳລັງພິຈາລະນາຈະສ້າງສາຍພົວພັນລະຫວ່າງຣັດເຊຍແລະຈີນແນວໃດ, ເຮັດແນວໃດເພື່ອບັນລຸເປົ້າໝາຍເຫຼົ່ານີ້ແລະຮັບປະກັນຄວາມປອດໄພທາງນອກ, ນຳໃຊ້ການປະດິດສ້າງໃໝ່ແບບທັນສະໄໝ, ເສດຖະກິດຕີຈີດອນ, ເຕັກນິກພັນທຸກຳ, ສັງຄົມແລະປະເທດທີ່ທັນສະໄໝແລະກົມກຽວແລະການປັບປຸງເສດຖະກິດເປັນຂົງເຂດສຳຄັນ, ເພີ່ມທະວີການກໍ່ສ້າງເສດຖະກິດແບບໃໝ່. ສະນັ້ນ, ພວກເຮົາມີຈຸດຮ່ວມຢ່າງຫຼວງຫຼາຍ. ຂ້າພະເຈົ້າເຊື່ອວ່າ, ຖະແນມແຕ່ທຳຄວາມພະຍາຍາມແລ້ວ, ກໍຈະໄດ້ຮັບຜົນງານໃໝ່."
ປີນີ້ເປັນປີຄົບຮອບ 5 ປີແຫ່ງການສະເໜີຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ"ຂອງຈີນ. ເດືອນພຶດສະພາປີ 2015, ປະມຸກລັດຈີນ-ຣັດເຊຍໄດ້ລົງນາມໃນຖະແຫຼງການຮ່ວມ ເຊິ່ງເປັນການເປີດຂະບວນການເຊື່ອມຕໍ່ກັນລະຫວ່າງຂໍ້ລິເລີ່ມ"ໜຶ່ງແລວໜຶ່ງເສັ້ນທາງ"ຂອງຈີນກັບສະຫະພັນເສດຖະກິດເອີຣົບອາຊີຂອງຣັດເຊຍ. ໃນໄລຍະ 3 ປີຜ່ານມາ,ການຮ່ວມມືໃນການເຊື່ອມຕໍ່ຍຸດທະສາດລະຫວ່າງສອງປະເທດໄດ້ມີປະສິດທິຜົນໃນເບື້ອງຕົ້ນໂດຍສາມາດສ້າງຜົນງານອັນອຸດົມສົມບູນໃນການຮ່ວມມືໂຄງການໃຫຍ່ໃໝ່ໃນຂົງເຂດພະລັງງານ, ຄົມມະນາຄົມ,ການບິນແລະການບິນອະວະກາດແລະອື່ນໆ.
ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານປູຕິນໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມ"ໜຶ່ງແລວໜຶ່ງເສັ້ນທາງ"ທີ່ສະເໜີໂດຍທ່ານປະທານສີຈິ້ນຜິງວ່າ: ນີ້ເປັນຂໍ້ລິເລີ່ມສຳຄັນທີ່ມີຄຸນປະໂຫຍດແລະມີອະນາຄົດທີ່ສົດໃສ. ທ່ານປູຕິນເນັ້ນວ່າ: ຣັດເຊຍສະໜັບສະໜູນຂໍ້ລິເລີ່ມ"ໜຶ່ງແລວໜຶ່ງເສັ້ນທາງ"ມາໂດຍຕະຫຼອດ,ການທີ່ຣັດເຊຍຈີນເພີ່ມທະວີການເຊື່ອມຕໍ່ຍຸດທະສາດການພັດທະນາກໍຈະສາມາດຂຸດຄົ້ນທ່າແຮງບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍຂຶ້ນຕື່ມ. ປີ2017ຜ່ານມາ, ຍອດມູນຄ່າການຄ້າລະຫວ່າງຈີນ-ຣັດເຊຍໄດ້ຂະຫຍາຍຕົວເປັນຢ່າງດີຄືບັນລຸເຖິງ 87 ຕື້ໂດລາສະຫະລັດ, ທ່ານປູຕິນເຫັນວ່າຄວນສືບຕໍ່ຮັກສາການຄ້າລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ.
