ເມືອງ​ຊາງ​ຊ່າ
2014-05-20 11:31:50  cri 

​ເມືອງ​ຊາງ​ຊ່າ​ຕັ້ງ​ຢູ່​ພາກກາງຂ້ອນ​ໄປ​ທາງ​ໃຕ້​ຂອງ​ຈີນ, ​ເປັນ​ບ້ານ​ເກີດ​ຂອງ​ອາຫານຮູ​ນານ ທີ່​ເປັນ​ໜຶ່ງ​ໃນ​8 ອາຫານທ້ອງ​ຖິ່ນ​ທີ່ມີ​ຊື່​ສຽງ​ຂອງ​ຈີນ. ​ເມືອງຊາງ​ຊ່າ​ເປັນ​ເມືອງ​ທີ່​ມີ​ອາຫານ​ແຊບຊ້ອຍ​ຫຼາຍ​ຢ່າງ, ຊາວ​ຊາງ​ຊ່າ​ກໍ​ມັກ​ກິນ, ສາມາດ​ຄົ້ນ​ຫາ​ຄວາມ​ມ່ວນ​ຊື່ນ​ ​ແລະ​ຄວາມ​ພາກພູມ​ໃຈ​ດ້ານ​ຊີວິດການ​ເປັນ​ຢູ່​ຈາກ​ອາຫານ​ທີ່​​ແຊບ​ຊ້ອຍ. ອາຫານ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ​ຂອງເມືອງ​ຊາງຊ່າ​ມີ​​ເຕົ້າຮູ້​ເໝັນ, ຂົ້ວ​ກຸ້ງ​ເພັດ, ຍັງ​ມີ​ອາຫານ​​ແຊບ​ນົວ​ຂອງ​ຮ້ານ​ອາຫານທີ່​ມີ​ຊື່​ສຽງ​ມາ​ເປັນ​ປະຫວັດ​ຫຼາຍ​ຮ້ອຍ​ປີ ​ເຊັ່ນ: ຢູ້ຕົ່ງ​ເຫຼົາ, ກ່ານ​ຊາງ​ຊຸ້ນ ​ແລະ​ຫົວກຸ່ງຕ້ຽນ, ທ່ານ​ປະທານ​​ເມົາ​ເຊຕຸ​ງກໍ​ມັກ​ກິນ​ຫຼາຍ ​ແລະ​​ຄິດ​ຮອດ​ຄິດ​ເຖິງ​ອາຫານ​ທີ່​ແຊບນົວ​ຂອງ​ເມືອງ​ຊາງ​ຊ່າ​ເລື້ອຍໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