ຍັງອີກບໍ່ເທົ່າໃດມື້, ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮຈະຈັດຂຶ້ນຢູ່ນະຄອນຊິ່ງຕາວ ເຊິ່ງເປັນກອງປະຊຸມສະພາມົນຕີປະມຸກລັດຄັ້ງທຳອິດພາຍຫຼັງອົງການຮ່ວມມືຊຽງໄຮຂະຫຍາຍສະມາຊິກ. ທ່ານປູຕິນຢືນຢັນວ່າ ອົງການຮ່ວມມືຊຽງໄຮພາຍຫຼັງທີ່ຂະຫຍາຍຕົວໄດ້ກາຍເປັນອົງການຈັດຕັ້ງລະດັບໂລກ, ທ່ານມີຄວາມໝັ້ນໃຈຢ່າງລົ້ນເຫຼືອຕໍ່ອະນາຄົດການພັດທະນາຂອງອົງການນີ້. ຂະນະດຽວກັນ, ທ່ານກໍກ່າວເນັ້ນວ່າ: "ແນ່ນອນແລ້ວ,ພວກຂ້າພະເຈົ້າບໍ່ແມ່ນເພື່ອຕ້ານຢັນກັບປະເທດອື່ນ,ແຕ່ກໍເພື່ອຮັບປະກັນການຮ່ວມມືຮອບດ້ານຄົບວົງຈອນລະຫວ່າງບັນດາປະເທດສະມາຊິກແລະລະຫວ່າງປະເທດອື່ນໆ ເພື່ອສ້າງເງື່ອນໄຂທີ່ຈຳເປັນໃຫ້ແກ່ການຮ່ວມມື, ບໍ່ວ່າປະເທດເຫຼົ່ານັ້ນຈະຕັ້ງຢູ່ບ່ອນໃດຢູ່ທະວີບໃດກໍຕາມ,ການຮ່ວມສຳພັນກັບກຳລັງທີ່ເຂັ້ມແຂງຂອງປະເທດເຫຼົ່ານັ້ນ ກໍຈະກາຍເປັນປັດໄຈສຳຄັນໃນການພັດທະນາຕົນເອງຂອງພວກຂ້າພະເຈົ້າແລະຈະກາຍເປັນປັດໄຈທີ່ຈະສົ່ງຜົນສະທ້ອນຕໍ່ສະຖານະການຂອງໂລກໂດຍບໍ່ຕ້ອງສົງໄສ. ຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ຈະເປັນປັດໄຈທີ່ມີຜົນສະທ້ອນທາງບວກ."
ກ່ອນຈະເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮຢູ່ນະຄອນຊິ່ງຕາວ, ທ່ານປູຕິນຈະຢ້ຽມຢາມຈີນທາງລັດຖະກິດ ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ. ນັບແຕ່ປີ 2013 ເປັນຕົ້ນມາ, ປະມຸກລັດສອງທ່ານມີການແລກປ່ຽນກັນຢ່າງສະໜິດແໜ້ນ ແລະການພົບປະລະຫວ່າງຜູ້ນຳສອງທ່ານທີ່ມີມາເຖິງ 20 ກວ່າເທື່ອນັ້ນກໍເປັນຈຸດສົນໃຈຂອງທົ່ວໂລກ. ໃນການສຳພາດເທື່ອນີ້, ທ່ານປູຕິນ ໄດ້ຫວນຄືນແລະເວົ້າເຖິງຂໍ້ລະອຽດ ແລະຄວາມປະທັບໃຈຕໍ່ການໄປມາຫາສູ່ກັບທ່ານສີຈິ້ນຜິງ ທີ່ເປັນເພື່ອນເກົ່າຂອງຕົນວ່າ: ທ່ານປະທານສີຈິ້ນຜິງ ແມ່ນຜູ້ນຳພຽງທ່ານດຽວທີ່ຮ່ວມສະຫຼອງວັນເກີດຂອງຂ້າພະເຈົ້າ ຂ້າພະເຈົ້າສອງຄົນຮ່ວມດື່ມເຫຼົ້າໂວນກາ 1 ຈອກ, ປາດເອົາໄສ້ກອກໜ້ອຍໜຶ່ງ. ເວົ້າສຳລັບຕົນແລ້ວ, ທ່ານປະທານສີຈິ້ນຜິງ ເປັນຄູ່ຮ່ວມມືທີ່ດີ ແລະ ເພື່ອນມິດທີ່ໄວ້ເນື້ອເຊື່ອໃຈໄດ້.
ເວລານັ້ນ, ຫຼັງຈາກພວກເຮົາສຳເລັດວຽກງານໝົດມື້, ທ່ານປະທານສີຈິ້ນຜິງ ກໍມາຮ່ວມສະຫຼອງວັນເກີດຂອງຂ້າພະເຈົ້າ. ທ່ານສີຈິ້ນຜິງ ເປັນຄົນອ່ອນນ້ອມຖ່ອມຕົວແລະເຂົ້າຫາໄດ້ທຸກຄົນ, ຈິງໃຈຕໍ່ທຸກຄົນ ຂະນະດຽວກັນກໍເປັນຄູ່ຮ່ວມທີ່ໄວ້ເນື້ອເຊື່ອໃຈໄດ້ທີ່ສຸດ. ທ່ານຄືກັນກັບຜູ້ນຳຫຼາຍໆປະເທດ ຄື ພະຍາຍາມໃຫ້ວຽກງານຕ່າງໆໄດ້ຮັບຜົນຫຼາຍທີ່ສຸດ ສະແຫວງຫາຄວາມຜາສຸກໃຫ້ແກ່ປະຊາຊົນປະເທດຕົນ. ທ່ານເປັນບຸກຄົນດີເດັ່ນ ໂດຍມັກວິເຄາະບັນຫາຕ່າງໆ ສະນັ້ນ, ການຫາລືກັບທ່ານກ່ຽວກັບຫົວຂໍ້ສາກົນ ແລະບັນຫາເສດຖະກິດກໍເປັນເລື່ອງທີ່ມີຄວາມໝາຍສຳຄັນ.
ໃນໄລຍະກອງປະຊຸມສຸດຍອດ G20 ຫັງໂຈ່ວປີ 2016, ທ່ານປູຕິນ ໄດ້ນຳເອົາກະແລມຈາກຣັດເຊຍຫີບໜຶ່ງສົ່ງໃຫ້ທ່ານສີຈິ້ນຜິງ ເລື່ອງເລັກໆນ້ອຍໆ ແຕ່ກໍອົບອຸ່ນເຊິ່ງເລື່ອງນີ້ກໍເປັນເລື່ອງທີ່ວົງການພາຍນອກມັກເວົ້າເຖິງເລື້ອຍໆ ແລະສຳລັບຄຳຖາມທີ່ວ່າ ການຈະເດີນທາງຢ້ຽມຢາມຈີນອີກເທື່ອໜຶ່ງຈະມີຂອງຂວັນພິເສດຫຍັງບໍ? ທ່ານປູຕິນຍີ້ມ ແລະຕອບວ່າ: ມີແນ່ນອນ ແຕ່ຍັງເປັນຄວາມລັບຢູ່". ໃນການສຳພາດເທື່ອນີ້, ທ່ານເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸ-ໂທລະພາບສູນກາງຈີນ ໃຫ້ຮູ້ວ່າ: ວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ພວມຈັດກິດຈະກຳ "ໃຜເປັນແຟນຄລັບຂອງປູຕິນ" ໃນຄໍລຳ "ຂ່າວເດັ່ນຈີນ-ຣັດເຊຍ" ຂອງສື່ສັງຄົມອອນລາຍ ແລະພາຍໃນໜຶ່ງອາທິດກໍມີຜູ້ໃຊ້ອິນເຕີເນັດຈີນ 10 ລ້ານກວ່າຄົນສະແດງຄວາມຄິດເຫັນ. ຂະນະທີ່ທ່ານເຊີ້ນໄຫຊົງ ກໍຕາງໜ້າຜູ້ໃຊ້ອິນເຕີເນັດຈີນຕັ້ງບັນຫາມ່ວນໆຫຼາຍບັນຫານຳຜູ້ນຳສູງສຸດຂອງຣັດເຊຍຜູ້ນີ້ ແລະທ່ານປູຕິນ ກໍຕອບທຸກໆຄຳຖາມດ້ວຍຄວາມຍິນດີ:
ຖາມ: ທ່ານເຫັນວ່າ, ທີມໃດຈະເປັນຜູ້ຊະນະໃນຄັ້ງນີ້?ຕອບ: ຄຳຖາມນີ້ຕອບຍາກ, ມີຫຼາຍທີມຈະສາມາດເປັນຜູ້ຊະນະໄດ້ຄືກັນ, ເຊັ່ນວ່າ: ທີມອາກຊັງຕິນ ແລະ ທີມເບຣຊິນຈາກອາເມລິກາລາຕິນ. ເຮົາກໍຮູ້ດີວ່າ, ທີມເຢຍລະມັນຫຼິ້ນໄດ້ດີຫຼາຍໃນຄັ້ງຜ່ານມາ, ເຂົາເຈົ້າໄດ້ສະແດງສີຕີນຂອງນັກກິລາເຕະບານທີ່ດີເດັ່ນອອກມາໃນຄັ້ງຜ່ານມາ. ນອກນີ້, ທີມແອສປາຍ ແລະ ທີມອື່ນກໍມີຄວາມອາດເປັນໄປໄດ້ຄືກັນ.ຖາມ: ທ່ານມັກນັກກິລາເຕະບານຄົນໃດທີ່ສຸດ?ຕອບ: ໃນໝູ່ນັກກິລາຣັດເຊຍ ແລະ ອະດີດສະຫະພາບໂຊວຽດ, ຂ້າພະເຈົ້າມັກທ່ານເລັບ ຢາຊິນ Lev Yashin ທີ່ສຸດ. ໃນໝູ່ນັກກິລາຕ່າງປະເທດນີ້, ຂ້າພະເຈົ້າມັກທ່ານເປເລທີ່ສຸດ ແລະ ຂ້າພະເຈົ້າກໍມັກທ່ານເດຍໂກ ມາຣາໂດນາ Diego Armando Maradona ເຊັ່ນກັນ.ຖາມ: ປັດຈຸບັນ, ທ່ານຍັງຫຼິ້ນກິລາຫຍັງແດ່? ມື້ໜຶ່ງຫຼິ້ນດົນປານໃດ?ຕອບ: ທຸກມື້, ຂ້າພະເຈົ້າຈະອອກກຳລັງກາຍ 2 ຊົ່ວໂມງ ຫາ 2 ຊົ່ວໂມງເຄິ່ງ, ຫຼິ້ນເຟັດເນັສ, ລອຍນ້ຳ, ຖ້າມີຜູ້ຝຶກຮ່ວມ, ກໍຈະຝຶກຢູໂດ, ແຕ່ບໍ່ຝຶກຢູໂດດຸປານໃດ. ແຕ່ບາງເທື່ອຂ້າພະເຈົ້າກໍຫຼິ້ນຣອກກີ້ນ້ຳກ້ອນ. ມີແຕ່ຫຼິ້ນບາງຄັ້ງຄາວ, ຍັງບໍ່ຊ່າງຫຼິ້ນປານໃດ.ໃນການສຳພາດທີ່ເປັນເວລາເຄິ່ງຊົ່ວໂມງປາຍ, ທ່ານປູຕິນຍັງໄດ້ຕອບຄຳຖາມກ່ຽວກັບບັນຫາສາກົນເດັ່ນ ເຊັ່ນ: ການພົວພັນລະຫວ່າງຣັດເຊຍກັບປະເທດຕາເວັນຕົກ, ບັນຫາແຫຼມເກົາຫຼີ ແລະ ອື່ນໆ. ກ່ຽວກັບບັນຫາປະເທດຕາເວັນຕົກຂວ້ຳບາດຣັດເຊຍທາງເສດຖະກິດ, ທ່ານປູຕິນກ່າວວ່າ, ທຸກນະໂຍບາຍທີ່ຈຳກັດແບບຜິດກົດໝາຍ ແລະ ທຳລາຍການພັດທະນາເສດຖະກິດໂລກນັ້ນຈະຖືກດັບສູນໄປເທື່ອລະກ້າວ. ທ່ານຫວັງໃຫ້ການພົວພັນກັບປະເທດຕາເວັນຕົກກັບຄືນສູ່ຄວາມເປັນປົກກະຕິດ້ວຍຮູບການໃດໜຶ່ງ. ເມື່ອເວົ້າເຖິງບັນຫາແຫຼມເກົາຫຼີ, ທ່ານກ່າວວ່າ, ຣັດເຊຍມີຫຼັກໝັ້ນຄ້າຍຄືກັນ ຫຼືວ່າມີຫຼັກໝັ້ນດຽວກັນກັບຈີນໃນບັນຫານີ້, ນັ້ນກໍຄືເຮັດໃຫ້ແຫຼມເກົາຫຼີປອດນິວເຄຼຍ ເພື່ອຫຼຸດຜ່ອນສະຖານະການອັນເຄັ່ງຕຶງຂອງພາກພື້ນ.